ສໍາເລັດງານບຸນນະມັດສະການພະທາດຫຼວງວຽງຈັນ

  ງານບຸນນະມັດສະການພະທາດຫຼວງວຽງຈັນປະຈໍາປີ 2020 ນີ້ໄດ້ຈັດຂຶ້ນລະຫວ່າງວັນທີ 29-31 ຕຸລາຜ່ານມາ ຊຶ່ງໄດ້ໃຊ້ເວລາສັ້ນ, ກະທັດຮັດບໍ່ໄດ້ມີການຄົບງັນຫຼາຍວັນຄືປີຜ່ານເນື່ອງຈາກເປັນປີທີ່ມີການລະບາດຂອງພະຍາດໂຄວິດ-19 ແລະຢູ່ໃນໄລຍະການປະຕິບັດມາດຕະການຜ່ອນຜັນເພື່ອປ້ອງກັນພະ ຍາດດັ່ງກ່າວແຕ່ກໍຄົງຮັກສາໄດ້ຮີດຄອງປະເພນີອັນດີງາມທີ່ສືບທອດກັນມາຫຼາຍຮຸ່ນຄົນເປັນຕົ້ນແມ່ນການຈັດກິດຈະກໍາທີ່ສໍາຄັນຕ່າງໆທາງສາສະໜາຊຶ່ງບັນດາກິດຈະກຳດັ່ງກ່າວຊາວພຸດທະສາຊະນິກະຊົນຕ່າງກໍພ້ອມພຽງຮຽງໜ້າກັນເອົາໃຈໃສ່ສືບສານຈັດຕັ້ງປະຕິບັດຢ່າງມີເນື້ອໃນຄວາມໝາຍອັນຄົບຖ້ວນ.

  ງານບຸນນະມັດສະການພະທາດຫຼວງວຽງຈັນປະຈໍາປີນີ້ລວມມີກິດຈະກໍາສໍາຄັນຫຼາຍຢ່າງເປັນຕົ້ນແມ່ນພິທີກໍາສໍາຄັນຕ່າງໆທາງສາສະໜາຊຶ່ງໃນນີ້ວັນທີ 29 ຕຸລາ ແມ່ນມີພິທີສູດພາມຸງຄຸນເປີດປະຕູພະທາດຫຼວງ, ພິທີວຽນທຽນແຫ່ຜາສາດເຜິ້ງ ແລະມວນຊົນຊາວບ້ານມີການຄົບງັນຕາມປະເພນີ; ສ່ວນມື້ວັນທີ 30 ຕຸລາ ແມ່ນມີການແຫ່ຜາສາດເຜິ້ງສູ່ກົມ ມະລຽນຳພະທາດຫຼວງໃນນີ້ມີຂະບວນແຫ່ທັ່ງບັ້ງ, ດົນຕີພື້ນເມືອງ ແລະຟັງທໍາມະເທສະໜາ; ສໍາລັບໃນຕອນ ເຊົ້າຂອງວັນທີ 31 ຕຸລາ 2020 ຊຶ່ງເປັນມື້ສຸດທ້າຍຂອງງານບຸນນະມັດສະການພະທາດຫຼວງ ຊຶ່ງມີການເຕົ້າໂຮມການນຳຂັ້ນສູງນຳໂດຍທ່ານ ໄຊສົມພອນ ພົມວິຫານກຳມະການກົມການເມືອງສູນກາງພັກປະທານແນວລາວສ້າງຊາດພ້ອມດ້ວຍທ່ານ ສິນລະວົງ ຄຸດໄພທູດເຈົ້າຄອງນະຄອງຫຼວງວຽງຈັນ, ມີບັນດາທ່ານ ລັດຖະມົນຕີຮອງລັດຖະມົນຕີ, ຮອງເຈົ້າຄອງນະຄອນຫຼວງ, ພ້ອມດ້ວຍພັນລະຍາຂອງການນຳ ແລະບັນດາຊາວພຸດທະສາຊະນິກະຊົນຮ່ວມກັນໃສ່ບາດຖວາຍວັດຖຸປັດໄຈ ໄຊຍະທານຢ່າງຫຼວງຫຼາຍ ແລະຕອນບ່າຍຂອງວັນດຽວກັນກໍໃຫ້ມີການແຂ່ງຂັນຕີຄືຢູ່ເດີນພະທາດຫຼວງວຽງຈັນ ພໍຕົກຕອນຄໍ່າຂອງວັນດຽວກັນກໍຈັດໃຫ້ມີພິທີວຽນທຽນອ້ອມຮອບພະທາດ 3 ຮອບເປັນອັນວ່າຈົບພິທີ.

   ທ່ານ ຖະໜອມ ທຳທອງ ປະທານແນວລາວສ້າງຊາດນະຄອນຫຼວງວຽງຈັນໄດ້ໃຫ້ຮູ້ວ່າ: ການຈັດງານບຸນນະມັດສະການພະທາດຫຼວງປີນີ້ແມ່ນສຳເລັດລຸລ່ວງໄປຕາມຈຸດປະສົງລະດັບຄາດໝາຍທີ່ວາງໄວ້ຮັກສາໄດ້ຮີດຄອງປະເພນີອັນຈົບງາມຂອງຊາດຮັບປະກັນຄວາມສະຫງົບປອດໄພເປັນລະບຽບຮຽບຮ້ອຍທັງຮັບປະກັນການແຜ່ລະບາດພະຍາດໂຄວິດ-19 ແລະຮັບປະກັນທາງດ້ານງົບປະມານປະຢັດມັດທະຍັດຮັກສາໄດ້ຄວາມສາມັກຄີປອງດອງເຮັດໃຫ້ງານບຸນນະ ມັດສະການພະທາດຫຼວງປີນີ້ມີບັນຍາກາດອັນດີງາມຂອງຊາດ.

----

ໜັງສືພິມ ເສດຖະກິດ-ສັງຄົມ