ຄໍາມ່ວນ ມີຄວາມຫຼາກຫຼາຍດ້ານການທ່ອງທ່ຽວ

ແຂວງຄໍາມ່ວນຕັ້ງຢູ່ທາງພາກກາງຂອງລາວຫ່າງຈາກນະຄອນຫຼວງວຽງຈັນລົງໄປທາງໃຕ້ປະມານ 350 ກິໂລແມັດ, ທາງທິດຕາເວັນອອກມີຊາຍແດນຕິດກັບ ຫວຽດນາມ ແລະທາງທິດຕາເວັນຕົກຕິດກັບໄທ, ມີເນື້ອທີ່ກວມເອົາພູພຽງນາກາຍທີ່ອຸດົມສົມບູນເຕັມໄປດ້ວຍຊີວະນາໆພັນມີສັດປ່າຫຼາຍສາຍພັນທີ່ໄດ້ອາໄສຢູ່ຕາມປ່າດົງພົງ ໄພອັນກວ້າງໃຫຍ່ມີປ່າໄມ້ອັນດົກໜາຂຽວງາມອຸ່ມທຸ່ມຕະຫຼອດປີເຮັດໃຫ້ອາກາດເຂດນີ້ສົດຊື່ນແຈ່ມໃສດີ, ພື້ນທີ່ສ່ວນໃຫຍ່ຂອງແຂວງເປັນທົ່ງພຽງທີ່ເລາະລຽບໄປຕາມລໍາແມ່ນໍ້າຂອງ ແລະອີກເບື້ອງໜຶ່ງກໍຍັງໄດ້ມີ ສາຍພູຫຼວງ ແລະພູຮາວທີ່ມີຄວາມ ສູງຊັນ.

ແຂວງຄໍາມ່ວນປະກອບມີ 10 ຕົວເມືອງຄື: ເມືອງທ່າແຂກ, ໜອງ ບົກ, ຫີນບູນ, ເຊບັ້ງໄຟ, ໄຊບົວທອງ, ຄູນຄໍາ, ມະຫາໄຊ, ຍົມມະລາດ, ນາກາຍ ແລະເມືອງບົວລະພາ, ປະກອບມີບັນດາເຜົ່າຕ່າງໆປົນເປຢູ່ນໍາກັນດ້ວຍຄວາມຮັກແພງເໝືອນດັ່ງຄອບຄົວດຽວກັນ, ມີນໍ້າໃຈກວ້າງ ຂວາງ ແລະຮັກແຂກແພງຄົນນອກຈາກນັ້ນ, ແຂວງຄໍາມ່ວນຍັງມີແຫຼ່ງທ່ອງທ່ຽວທາງດ້ານປະຫວັດສາດ, ວັດທະນະທໍາ,ປູລິຍະນິສະຖານວັດວາອາຮາມ,ວັດຖຸບູຮານອັນເກົ່າແກ່ ແລະສະຖານທີ່ອັນສັກສິດຢູ່ຫຼາຍ ແຫ່ງເປັນຕົ້ນ: ພຣະທາດສີໂຄດຕະບອງຖໍ້າກອງລໍ-ນາຕານ,ຂຸນນໍ້າກອງແລງ,ຖໍ້າພະ-ໜອງປາຝາ, ຖໍ້ານາງແອ່ນ, ທ່າຝຮັ່ງ, ຖໍ້ານໍ້າລອດເຊບັ້ງໄຟ,ຖໍ້າຊ້າງ,ນໍ້າຕົກຕາດນໍ້າສະນາມ, ຂຸນນໍ້າໂດນ, ຖໍ້າພຣະຈັນ, ຖໍ້າປາເຊືອມ ແລະອື່ນໆຈຶ່ງເຮັດໃຫ້ມີນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດໄດ້ເຂົ້າມາທ່ຽວຊົມເປັນປະຈໍາ.

ຖ້າທ່ານໃດຫາກໄດ້ໄປແຂວງຄໍາມ່ວນສາມາດໄປເລືອກທ່ຽວຊົມໄດ້ຕາມສະບາຍບັນດາສະຖານທີ່ທ່ອງທ່ຽວຕ່າງໆຢ່າລືມໄປທ່ຽວຊົມຂາບໄຫວ້ພຣະທາດສີໂຄດຕະບອງສະຖານທີ່ອັນສັກສິດ ແລະເປັນສັນຍາລັກຂອງແຂວງຄໍາມ່ວນ.

ພາບແລະຂາ່ວ ໂດຍ:ໜັງສືພິມເສດຖະກິດ-ສັງຄົມ