ງານມະຫາກໍາບຸນຊ້າງ ທີ່ໄຊຍະບູລີ ຄຶກຄື້ນ

   ງານມະຫາກໍາບຸນຊ້າງຄັ້ງທີ XIII ທີ່ແຂວງໄຊຍະບູລີ ໄດ້ຈັດຂຶ້ນຢ່າງເປັນທາງການໃນວັນທີ 23 ກຸມພາ 2019 ແລະໄດ້ດໍາເນີນໄປຮອດວັນທີ 28 ກຸມພາ 2019 ຈຶ່ງຈະສໍາ ເລັດທີ່ສະໜາມຫຼວງແຂວງໄຊຍະບູລີ ໃຫ້ກຽດເຂົ້າຮ່ວມໂດຍທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດ, ທ່ານ ພົງສະຫວັນ ສິດທະວົງ ເຈົ້າແຂວງໄຊຍະບູລີ ມີການນໍາຈາກ ສູນກາງ, ແຂວງ, ເມືອງ, ພະເຖລານຸເຖລະ ມີບັນດາຕາງໜ້າຈາກກະຊວງແຂວງຕ່າງໆກົມກອງແຂກພາຍໃນ ແລະຕ່າງປະເທດພ້ອມດ້ວຍພໍ່ແມ່ປະຊາຊົນບັນດາເຜົ່າຊາວແຂວງໄຊຍະບູລີ ເຂົ້າຮ່ວມຢ່າງຫຼວງຫຼາຍ.

  ທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ ທັງເປັນປະທານຄະນະກຳມະການຈັດງານມະຫາກໍາບຸນຊ້າງປີ 2019 ໄດ້ລາຍງານການກະກຽມຈັດງານມະ ຫາກໍາບຸນຊ້າງວ່າ: ຜ່ານມາແຂວງໄຊຍະບູລີ ໄດ້ຈັດງານມະຫາກໍາບຸນຊ້າງມາແລ້ວ 12 ຄັ້ງ ຊຶ່ງເລີ່ມແຕ່ປີ 2007 ເປັນຕົ້ນມາສໍາລັບງານມະຫາກໍາບຸນຊ້າງປີນີ້ເປັນຄັ້ງທີ XIII ມີຊ້າງເຂົ້າຮ່ວມ 70 ໂຕຈຸດປະສົງກໍເພື່ອເປັນການສືບຕໍ່ປົກປັກຮັກສາ ແລະເສີມຂະຫຍາຍວັດທະນະທໍາຮີດຄອງປະເພນີທີ່ເປັນເອກະລັກໃນ ແບບວິຖີການດໍາເນີນຊີວິດຂອງປະຊາຊົນບັນດາເຜົ່າທີ່ຕິດພັນກັບຊ້າງຖືເອົາຊ້າງເປັນມູນມໍລະດົກທີ່ລໍ້າຄ່າຂອງຊາດມາແຕ່ບູຮານນະການ ແລະ ສ້າງຈິດສໍານຶກໃຫ້ຄົນຮຸ່ນໃໝ່ ໄດ້ມີຄວາມຮັບຮູ້ກ່ຽວກັບຊ້າງຫຼາຍຂຶ້ນ. ເພາະຊ້າງເປັນສັດໃຫຍ່ເປັນສັດຄໍາຮູ້ສາມາດເຂົ້າໃຈ ແລະຮັບຟັງຄໍາສັງຂອງຜູ້ເປັນເຈົ້າຂອງຢ່າງດີ. ສະນັ້ນຈຶ່ງມີຄວາມຈໍາເປັນທີ່ສັງຄົມລາວຂອງພວກເຮົາຄວນຮັບຮູ້ການອະນຸລັກຮັກສາ ແລະຫວງແຫນຊ້າງ. ນອກນີ້ທັງເປັນການສົ່ງເສີມກິດຈະກໍາອະນຸ ລັກຊ້າງ, ໃຫ້ຊ້າງຈໍານວນ 70 ໂຕທີ່ມາຈາກທົ່ວແຂວງໄດ້ພົບກັນ, ປະສົມພັນກັນ ແລະກໍ່ໃຫ້ເກີດການສືບພັນໃນອານາຄົດ, ເປັນເວທີການສະແດງທັກສະຄວາມສາມາດໃນການຄວບຄຸມຊ້າງຕໍ່ສາທາລະນະຊົນ ແລະຍັງເປັນບ່ອນແລກປ່ຽນບົດຮຽນຂອງຄວານຊ້າງເພື່ອສຶບທອດອາຊີບລ້ຽງຊ້າງໃຫ້ຄົງຢູ່ຄູ່ກັບຊາວແຂວງໄຊຍະບູລີ ຕະຫຼອດໄປ. ອີກດ້ານໜຶ່ງກໍ່ເພື່ອເປັນການກະຕຸກຊຸກຢູ້ສົ່ງເສີມວຽກງານການທ່ອງທ່ຽວຂອງແຂວງໄຊຍະບູລີ ກໍ່ຄືສປປ ລາວ ໃຫ້ເປັນທີ່ຮັບຮູ້ຢ່າງກ້ວາງຂວາງຈາກນັກທ່ອງທ່ຽວທັງພາຍໃນ ແລະຕ່າງປະເທດ.

  ຈາກນັ້ນທ່ານ ພົງສະຫວັນ ສິດທະວົງ  ເຈົ້າແຂວງໄຊຍະບູລີ ໄດ້ຂຶ້ນກ່າວເປີດງານມະຫາກໍາບຸນຊ້າງຄັ້ງທີ່ XIII ຢ່າງເປັນທາງການ. ໃນໂອກາດດຽວກັນນີ້ທ່ານ ນາງ ປານີ ຢ່າທໍ່ຕູ້ ປະທານສະພາແຫ່ງຊາດພ້ອມດ້ວຍການນໍາຂອງແຂວງຂັ້ນສູນກາງໄດ້ໃຫ້ກຽດລັ່ນຄ້ອງເກົ້າບາດຕັດແຖບຜ້າເປີດງານມະຫາກໍາບຸນຊ້າງປີ 2019 ຫຼັງຈາກນັ້ນກໍ່ໄດ້ຊົມຂະບວນແຫ່ກ້ອນກໍາລັງຕ່າງໆເຊັ່ນ: ຂະບວນປ້າຍໂລໂກບຸນຊ້າງ, ຂະບວນປ້າຍງານມະຫາກໍາບຸນຊ້າງປີ 2019, ຂະບວນທຸງທິວ, ພາຂວັນຊ້າງ, ຂະບວນເຖົ້າແກ່ແນວໂຮມ, ຂະບວນຊ້າງ 70 ໂຕ, ປະສານສຽງເປົ່າສະໄນ, ຊ້າງຈັບປ້າຍຄໍາຂວັນຍິນດີຕ້ອນຮັບສູ່ ງານມາຫາກໍາບຸນຊ້າງປະຈໍາປີ 2019, ຂະບວນຊ້າງເສິກ, ຂະບວນຊ້າງລໍາລຽງ, ຂະບວນຊ້າງທ່ອງທ່ຽວ, ຂະບວນຊ້າງລໍາລຽງອາຫານການກິນ, ຂະບວນກ້ອນກໍາລັງ 11 ເມືອ ງ, ຂະບວນຟ້ອນ 8 ເຜົ່າ. ສິ່ງທີ່ຂາດບໍ່ໄດ້ແມ່ນການສະແດງຂອງຊ້າງຄໍາຮູ້ມີທັງໝົດ 20 ກວ່າລາຍການ ຊຶ່ງໃນແຕ່ລະມື້ກໍ່ຈະໄດ້ ມີການສະແດງຊ້າງຄໍາຮູ້ ແລະຊົມການສະແດງສິລະປະວັນນະຄະດີ. ທ່ຽວຊົມຕະຫຼາດນັດສະແດງຂາຍສິນຄ້າດ້ານກະສິກໍາ, ຫັດຖະກໍາ ແລະ ອຸດສາຫະກໍາທີ່ມາຈາກເມືອງ ແລະ ຕ່າງປະເທດ, ຕ່າງແຂວງເຂົ້າຮ່ວມມີ 352 ຮ້ານຊຶ່ງມີມູນຄ່າສິນຄ້າປະມານ 6 ຕື້ກວ່າກີບ.

 ໂດຍ: ບຸນທີ