ປະກວດລຳຜະຫຍາມະຫາໄຊ ເພື່ອອະນຸລັກປະເພນີທ້ອງຖິ່ນ

  ວັນທີ 21 ຕຸລາ 2020 ທີ່ເມືອງມະຫາໄຊ ແຂວງຄໍາມ່ວນໄດ້ຈັດງານປະກວດລຳຜະຫຍາມະຫາໄຊຄັ້ງທີ 1 ປະຈໍາປີ 2020 ໂດຍການເປັນປະທານເປີດງານຂອງທ່ານ ບົວພັນ ແສງຈັນ ເຈົ້າເມືອງໆມະຫາໄຊ, ມີທ່ານ ໄຊສົມບູນ ສຸວັນດາລາ ຫົວໜ້າພະແນກຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວແຂວງຄໍາມ່ວນ, ບັນດາທ່ານຫົວໜ້າ, ຮອງຫົວໜ້າພະແນກການ, ອົງການຈັດຕັ້ງອ້ອມຂ້າງແຂວງພ້ອມດ້ວຍຄະນະກໍາມະການຮັບຜິດຊອບຈັດງານຂັ້ນເມືອງຕະຫຼອດຮອດບັນດາໝໍລຳທີ່ເຂົ້າປະກວດ ແລະມວນຊົນອ້ອມຂ້າງເມືອງເຂົ້າຮ່ວມ.

  ງານປະກວດລຳຜະຫຍາມະຫາໄຊຄັ້ງນີ້ຈັດຂຶ້ນໂດຍພາຍໃຕ້ບັນຍາກາດທີ່ທົ່ວພັກ, ທົ່ວກຳລັງປະກອບອາວຸດ ແລະທົ່ວປວງຊົນລາວທັງຊາດກຳລັງອອກແຮງແຂ່ງຂັນກັນສ້າງຜົນງານຂຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ  XI ຂອງສູນກາງພັກເວົ້າລວມ, ເວົ້າສະເພາະກໍ່ຄືແຂວງຄໍາມ່ວນແມ່ນຢູ່ໃນໄລຍະການສ້າງຜົນງານຂໍ່ານັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງພ້ອມທັງເປັນການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງອົງຄະນະພັກເມືອງມະຫາໄຊຢ່າງເປັນຂະບວນຟົດຟື້ນ, ໃນການປະກວດຄັ້ງນີ້ມີບັນດາໝໍລໍາເຂົ້າຮ່ວມແຂ່ງຂັນທັງໝົດຈຳນວນ 22 ຄົນ, ນັບແຕ່ລຸ້ນເຍົາວະຊົນຈົນຮອດລຸ້ນອາວຸໂສໃນນັ້ນຮຸ່ນອາຍຸ 15-25 ປີ ມີ 5 ຄົນ, ຮຸ່ນອາຍຸ 25-55 ປີ ມີ 8 ຄົນ ແລະຮຸ່ນອາຍຸ 60 ປີຂຶ້ນໄປມີ 9 ຄົນ,ຊຶ່ງທາງຄະນະກຳມະການຈະໄດ້ຄັດເລືອກເອົາຜູ້ທີ່ດີເດັ່ນເຂົ້າຮອບເພື່ອປະກວດໃນຮອບຕໍ່ໄປ.

  ທັງນີ້ກໍ່ເພື່ອເປັນການສົ່ງເສີມອະນຸລັກປົກປັກຮັກສາປະເພນີການຂັບລຳອັນເປັນມູນເຊື້ອທາງດ້ານວັດທະນະທຳທີ່ດີງາມຂອງຊາດກໍ່ຄືເອກະລັກຂອງທ້ອງຖິ່ນແຂວງຄຳມ່ວນທີ່ມີມາແຕ່ດຶກດຳບັນໃຫ້ຍືນຍົງຄົງຢູ່ຄູ່ກັບສັງຄົມລາວຕະຫຼອດໄປທັງເປັນການຄັດເລືອກໝໍລໍາທີ່ດີເດັ່ນເພື່ອເປັນຕົວແທນຂອງເມືອງ,ຂອງແຂວງໃນການສົ່ງເຂົ້າປະ ກວດ, ແຂ່ງຂັນຂັບລຳໃນງານສຳຄັນຕ່າງໆ.

---------

ຂຽນໂດຍ: ກອງຄຳ

ຮູບພາບໜັງສືພິມເສດຖະກິດ-ສັງຄົມ