ງານບຳເພັນພະກຸສົນ ພະຍອດແກ້ວມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ

  ໃນມື້ຂຶ້ນ 3 ຄໍ່າເດືອນ 12 ລາວ ພ.ສ. 2563 ກົງກັບວັນທີ 19 ຕຸລາ 2020, ຄະນະລູກຫຼານລູກເຕົ້າສິດໂຍມທັງພະສົງ-ສາມະເນນ ແລະອອກຕົນຍາດໂຍມໄດ້ຈັດງານບຳເພັນພະກຸສົນທັກຂິນານຸປະທານສະຕະມະວານຄົບຮອບ 100 ວັນນັບແຕ່ວັນຖວາຍພະເພີງພະສະຣີລະສັງຂານຂອງອົງພະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ມະຫາງອນດຳຣົງບຸນມະຫາເຖຣະເຈົ້າ)ຣັດຕະນະມະຫາສັງຄະປາໂມກປະທານສູນກາງອົງການພຸດທະສາສະໜາສັມພັນແຫ່ງ ສປປ ລາວ ພະອົງທີ 5 ຊຶ່ງຈັດໂດຍຄະນະລູກຫຼານຄືຄອບຄົວທ່ານ ທອງເພື່ອນ, ທ່ານ ຍາແມ່ ສຸດດາ ອາດຂັນຕິວົງ ພ້ອມດ້ວຍລູກຫຼານຍາດຕິພີ່ນ້ອງທັງຫຼາຍ.

  ໃນງານນີ້ຄູບາອາຈານສາຍລູກສິດໃກ້ຊິດໄດ້ເມດຕາມາຮ່ວມບຸນທັງໃນນະຄອນຫຼວງວຽງຈັນ ແລະທີ່ແຂວງສະຫວັນນະເຂດໂດຍມີພະຍອດຄຳພັດທະຣະເກສີ (ດຳຣົງ ພິມມະຈັກ), ພະຍອດຄຳສັນຕິທັມໂພທິ (ຄຳວັນ ວໍລະເດດ), ພະຫຼັກຄຳວໍຣະສານເມທີ (ບຸນລ່ວມ ອິນສີຊຽງໃໝ່), ພະອາຈານ ພູຄຳ ແກ້ວປະທຸມ, ພະອາຈານ ລຳເງິນ ສຸວັນນະສານ, ພະອາຈານ ພຸດທະສອນ ອ່ອນວົງສາ ແລະຈາກສະຫວັນນະເຂດ  ມີພະຫຼັກຄຳສຸວັນນະເຂດຕາທິຄຸນເຖຣາຈານ (ສົມບູນ ສິຣິປັນຍາເຖຣະ), ພະປຣີຊາຈິນ ດາມະນີສິຣິທັມມາຈານ (ຈັນດາ ເຄນສັກດາ), ພະປຣີຊາວໍຣະປັນຍາຣັງສີເມທີຄຸນ (ສໍລະສິນ ໃສສະຫວັນ), ພະປຣີຊາໂພທິທັມສຸເມທາຈານ (ພອນສຸກ ຖິຕະທັມໂມ), ພະປຣີຊາສຸມະນະໂກສົນເມທີ (ມາລີ ກອນອຸໄລ), ຍາທ່ານທົດສະກັນມາດມະນີວົງເປັນຕົ້ນ.

  ອົງພະຍອດແກ້ວມະຫາສັງຄະສຸທັມມາທິບໍດີ (ມະຫາງອນ ດຳຣົງບຸນມະຫາເຖຣະເຈົ້າ) ຣັດຕະນະມະຫາສັງຄະປາໂມກໄດ້ລະສັງຂານໃນວັນທີ 24 ມີນາ 2020 ສິຣິຊົນມາຍຸໄດ້ 91 ປີ 91 ວັນ ແລະພະວັດສາຍຸການ 71 ພັນສາ, ໃນວັນທີ 26 ມິຖຸນາ 2020 ເປັນມື້ຖວາຍພະເພີງພະສະຣີຣະສັງຂານທີ່ມົນທົນພິທີສະໜາມຫຼວງນະຄອນຫຼວງວຽງຈັນ, ພະເດດ ພະຄຸນ ອົງພະຍອດແກ້ວມະຫາງອນດຳຣົງບຸນມະຫາເຖຣະເຈົ້າເປັນອົງພະປະມຸກສົງສປປ ລາວພະອົງທີ 5 ເກີດທີ່ບ້ານນາກະລາເຂດນາກະລາເມືອງສອງຄອນແຂວງສະຫວັນນະເຂດໃນຊົນເຜົ່າຜູ້ໄທ, ໄດ້ເຂົ້າມາບວດໃນທັມວິໄນໂດຍບັນພະຊາເປັນສາມະເນນເມື່ອອາຍຸ 13 ປີ ແລະອຸປະສົມ ບົດເປັນພະພິກຂຸເມືອອາຍຸ 20 ປີເປັນລູກສິດສືບທອດຈາກຍາທ່ານຫຼັກຄໍາທັມມະປາລະ, ຍາທ່ານ ຫຼັກຄໍາ, ຍາທ່ານ ຫຼັກຄໍາອາດ ສຸພັດໂທ.

 ພະເດດພະພະຄຸນອົງພະຍອດແກ້ວຈົບນັກທັມຊັ້ນເອກ,ຈົບມູນກັດຈາຍນ໌, ຈົບມະຫາປຣຽນທັມ 8 ປະໂຫຍກມີຄວາມຊໍານານທາງດ້ານອັກສອນທັມ, ອັກສອນຂອມ ແລະພາສາຝຣັ່ງທັງຊົງພະປາຕິໂມກນອກຈາກນັ້ນຍັງມີຄວາມຊຳນານພິເສດທາງດ້ານການເຮັດລວດລາຍລາວ, ພະເດດພະຄຸນອົງພະຍອດແກ້ວເປັນພະສັງຄະບິດອນສົງທີ່ຊົງໄວ້ຊຶ່ງຄຸນທັມອັນສູງສົ່ງຊົງໄວ້ຊຶ່ງພຣົມມະວິຫາຣະທັມ, ທົງທັມຊົງວິໄນຊົງສຸຕະມີປະຕິປະທາຈະຣິຍາວັດອັນງົດງາມເປັນຢ່າງຍິ່ງເປັນທີ່ເຄົາຣົບເຫຼື້ອມໃສສັດທາ.