ວາງສີລາລຶກສ້າງຫໍພິພິທະພັນທີ່ວັດສຸວັນນະສິຣິໂຄມຄໍາ

  ເມື່ອວັນທີ 28 ຕຸລາ 2020 ຄະນະສົງ, ອຳນາດການປົກຄອງບ້ານ ແລະພໍ່ແມ່ປະຊາຊົນບ້ານຮົ່ມເຢັນຮ່ວມກັບຫ້ອງການທີ່ກ່ຽວຂ້ອງຂອງເມືອງຕົ້ນເຜິ້ງ ແຂວງບໍ່ແກ້ວ ຈັດພິທີວາງສີລາລຶກສ້າງຫໍພິພິທະພັນເກັບຮັກສາ-ວາງສະແດງວັດຖຸບູຮານຂຶ້ນຢູ່ທີ່ວັດສຸວັນນະສິຣິໂຄມຄໍາບ້ານຮົ່ມເຢັນເມືອງຕົ້ນເຜິ້ງເປັນປະທານໂດຍພະຫຼັກຄໍາຣັດຕະນະມະນີໂຊຕິກາຈານອາດຍາ ທຳຄຳເງິນ ຄຳວົງ ເຈົ້າຄະນະແຂວງບໍ່ແກ້ວ, ມີທ່ານ ບຸນທັນ ບູນທິໄຊ ປະທານແນວລາວສ້າງຊາດເມືອງ, ມີຄະນະການນໍາຂອງແຂວງ-ເມືອງ, ຫົວໜ້າຫ້ອງການ, ຮອງຫ້ອງການອ້ອມຂ້າງ, ສອງກອງບັນຊາການ, ຄະນະພັກຮາກຖານ, ອຳນາດການປົກຄອງບ້ານ ແລະ ພໍ່ແມ່ປະຊາຊົນພາຍໃນເມືອງເຂົ້າຮ່ວມ.

  ທ່ານ ບຸນທັນ ບຸນທິໄຊ ໄດ້ຂຶ້ນຈູດທຽນໄຊບູຊາ ພະຣັດຕະນະໄຕຣຈາກນັ້ນບັນດາຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນໄຫວ້ພະຮັບສິນ, ຟັງສູດປະຣິດຕະມຸງຄຸນ, ຖວາຍພັດຕາຫານ-ປັດໄຈໄທຍະທານແດ່ພະສົງ, ຟັງການກ່າວໃຫ້ທິດຊີ້ນໍາຈາກເຈົ້າຄະນະແຂວງຕໍ່ການກໍ່ສ້າງຫໍພິພິທະພັນ ແລະການປົກປັກວັດຖຸບູຮານທີ່ຈະນໍາໄປເກັບຮັກສາໃນໄວ້ຫໍພິພິທະພັນດັ່ງກ່າວພ້ອມທັງຮັບພອນຈາກພະສົງ ແລະຢາດນໍ້າອຸທິດບຸນກຸສົນເຖິງບັນພະບູລຸດຜູ້ທີ່ໄດ້ສ້າງສາປູຊະນີຍະສະຖານໃນ ນະຄອນບູຮານແຫ່ງນີ້ຈາກນັ້ນຄະນະສົງ, ການນໍາຂອງແຂວງ-ເມືອງ ແລະບັນດາຜູ້ເຂົ້າຮ່ວມກໍ່ໄດ້ພ້ອມກັນວາງສີລາລຶກເພື່ອເປັນສິລິມຸງຄຸນ ແລະເປັນເລີກງາມຍາມດີໃຫ້ແກ່ການເລີ່ມລົງມືກໍ່ສ້າງຫໍພິພິທະພັນດັ່ງກ່າວ.

  ສໍາລັບແຜນໂຄງການກໍ່ສ້າງອາຄານຫໍພິພິທະພັນແມ່ນມີຂະໜາດ 16x12 ແມັດ ແລະປະດັບຕົບແຕ່ງອາຄານດ້ວຍສິລະປະຂອງລາວພາຍຫຼັງກໍ່ສ້າງສໍາເລັດຈະໄດ້ນໍາເອົາວັດຖຸບູຮານທີ່ຂຸດຄົ້ນໄດ້ຢູ່ແມ່ນໍ້າຂອງແຕ່ເດືອນ ມິຖຸນາ ປີ 2013 ໄປວາງສະແດງ-ເກັບຮັກສາໄວ້ໃນຫໍພິພິທະພັນດັ່ງກ່າວເພື່ອເປັນແຫຼ່ງສຶກສາຄຸນຄ່າດ້ານສິລະປະ, ວັດທະນະທຳ ແລະປະຫວັດສາດຂອງນະຄອນບູຮານແຫ່ງນີ້ທັງເປັນສະຖານທີ່ກາບໄຫວ້ສັກກາລະບູຊາ ແລະເປັນແຫຼ່ງທ່ອງທ່ຽວອີກແຫ່ງໜຶ່ງຂອງເມືອງຕົ້ນເຜິ້ງອີກດ້ວຍ.

  ໂອກາດດັ່ງກ່າວອາດຍາທຳຄໍາເງິນ ຄໍາວົງ ເຈົ້າຄະນະແຂວງຍັງໄດ້ມອບເງິນຈໍານວນ 1 ລ້ານກີບໃຫ້ແກ່ອຳນາດການປົກຄອງບ້ານຮົ່ມເຢັນເພື່ອສົມທົບທຶນກໍ່ສ້າງຫໍພິພິທະພັນດັ່ງກ່າວອີກດ້ວຍ