ໄຊຍະບູລີ ສຳເລັດງານມະຫາກຳບຸນຊ້າງ

     ວັນທີ  28  ກຸມພາ 2019 ທີ່ເດີ່ນສະໝາມຫຼວງຂອງແຂວງໄຊ ຍະບູລີ, ໄດ້ຈັດພິທີີີີີີປິດງານມະຫາກຳ ບຸນຊ້າງປະຈຳປີ 2019 ຢ່າງເປັນ ທາງການ, ພາຍຫຼັງທີ່ໄດ້ດຳເນີນ ມາເປັນເວລາ 6  ວັນ, ໂດຍການເປັນ ກຽດເຂົ້າຮ່ວມຂອງທ່ານ ຍັນຍົງ ສີ ປະເສີດ ຮອງເຈົ້າແຂວງໄຊຍະບູລີ, ປະທານຈັດງານມະຫາກຳບຸນຊ້າງ ປະຈຳປີ 2019, ມີການນຳຂອງ ແຂວງໄຊຍະບູລີ, ແຂກຖືກເຊີນທັງ ພາຍໃນ ແລະຕ່າງປະເທດພ້ອມ ດ້ວຍມວນຊົນຊາວແຂວງໄຊຍະບູລີ ເຂົ້າຮ່ວມຢ່າງຫຼວງຫຼາຍ.

  ໃນພິທີປິດງານມະຫາກຳບຸນ ຊ້າງປະຈຳປີ 2019  ໃນຄັ້ງນີ້ຜູ້ເຂົ້າ ຮ່ວມຍັງໄດ້ຮັບຊົມການສະແດງກິດ ຈະກຳຂອງຊ້າງຄຳຮູ້ຈຳນວນ 20 ໂຕ, ມີທັງໝົດ 14 ລາຍການ, ທີ່ ມາສ້າງບັນຍາກາດໃຫ້ແຂກທີ່ເຂົ້າ ຮ່ວມຮັບຊົມໄດ້ເຫັນເຖິງຄວາມຄຳຮູ້ ແລະວິທີການຮຽນຮູ້, ວິທີການສະ ແດງຕ່າງໆຢ່າງເບີກບານມ່ວນຊື່ນ, ຈາກນັ້ນທ່ານ ຍັນຍົງ ສີປະເສີດ ຮອງເຈົ້າແຂວງໄຊຍະບູລີ, ປະທານ ຈັດງານມະຫາກຳບຸນຊ້າງ  ປະຈຳປີ 2019 ໄດ້ກ່າວລາຍງານວ່າ: ສຳລັບກິດຈະກຳຫຼັກໃນການຈັດງານມະຫາກຳບຸນຊ້າງໃນປີນີ້ໄດ້ມີຫຼາກ ຫຼາຍກິດຈະກຳທີ່ຕິດພັນກັບຊ້າງ ແລະການອະນຸລັກຊ້າງ, ໂດຍສະ ເພາະແມ່ນການສະແດງຂອງຊ້າງ ຄຳຮູ້, ພ້ອມນີ້ຍັງໄດ້ຮັບຊົມກິດຈະ ກຳອື່ນໆທີ່ມີສີສັນເປັນຕົ້ນແມ່ນການວາງສະແດງສິນຄ້າຜະລິດຕະພັນ ທາງດ້ານກະສິກຳ, ຫັດຖະກຳ ແລະ ອຸດສາຫະກຳປຸງແຕ່ງທີ່ເປັນທ່າແຮງ ແລະຜົນງານຂອງບັນດາເມືອງພາຍ ໃນແຂວງໄຊຍະບູລີ, ຕ່າງແຂວງ  ແລະຕ່າງປະເທດ, ຕົວແທນຂອງ ຊາວບ້ານເຂົ້າຮ່ວມ 352 ຮ້ານ, ພ້ອມນີ້ຍັງມີພິທີຕັກບາດຖວາຍ ສັງຄະທານຕາມຮີດຄອງປະເພນີ ທີ່ເຄີຍປະຕິບັດກັນມາ, ຊົມຂະບວນ ການແຫ່ຂອງຊ້າງຈຳນວນ 70 ໂຕ ປະສານສຽງເປົ່າສະໄນ, ຂະ ບວນແຫ່ຂອງກ້ອນກຳລັງ 11 ເມືອງທີ່ເປັນເອກະລັກຂອງຊົນເຜົ່າ, ຂະບວນສະແດງ 8 ເຜົ່າບົດຟ້ອນດອກຈຳປາ-ບາສະລົບ ຈໍານວນ 800 ນ້ອງ, ຊົມການສະແດງກິດ ຈະກຳຂອງຊ້າງຄຳຮູ້ຈຳນວນ 20 ໂຕ, ລວມມີ 19 ລາຍການ, ພິທີ ບາສີສູ່ຂວັນຊ້າງ, ກິດຈະກຳຂີ່ຊ້າງ ຊົມເທສະບານເມືອງໄຊຍະບູລີ, ສຳລັບຕອນຄ່ຳຍັງໄດ້ມີການສະແດງສີ ລະປະວັນນະຄະດີອ້ອມຂ້າງແຂວງ, ເມືອງ ແລະການແຂ່ງຂັນຊົກມວຍ ສາກົນ ແລະມວຍລາວຕື່ມອີກ, ຈາກ ນັ້ນຜູ້ເຂົ້າຮ່ວມງານມະຫາກຳບຸນ ຊ້າງຍັງໄດ້ຮັບຊົມການປະກວດ ຊ້າງງາມ ແລະການປະກວດອາ ຫານຊ້າງ.

  ໃນໂອກາດທີ່ມີຄວາມໝາຍ ຄວາມສຳຄັນທ່ານ ຍັນຍົງ ສີປະ ເສີດ ປະທານຈັດງານມະຫາກຳບຸນ ຊ້າງແຂວງໄຊຍະບູລີ, ຍັງໄດ້ໃຫ້ ກຽດຂຶ້ນມອບໃບຍ້ອງຍໍ  ແລະຂອງ ຂວັນລາງວັນໃຫ້ແກ່ເຈົ້າຂອງຊ້າງ, ການປະກວດອາຫານຊ້າງ, ຜູ້ປະ ກອບການ, ນັກທຸລະກິດ ແລະຮ້າງ ຮ້ານທີ່ໄດ້ເຂົ້າຮ່ວມໃນງານມະຫາ ກຳບຸນຊ້າງປະຈຳປີ 2019 ພ້ອມທັງໃຫ້ກຽດກ່າວປິດງານມະຫາກຳ ບຸນຊ້າງປະຈຳປີ 2019 ຂອງແຂວງ ໄຊຍະບູລີ  ຢ່າງເປັນທາງການ.

ນສພ ເສດຖະກິດສັງຄົມ