ກຸ່ມບໍລິສັດພົງສະຫວັນທຸ່ມ 580 ລ້ານໂດລາ ພັດທະນາເມືອງອັດສະລິຍະໃນ ນວ

  ຕົວເມືອງອັດສະລິຍະ, ກຳລັງຈະປກົດຂຶ້ນທີ່ ສປປ ລາວ ໂດຍກຸ່ມບໍລິສັດພົງສະຫວັນຈຳກັດ ດ້ວຍມູນຄ່າການລົງທຶນເຖິງ 580 ລ້ານໂລດາສະຫະລັດ ຫຼືປະມານ 6,73 ພັນຕື້ກີບ, ເພື່ອພັດທະນາໃຫ້ເປັນສູນລວມທາງດ້ານການພັດທະນາເສດຖະກິດ, ວັດທະນະທໍາ, ຮັກສາສິ່ງແວດລ້ອມ, ສ້າງພື້ນຖານໂຄງລ່າງຢ່າງມີລະບົບຄົບຊຸດ, ໃສ່ເນື້ອທີ່ 300 ເຮັກຕາ ຢູ່ເຂດນິຄົມອຸດສາຫະກຳນະຄອນຫຼວງວຽງຈັນຊຶ່ງໄດ້ຜ່ານວາລະວາງສີລາລຶກເລີ່ມລົງມືກໍ່ສ້າງເປັນທາງການແລ້ວ.

ພິທີການວາງສີລາລຶກໂຄງການຕົວເມືອງອັດສະລິຍະ, ຈັດຂຶ້ນໃນວັນທີ 13 ມັງກອນ 2022 ໂດຍການເຂົ້າຮ່ວມ ທ່ານ ອາດສະພັງທອງ ສີພັນດອນ ເຈົ້າຄອງນະຄອນຫຼວງວຽງຈັນ, ພົນໂທ ໄອ່ ສຸລິຍະແສງ ປະທານກຸ່ມບໍລິສັດພົງສະຫວັນ ຈຳກັດ, ຕາງໜ້າບໍລິສັດໃນເຄືອພົງສະຫວັນ, ເຈົ້າເມືອງ, ຮອງເຈົ້າເມືອງ, ພະແນກການທີ່ກ່ຽວຂ້ອງໃນນະຄອນຫຼວງ, ຕະຫຼອດເຖິງສື່ມວນຊົນຕ່າງໆ.

ຂໍ້ມູນຈາກກຸ່ມບໍລິສັດພົງສະຫວັນ ຈຳກັດ ໃຫ້ຮູ້ວ່າ: ອີງໃສ່ແຜນພັດທະນາເສດຖະກິດ-ສັງຄົມ ປີ ຄັ້ງທີ ix (2021-2025) ຂອງນະຄອນຫຼວງວຽງຈັນແນ່ໃສ່ສົ່ງເສີມ ແລະນໍາໃຊ້ເສດຖະກິດຫຼາຍພາກສ່ວນຂົ້າໃນການພັດທະນາ, ສົ່ງເສີມການລົງທຶນ, ການຄ້າ ແລະການທ່ອງທ່ຽວ, ໃຫ້ຂະຫຍາຍຕົວຕໍ່ເນື່ອງ, ມີປະສິດທິພາບ ແລະປະສິດທິຜົນສູງ, ສ້າງພື້ນຖານການຜະລິດໃນໂຄງປະກອບເສດຖະກິດທີ່ເປັນທ່າແຮງຂອງນະຄອນຫຼວງວຽງຈັນໃຫ້ມີຄວາມເຂັ້ມແຂງ, ທັນສະໄໝ, ສະອາດເປັນມິດກັບສິ່ງແວດລ້ອມ, ສ້າງຮູບແບບການພັດທະນາທີ່ມີຄວາມສົມດນ ແລະຄວາມຍືນຍົງ.

ໂຄງການພັດທະນາເມືອງອັດສະລິຍະ Smart cityສອດຄ່ອງກັບນະໂຍບາຍພັດທະນາ ແລະຂະຫຍາຍຕົວເມືອງໃໝ່ຕາມແຜນຍຸດທະສາດ ແລະແຜນພັດທະນາເສດຖະກິດ-ສັງຄົມຂອງນະຄອນຫຼວງວຽງຈັນ ຊຶ່ງກຸມບໍລິສັດພົງສະຫວັນ ຈໍາກັດ, ໄດ້ຮັບມອບໝາຍ ແລະອະນຸຍາດຈາກການນໍາພັກ-ລັດ ກໍຄືນະຄອນຫຼວງວຽງຈັນ ໃຫ້ເຂົ້າມາມີສ່ວນຮ່ວມໃນການອອກແບບ ແລະພັດທະນາໂຄງການເມືອງອັດສະລິຍະ  Smart city  ໃນຂອບເຂດເນື້ອທີ່ 300 ເຮັກຕາ, ຢູ່ເຂດນິຄົມອຸດສາຫະກໍາຊຶ່ງມີເນື້ອທີ່ທັງໝົດ 1.552 ເຮັກຕາ, ຕາມບົດບັນທຶກຄວາມເຂົ້າໃຈທີ່ໄດ້ເຊັນຮ່ວມກັນລະຫວ່າງນະຄອນຫຼວງວຽງຈັນ ແລະກຸ່ມບໍລິສັດພົງສະຫວັນ ຈຳກັດ ໃນຄັ້ງວັນທີ 28 ກໍລະກົດ 2017, ຜ່ານານເກັບກຳຂໍ້ມູນສຶກສາອອກແບບ ແລະຄິດໄລ່ງົບປະມານໃນການລົງທຶນໂຄງການແມ່ນມີມູນຄ່າທັງໝົດ 580 ລ້ານໂດລາ.

ແຜນພັດໂຄງການຈະແບ່ງອອກເປັນຫຼາຍໄລຍະຊຶ່ງໄລຍະທຳອິດແມ່ນການພັດທະນາໃນເນື້ອທີ່ 20 ເຮັດຕາ ຊຶ່ງທາງກຸ່ມບໍລິສັດພົງສະຫວັນຈໍາກັດໄດ້ມອບໝາຍວຽກງານການອອກແບບແຜນຜັງ, ການກໍ່ສ້າງໂຄງການໃຫ້ແກ່ບໍລິສັດ SURBANA JURONG ຈາກປະເທດສິງະໂປ ຊຶ່ງເປັນບໍລິສັດອອກແບບທີ່ມີຊື່ສຽງໃນລະດັບສາກົນ, ສຳລັບແຜນຈັດສັນຂອງໂຄງການພັດທະນາແບ່ງອອກເປັນ 6 ເຂດຄື: ເຂດທີ່ພັກອາໄສ ແລະການຄ້າ, ເຂດສາທາລະນະ ແລະຂົນສົ່ງໂດຍສານ, ເຂດການຄ້າ, ໂຮງແຮມ ແລະ ບໍລິການຕ່າງໆ, ເຂດການຄ້າສາກົນ, ເຂດພື້ນທີ່ສີຂຽວເຂດອຸດສາຫະກໍາຂະໜາດເບົາ.

ໂຄງການພັດທະນາເມືອງອັດສະລິຍະ “ Smart city “ ຈະເປັນໂຄງການເມືອງທັນສະໄໝທີ່ເປັນຕົວແບບແຫ່ງທໍາອິດໃນ ສປປ ລາວ, ຄວາມໝາຍສໍາຄັນຂອງຕົວເມືອງອັດສະລິຍະແມ່ນ ສ້າງເປັນສູນລວມທາງດ້ານການພັດທະນາເສດຖະກິດ, ວັດທະນາທໍາ, ຮັກສາສິ່ງແວດລ້ອມ, ສ້າງພື້ນຖານໂຄງລ່າງຢ່າງມີລະບົບຄົບຊຸດ, ເປັນຕົ້ນແມ່ນຖະໜົນຫົນທາງ, ລະບົບນໍ້າປະປາ, ໄຟຟ້າ, ໂທລະຄົມມະນາຄົມ ແລະ ການສື່ສານ, ໂຮງໝໍ, ໂຮງຮຽນ, ຮ້ານຄ້າທີ່ທັນສະໄໝ, ໂດຍການນໍາໃຊ້ເທຄໂນໂລຢີທີ່ທັສະໄໝເຂົ້າຊ່ວຍໃນຄຸ້ມຄອງບໍລິຫານຈັດການທີ່ມີປະສິທິພາບ ແລະປະສິດທິຜົນສູງ, ຕອບສະໜອງການພັດທະນາແບບສົມດນ ແລະຍືນຍົງສອດຄ່ອງກັບຍຸດທະສາດແຜນພັດທະນາໄລຍະຍາວຂອງ ສປປ ລາວ ກໍຄືແຜນພັດທະນາຂອງນະຄອນຫຼວງວຽງຈັນ ເພື່ອເຮັດໃຫ້ຊີວິດການເປັນຢູ່ຂອງສັງຄົມລາວດີຂຶ້ນ.

ອີກໜຶ່ງຄວາມໝາຍສຳຄັນກໍຄືໂຄງການນີ້ຈະການປະກອບສ່ວນສ້າງສາພັດທະນາປະເທດຊາດໃນຫຼາຍດ້ານຄື: ພັດທະນາເສດຖະກິດໃນເຂດຕົວເມືອງອັດສະລິຍະໃຫ້ມີຄວາມຍືນຍົງເພື່ອດຶງດູດນັກລົງທຶນທັງພາຍໃນ ແລະຕ່າງປະເທດ, ສ້າງເງື່ອນໄຂໃນການຊຸກຍູ້ສົ່ງເສີມພື້ນຖານການຜະລິດພາຍໃນໃຫ້ແຂງແຮງໂດຍສະເພາະແມ່ນການພັດທະນາ ແລະຍົກລະດັບຂະແໜງອຸດສາຫະກຳເບົາຂອງປະເທດເຮົາໃຫ້ມີປະສິດທິພາບ ແລະຄຸນນະພາບສູງຂຶ້ນສູ່ມາດຕະຖານສາກົນ, ສ້າງທຸລະກິດ ແລະສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນລາວ, ຊຸກຍູ້ເສດຖະກິດໃຫ້ມີການພັດທະນາ ແລະກະຈາຍລາຍໄດ້ຢ່າງທົ່ວເຖິງ.

ຂ່າວບຸນນິກ ມະນີ