ລົດໄຟ ລາວ-ຈີນ ຂະຫຍາຍເວລາຊື້ປີ້ລ່ວງໜ້າ 3 ວັນ

ເພື່ອປັບປຸງດ້ານບໍລິການຂົນສົ່ງຜູ້ໂດຍສານໃຫ້ດີຂຶ້ນ, ດັ່ງນັ້ນບໍລິສັດທາງລົດໄຟ ລາວ-ຈີນຈິ່ງພິຈາລະນາຂະຫຍາຍໄລຍະເວລາຊື້ປີ້ລ່ວງໜ້າ, ຈາກໄລຍະຊື້ລ່ວງໜ້າ 2 ວັນ (ໝາຍເຖິງຊື້ກ່ອນ 1 ວັນ ລວມທັງວັນເດີນທາງ) ມາເປັນ 3 ວັນ (ໝາຍເຖິງຊື້ກ່ອນ 2 ວັນ ລວມທັງວັນເດີນທາງ), ແນ່ໃສ່ອຳນວຍຄວາມສະດວກ ແລະຕອບສະອງການເດີນທາງຂອງຜູ້ໂດຍສານທີ່ຫຼາຍຂຶ້ນ.

ັດຈຸບັນ, ລົດໄຟລາວ-ຈີນ ສາມາດຊື້ປີ້ເດີນທາງຕ່າງສະຖານີໄດ້ (ຕົວຢ່າງ: ຫາກຈະເດີນ ທາງຈາກຫຼວງພະບາງ-ອດົມໄຊ, ສາມາດຊື້ປີ້ຈາກສະຖານີນະຄອນຫຼວງວຽງຈັນ ຫຼື ສະຖານີອື່ນໆໄດ້) ພ້ອມນີ້ ກໍໄດ້ມີການເພີ່ມຈຳນວນປີ້ລົດໄຟເພື່ອໃຫ້ພຽງພໍຕໍ່ຄວາມຕ້ອງການຂອງຜູ້ໂດຍສານ.

ຢ່າງໃດກໍຕາມ, ບໍລິສັດລົດໄຟລາວ-ຈີນ ແມ່ນໄດ້ແຈ້ງເຕືອນ ແລະຮຽກຮ້ອງໃຫ້ປະຊາຊົນທຸກຄົນ ແລະຜູ້ໂດຍສານທຸກທ່ານຈົ່ງຊື້ປີ້ຜ່ານປ່ອງຂາຍປີ້ຂອງແຕ່ລະສະຖານີຕ່າງໆເທົ່ານັ້ນ, ທັງໃຫ້ມີສະຕິຢ່າຫຼົງເຊື່ອຂໍ້ມູນ ຫຼືຊື້ປີ້ຈາກທາງນອກຢ່າງເດັດຂາດ, ເພື່ອຮັບປະກັບຮອບດ້ານ ແລະປ້ອງກັນບໍ່ໃຫ້ເກີດຄວາມເສຍຫາຍແກ່ທ່ານເອງ.

ສຳລັບການຂະຫຍາຍເວລາຊື້ປີ້ລົດໄຟ, ແມ່ນໄດ້ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 14 ມັງກອນ 2022 ເປັນຕົ້ນໄປ, ຂະນະດຽວກັນບໍລິສັດທາງລົດໄຟ ລາວ-ຈີນ ກໍພວມພະຍາຍາມປັບປຸງຂອດບໍລິການໃຫ້ມີຄຸນນະພາບຍິ່ງໆ ຂຶ້ນ.

ຂອບໃຈຂໍ້ມູນຈາກ: CRI ປະຈໍາລາວ