ການແຫ່ຜາສາດເຜິ້ງໃນບຸນນະມັດສະການພະທາດຫຼວງວຽງຈັນ

  ບຸນນະມັດສະການພະທາດຫຼວງວຽງຈັນປະຈໍາປີ 2020 ນີ້ແມ່ນໄດ້ຂຶ້ນເປັນເວລາ 3 ວັນ ຄືແຕ່ວັນທີ 29-31 ຕຸລາ, ຊຶ່ງໃນງານດັ່ງກ່າວຈະມີພິທີກໍາທາງສາສະໜາສໍາຄັນຫຼາຍຢ່າງເປັນຕົ້ນແມ່ນ: ພິທີສູດມຸງຄຸນ, ການແຮ່ຜາສາດເຜິ້ງ, ໃສ່ບາດຖວາຍສັງຂະທານ, ວຽນທຽນ, ຈູດບັ້ງໄຟສັກກະລະບູຊາອົງພະທາດ, ການສະ ແດງສິລະປະ-ວັນນະຄະດີ ແລະກິດຈະກໍາອື່ນໆທີ່ຕິດພັນກັບປະເພນີຂອງລາວ,ສໍາລັບການແຫ່ຜາສາດເຜິ້ງແມ່ນວັດທະນະທຳອັນດີງາມສະແດງເຖິງຄວາມພາກພຽນ, ການປະດິດຄິດສ້າງທັງເປັນການເຕົ້າໂຮມຄວາມສາມັກຄີລະຫວ່າງຄອບຄົວ, ບ້ານ ແລະເມືອງໂດຍຈັດຂຶ້ນທຸກໆປີໃນມື້ຂຶ້ນ 14 ຄໍ່າ ເດືອນສິບສອງລາວ, ຊຶ່ງປີນີ້ກົງກັບວັນທີ 30 ຕຸລານີ້.

  ການແຫ່ຜາສາດເຜິ້ງ ເປັນປະເພນີທີ່ໄດ້ສືບທອດປະຕິບັດກັນມາແຕ່ດົນນານຕາມຄວາມເຊື່ອທີ່ວ່າ “ການແຫ່ຜາສາດເຜິ້ງເປັນການສ້າງບຸນກຸສົນເມື່ອຕາຍໄປແລ້ວຈະໄດ້ຂຶ້ນສະຫວັນຊັ້ນຟ້າ” ຄວາມເຊື່ອນີ້ມາຈາກເຫດການຕອນທີ່ພະພຸດທະເຈົ້າສະເດັດໄປຈຳພັນສາເທສະໜາໂປດພະພຸດທະມານດາ ແລະເຫຼົ່າເທວະດາດ້ວຍການເປີດໂລກທັງສາມຄື: ສະຫວັນພູມ, ມະນຸດພູມ ແລະນະລົກພູມໄດ້ເຫັນເຊິ່ງກັນ ແລະກັນໂດຍຕະຫຼອດເຮັດໃຫ້ຄົນເຫັນຄວາມແຕກຕ່າງຂອງຄວາມສະດວກສະບາຍເທິງສະຫວັນຊັ້ນຟ້າ ແລະຄວາມຕົກທຸກໄດ້ຍາກຢູ່ນະລົກພູມ, ເຫດການດັ່ງກ່າວເຮັດໃຫ້ພຸດທະສາສະນິກະຊົນຄິດສ້າງອາຄານສາສະໜາຖວາຍເປັນພຸດທະບູຊາດ້ວຍແຮງປາຖະໜາໃຫ້ເປັນອານິສົງເພື່ອທີ່ຈະໄດ້ ໄປເກີດເທິງສະຫວັນ.

  ສະເພາະການແຫ່ຜາສາດເຜິ້ງສູ່ກົມມະລຽນພະທາດຫຼວງຂອງຕອນບ່າຍວັນທີ 30 ຕຸລາ 2020 ນີ້, ແມ່ນຈະມີສີສັນແຕກຕ່າງກັນຄື: ຈະມີຂະບວນທັ່ງບັ້ງ, ດົນຕີພື້ນເມືອງ,ຂະບວນຊຸດຊົນເຜົ່າ,ຂະບວນນັກຮຽນ, ຂະບວນປະເພນີລາວຍິງສາວນຸ່ງຊຸດໄໝເກົ້າຜົມບ່ຽງແພ, ຜູ້ຊາຍນຸ່ງເສື້ອຂາວມັດແພກັດຕ້ຽວ, ຂະບວນເຖົ້າແກ່ແນວໂຮມນຳໜ້າໂດຍຂະບວນພະສົງ ແລະຜູ້ນຳລາວທີ່ຈະພ້ອມກັນແຫ່ອ້ອມພະທາດຫຼວງ 3 ຮອບ, ຈາກນັ້ນກໍ່ຈະໄດ້ຖວາຍຜາສາດເຜິ້ງ ແລະ ຟັງທຳມະເທສະໜາ, ໂດຍລວມແລ້ວກິດຈະກຳດັ່ງກ່າວຈະມີຄວາມຄຶກຄື້ນມ່ວນຊື່ນໄດ້ທັງຮີດຄອງປະເພນີອັນດີງາມຂອງຊາດໄດ້ທັງຄວາມສາມັກຄີຮັກແພງເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນລາວບັນດາເຜົ່າ.