ສະຫວັນ ເສຍຫາຍກວ່າ 34 ຕື້ 52 ລ້ານບາດ 1 ແສນກວ່າໂດລາ ຈາກບັນຫາສໍ້ລາດບັງຫຼວງ

ຍັງເປັນປາກົດການຫຍໍ້ທໍ້ພົ້ນເດັ່ນ, ທີ່ພັກ ແລະລັດຖະບານ ແຫ່ງ ສປປ ລາວ ກໍາລັງເລັ່ງແກ້ໄຂຢ່າງເດັດຂາດ, ໂດຍເລີ່ມຈາກການເພີ່ມທະວີວຽກງານກວດກາພັກ-ລັດ ແລະດຳເນີນການທາງກົດໝາຍຕໍ່ຜູ້ກະທຳຜິດ, ຫຼ້າສຸດອົງການກວດກາພັກ-ລັດ ແຂວງສະຫວັນນະເຂດ ໄດ້ກວດພົບຄວາມເສຍຫາຍຫຼາຍກວ່າ 34 ຕື້ກີບ, 52 ລ້ານກວ່າບາດ ແລະ 1 ແສນກວ່າໂດລາສະຫະລັດ, ອີກທັງກວດເຫັນໂຄງການຈຳນວນໜຶ່ງບໍ່ທັນສອດຄ່ອງກັບລະບຽບການ.

ທ່ານ ລຳທອງ ຂອບສີລາວົງ ປະທານອົງການກວດກາພັກ-ລັດ ແຂວງສະຫວັນນະເຂດ ໄດ້ລາຍງານຕໍ່ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາປະຊາຊົນແຂວງສະຫວັນນະເຂດ ຊຸດທີ 2 ເມື່ອວັນທີ 13 ມັງກອນ 2022 ວ່າ: ອົງການກວດກາພັກ-ລັດ ແຂວງສະຫວັນນະເຂດ ໄດ້ສືບຕໍ່ຕິດຕາມກວດກາການລົງທຶນຂອງລັດເລີ່ມແຕ່ຫົວທີ ຈຳນວນ 7 ໂຄງການ ເປັນການລົງທຶນຂອງຕ່າງປະເທດ ແລະ ທຶນກູ້ຢືມ ລວມມູນຄ່າ 47,7 ລ້ານໂດລາສະຫະລັດ ຊຶ່ງປະຕິບັດໂຄງການໍາເລັດ ແລະ ອີກ 6 ໂຄງການ ເປັນການລົງທຶນພາຍໃນ, ລວມມູນຄ່າການກໍ່ສ້າງຕາມສັນຍາ 1,67 ພັນຕື້ກວ່າກີບ,ມູນຄ່າປະຕິບັດໄດ້ທັງໝົດ 391 ຕື້ກວ່າກີບ, ຜ່ານການຕິດຕາມກວດກາ ເຫັນວ່າ ມີໂຄງການຈຳນວນໜຶ່ງບໍ່ທັນສອດຄ່ອງກັບລະບຽບກົດໝາຍ, ດັ່ງນັ້ນ ທາງອົງການກວດກາລັດແຂວງ ຈິ່ແນະນຳໃຫ້ເຈົ້າຂອງໂຄງການ ແລະ ບໍລິສັດຜູ້ຮັບເໝົາກໍ່ສ້າງຕ້ອງເລັ່ງປັບປຸງແກ້ໄຂ.

ທັງນີ້, ອົງການກວດກາພັກ-ລັດແຂວງສະຫວັນນະເຂດຍັງໄດ້ຕິດຕາມກວດກາຕາມຄຳສັ່ງທັງໝົດ 5 ເປົ້າໝາຍ, ກວດກາສໍາເລັດ 1 ເປົ້າໝາຍ ຍັງສືບຕໍ່ກວດກາ 4 ເປົ້າໝາຍ, ໄດ້ດຳເນີນການກວດກາການບໍລິຫານລັດ, ການສືບສວນ-ສອບສວນແມ່ນພົບເຫັນການສວຍໃຊ້ໜ້າທີ່ຕຳແໜ່ງຂອງສະມາຊິກພັກ, ພະນັກງານທີ່ມີພຶດຕິກຳສໍ້ລາດບັງຫຼວງໍານວນ 9 ເປົ້າໝາຍ ຊຶ່ງໄດ້ສ້າງຜົນເສຍຫາຍທັງໝົດ 34.891 ຕື້ກີບ, 52 ລ້ານກວ່າບາດ ແລະ 1 ແສນກວ່າໂດລາ, ໃນນີ້ເກັບກູ້ໄດ້ຄືນ3.383 ຕື້ກີບ ແລະພວມສືບຕໍ່ເກັບກູ້ຂໍ້ມູນຕື່ມອີກ.