ກະແສນິຍົມສື່ສັງຄົມອອນລາຍໄດ້ປ່ຽນໂຄງສ້າງທຸລະກິດໃນປີ 2022

ທ່ານ ແດນ ເນຍຣີ, ຮອງປະທານບໍລິສັດ Meta ປະຈຳພາກພື້ນ ອາຊີ - ປາຊີຟິກ ໄດ້ແບ່ງປັນກ່ຽວກັບຂໍ້ມູນເຊີງເລິກຕະຫຼອດເຖິງບົດສົນທະນາກັບບັນດາທຸລະກິດຕ່າງໆແລະນັກສ້າງເນື້ອຫາໃນພາກພື້ນເພື່ອເບິ່ງວ່າກະແສເຫຼົ່ານີ້ໄດ້ປັບປ່ຽນໂຄງສ້າງຂອງຄວາມນິຍົມທາງສື່ສັງຄົມອອນລາຍ ແລະຊ່ວຍໃຫ້ທຸລະກິດສາມາດເຊື່ອມຕໍ່ກັບລູກຄ້າຂອງພວກເຂົາລວມເຖິງຊຸມຊົນໄດ້ແນວໃດ. 
ເມື່ອຕົ້ນປີ 2021, ພວກເຮົາບໍ່ພຽງແຕ່ໄດ້ເລີ່ມຕົ້ນສຳຜັດກັບການປ່ຽນແປງຄັ້ງທຳອິດຂອງຍຸກດິຈີຕອນ ທີ່ສັ່ນສະເທືອນໄປທົ່ວໂລກເທົ່ານັ້ນ. ແຕ່ໃນຕອນທ້າຍ, ພວກເຮົາທຸກຄົນຍັງໄດ້ສຳຜັດກັບການໃຊ້ຊີວິດແບບຢູ່ກັບບ້ານຂອງໂຕເອງເປັນຫຼັກ, ແລະກັບຄືນສູ່ໂລກແຫ່ງຄວາມເປັນຈິງເມື່ອມີເງື່ອນໄຂຕ່າງໆເອື້ອອຳນວຍ.
ການປ່ຽນແປງເຫຼົ່ານີ້ໄດ້ສົ່ງຜົນເຖິງວິທີການໃນການເຮັດວຽກຂອງພວກເຮົາເຊັ່ນກັນ, ແລະເມື່ອພວກເຮົາສາມາດກັບເຂົ້າໄປເຮັດວຽກຢູ່ໃນຫ້ອງການໄດ້ແລ້ວນັ້ນ, ພວກເຮົາຫຼາຍຄົນກໍ່ ມັກລົມກັນຫຼາຍເຖິງການທົດລອງເຮັດວຽກໃນຮູປແບບປະສົມປະສານ ທີ່ລວມກັນລະຫວ່າງການເຮັດວຽກທາງໄກກັບເພື່ອນຮ່ວມງານທີ່ຢູ່ໃນຫ້ອງການ ແບບເຫັນໜ້າກັນຄືກັບວ່າໄດ້ເຮັດວຽກຢູ່ນຳກັນແທ້ໆ.
ນີ້ເປັນຊ່ວງເວລາທີ່ເໝາະສົມທີ່ສຸດໃນການປ່ຽນແປງສຳຫຼັບທຸລະກິດໃນທຸກໆຂະໜາດ. ພວກເຂົາຕ້ອງໄດ້ຄິດຄົ້ນວິທີການໃໝ່ໆ ໃນການເຮັດວຽກ ແລະເຕີບໂຕໄປຂ້າງໜ້າ ຂະນະດຽວກັນກໍຍັງຕ້ອງເຊື່ອມຕໍ່ກັບລູກຄ້າຂອງພວກເຂົາຢ່າງສະໝໍ່າສະເໝີ. ໂດຍພວກເຂົາຍັງຄົງຕ້ອງຊອກຫາແນວທາງໃນການສ້າງປະສົບການທີ່ຍິ່ງກວ່າເດີມ ໃຫ້ລູກຄ້າທາງອອນລາຍດ້ວຍການໄປພົບປະກັນໃນທຸກບ່ອນທີ່ລູກຄ້າຂອງພວກເຂົາຢູ່ ແລະທົດລອງໃຊ້ຮູບແບບແລະຊ່ອງທາງໃນການສື່ສານແບບໃໝ່ໆໄປພ້ອມກັນດ້ວຍ. 


ອີງຕາມຄອນເທັ້ນຊີຣີ້ “Ideals That Matter” ທີ່ພວກເຮົາໄດ້ເປີດໂຕໄປເມື່ອໄວໆນີ້, ເຊິ່ງພວກເຮົາໄດ້ສົນທະນາກັບຫົວໜ່ວຍທຸລະກິດຕ່າງໆໃນທົ່ວພາກພື້ນ ເພື່ອຮັບຟັງວ່າສິ່ງໃດແທດເໝາະແລະໄດ້ຜົນສຳຫຼັບພວກເຂົາແທ້. ພວກເຮົາໄດ້ເຫັນໂອກາດຫຼາຍໆຢ່າງທີ່ເກີດຂຶ້ນຈາກການທີ່ຄວາມນິຍົມທາງສື່ສັງຄົມອອນລາຍໄດ້ມາບັນຈົບກັບການດຳເນີນທຸລະກິດ. ເຖິງແມ່ນວ່າກະແສນິຍົມຫຼາຍໆຢ່າງເຫຼົ່ານີ້ຕ້ອງໃຊ້ເວລາຫຼາຍປີຈຶ່ງສາມາດເຂົ້າເຖິງສັກກະຍະພາບສູງສຸດຂອງພວກມັນໄດ້, ແຕ່ພວກເຮົາເຫັນໄດ້ຊັດວ່າຢ່າງໜ້ອຍຈະມີ 5 ຄ່ານິຍົມ ທີ່ສາມາດເຕີບໂຕແລະໄດ້ຮັບຄວາມນິຍົມໃນເວລາອັນໃກ້ນີ້:

Virtual ແລະ Augmented Reality:

ກ່ອນໜ້ານີ້ເຮົາໄດ້ປະກາດປ່ຽນຊື່ຂອງບໍລິສັດເປັນ Meta ພ້ອມທັງແບ່ງປັນວິໄສທັດຂອງເຮົາກ່ຽວກັບ Metaverse. ຍ້ອນວ່າເຮົາເລີ່ມເຫັນເຖິງການປ່ຽນໄປໃນພຶດຕິກຳຂອງລູກຄ້າລວມເຖິງເຕັກໂນໂລຊີທີ່ມາເກື້ອກູນກັນ. ໃນຂະນະທີ່ ຫຼາຍໆຢ່າງຈາກ Metaverse ຍັງຈຳເປັນຕ້ອງໃຊ້ເວລາຫຼາຍປີໃນການພັດທະນາ, ແຕ່ພວກເຮົາກໍເຫັນຫຼາຍໆແອັບພຣິເຄຊັນສຳລັບ AR/VR ເລີ່ມເປັນທີ່ນິຍົມແລ້ວ, ເຊິ່ງນັບຕັ້ງແຕ່ການລອງສວມໃສ່ເຄື່ອງນຸ່ງ ແລະເກີບ ແບບສະເໝືອນຈິງກ່ອນທີ່ທ່ານຈະຕັດສິນໃຈຊື້ຈົນເຖິງການເຮັດວຽກທາງໄກໃນພື້ນທີ່ສະເໝືອນຈິງ.
ອີງໃສ່ Facebook IQ: ບົດລາຍງານຂອງມິຕິໃໝ່ແຫ່ງການເຊື່ອມຕໍ່ (ວັນທີ 4 ເດືອນມິຖຸນາ ປີ2021) ລະບຸວ່າ 78% ຂອງຜູ້ຄົນໃນທົ່ວໂລກເວົ້າວ່າ AR ເປັນຮູບແບບໃນການປະຕິສຳພັນກັບແບຣນຕ່າງໆ ທີ່ມ່ວນ, ແລະ 74% ເຊື່ອວ່າ AR ຈະສາມາດເຊື່ອມຊ່ອງຫວ່າງລະຫວ່າງໂລກອອນລາຍແລະອັອບລາຍໄດ້. 
ທ່ານ ຢູຈີນ ໂຊ, ນັກອອກແບບ AR ທີ່ປະຈຳການຢູ່ທີ່ປະເທດສິງກະໂປ ເຊິ່ງເປັນຜູ້ກໍ່ຕັ້ງ Dude Studio ແລະໄດ້ສ້າງຟິວເຕີ້ AR ເທິງ Instagram ໂດຍອີງໃສ່ເກມໄຟແດງ, ໄຟຂຽວຈາກ Squid Game. 
ທ່ານ ຢູຈີນ ໄດ້ກ່າວວ່າ: “ມັນໄດ້ຮັບຄວາມນິຍົມຫຼາຍແລະໄດ້ຮັບຄວາມປະທັບໃຈເຖິງ 1 ພັນລ້ານຄັ້ງພາຍໃນ 2 ອາທິດ. ນີ້ເປັນພຽງແຕ່ຕົວເລກ, ສຳລັບໃນຄວາມເປັນຈິງຄືມີຜູ້ຄົນຈາກທົ່ວໂລກໄດ້ສົ່ງຂໍ້ຄວາມຫາຂ້າພະເຈົ້າເພື່ອຖາມກ່ຽວກັບຟິວເຕີ້ໂຕນີ້ໃນຫຼາກຫຼາຍພາສາ. ຈຶ່ງເຮັດໃຫ້ຂ້າພະເຈົ້າໄດ້ຮູ້ວ່າຟິວເຕີໂຕນີ້ມີຊື່ສຽງໄປໄກ ເຖິງລະດັບສາກົນເປັນທີ່ຮຽບຮ້ອຍແລ້ວ.”
ເຊິ່ງແງ່ຄິດທີ່ໄດ້ແມ່ນທຸລະກິດຕ່າງໆເລີ່ມຮັບຮູ້ເຖິງສັກກະຍະພາບອັນຍິ່ງໃຫຍ່ຂອງ AR/VR ໃນການຍົກລະດັບປະສົບການຂອງລູກຄ້າແລ້ວ.

ການຄ້າຂາຍທາງສື່ສັງຄົມອອນລາຍ:

ກ່ອນໜ້ານີ້ພວກເຮົາເຄີຍກ່າວເຖິງສິ່ງນີ້ແລ້ວ, ແຕ່ພວກເຮົາຈະເວົ້າຢໍ້າຕື່ມອີກເທື່ອໜຶ່ງ. ທຸລະກິດຕ່າງໆກຳລັງຫັນເຂົ້າສູ່ການຄ້າຂາຍແບບອອນລາຍຫຼາຍກວ່າທີ່ພວກເຮົາຄິດ. ຜູ້ຄົນສາມາດຄົ້ນພົບສິນຄ້າທີ່ພວກເຂົາຕ້ອງການຜ່ານ Newsfeeds ຂອງໝູ່ເພື່ອນຂອງເຂົາເຈົ້າ. ແລະຜົນພວງຈາກການຄົ້ນພົບແບບນີ້ແມ່ນຄວາມຄາດຫວັງທີ່ພວກເຂົາຈະສາມາດສົ່ງຂໍ້ຄວາມຫາເຈົ້າຂອງຮ້ານໄດ້ຄືກັນກັບວ່າພວກເຂົາເປັນໝູ່ກັນເລີຍ.
ການເປັນທຸລະກິດທີ່ລູກຄ້າສາມາດສົ່ງຂໍ້ຄວາມຫາໂດຍກົງໄດ້ນັ້ນອາດຈະເປັນສິ່ງທີ່ສະແດງເຖິງຄວາມແຕກຕ່າງລະຫວ່າງທຸລະກິດທີ່ເຕີບໂຕ ກັບຢຸດຊະງັກໄດ້ເລີຍ. 
ນີ້ແມ່ນເລື່ອງລາວຂອງ ຮ້ານ ບົວພາ ເຊິ່ງເປັນຮ້ານຂາຍເຄື່ອງສຳອາງທີ່ມີຊື່ສຽງ ແລະເປັນທີ່ຮູ້ຈັກຫຼາຍໃນປະເທດລາວ. ຕັ້ງແຕ່ມີການລະບາດຂອງພະຍາດໂຄວິດ-19,​ ມັນໄດ້ສົ່ງຜົນກະທົບຫຼາຍຕໍ່ກັບບັນດາທຸລະກິດຕ່າງໆລວມເຖິງຮ້ານຂອງລາວເຊັ່ນກັນ. ລູກຄ້າຂອງລາວເລີ່ມຫຼຸດລົງຫຼາຍກວ່າ 50ເປີເຊັນໃນເວລາບໍ່ພໍເທົ່າໃດເດືອນ. ເຫດການດັ່ງກ່າວສົ່ງຜົນໃຫ້ຮ້ານຂອງລາວຕ້ອງໄດ້ປິດຊົ່ວຄາວເນື່ອງຈາກການປະກາດລັອກດາວທີ່ນະຄອນຫຼວງວຽງຈັນໃນປີ 2020. ນາງ ບົວພາ ໄດ້ປັບກົນລະຍຸດຂອງລາວ ແລະຫັນມາເປັນທຸລະກິດແບບອອນລາຍຫຼາຍຂຶ້ນໂດຍສະເພາະແມ່ນຜ່ານເພຈທຸລະກິດຂອງ Facebook. ລາວໄດ້ເລີ່ມໂພສຮູບຂອງສິນຄ້າ, ໂປໂມຊັນ, ແລະໄລ້ສົດເທິງເພຈ Facebook ຂອງລາວໃຫ້ເປັນປະຈຳຍິ່ງຂຶ້ນເພື່ອດຶງດູດລູກຄ້າ. ແລະໃນທີ່ສຸດ, ລາວເຫັນວ່າມັນໄດ້ຜົນແທ້ເນື່ອງຈາກມັນສາມາດເພີ່ມຍອດຂາຍ ແລະ ເຕີບໂຕທຸລະກິດຂອງລາວໄດ້. ນອກຈາກນີ້, ເພຈຂອງລາວກໍກາຍເປັນທີ່ຮູ້ຈັກຂອງຜູ້ຄົນໃນສັງຄົມນັບມື້ນັບຫຼາຍຂຶ້ນເລື້ອຍໆ ເຊິ່ງສະແດງອອກຈາກການເພີ່ມຂຶ້ນຂອງຍອດຜູ້ຕິດຕາມ ແລະ ການມີສ່ວນຮ່ວມໃນເວລາໄລ້ສົດ.   

ວັນ Mega Sale:

ການລວມກັນລະຫວ່າງຄວາມບັນເທີງແລະການຊັອບປິ້ງນັ້ນນັບເປັນກິດຈະກຳທີ່ເຮັດເພີ່ມຂຶ້ນຢ່າງຕໍ່ເນື່ອງ, ແລະຈະເຕີບໂຕສືບຕໍ່ໄປເລື້ອຍໆ ໃນພາກພື້ນອາຊຽນ. ຂ້າພະເຈົ້າໄດ້ໂອ້ລົມກັບ ທ່ານ ຊາພະນາ ເນນາມິ, ປະທານເຈົ້າໜ້າທີ່ຝ່າຍຜະລິດຕະພັນແລະການແກ້ໄຂບັນຫາ ຂອງ Publicis Groupe ປະຈຳພາກພື້ນອາຊີ-ປາຊີຟິກ, ຜູ້ທີ່ຄົ້ນພົບແງ່ຄິດສຳຄັນ 3 ຢ່າງຈາກຄ່ານິຍົມດັ່ງກ່າວນີ້. 
ຢ່າງທີ່ໜຶ່ງ ແມ່ນ ວັນ Mega Sale ກຳລັງເປັນຈຸດເບີກທາງໃຫ້ແກ່ນັກຊັອບອອນລາຍໜ້າໃໝ່, ສອງ, ກິດຈະກຳນີ້ຈະບໍ່ແມ່ນເລື່ອງຂອງການຫຼຸດລາຄາອີກຕໍ່ໄປ ເນື່ອງຈາກຜູ້ຄົນກຳລັງເຟັ້ນຫາຄຸນຄ່າຂອງແບຣນ ແລະສິ່ງທີ່ມີຄວາມໝາຍແທ້ໆ ຕໍ່ກັບພວກເຂົາ. ແລະສຸດທ້າຍ, ເສັ້ນທາງຂອງຜູ້ບໍລິໂພກທັງໝົດຈະຫັນສູ່ສັງຄົມອອນລາຍຫຼາຍຍິ່ງຂຶ້ນ ແລະຈະກາຍເປັນເລື່ອງທຳມະດາສຳລັບພວກເຂົາໄປເລີຍ. 
ສະນັ້ນ ລາວຈຶ່ງໃຫ້ຄຳແນະນຳຕໍ່ກັບລູກຄ້າຂອງລາວວ່າພວກເຂົາຕ້ອງໄດ້ວາງແຜນຕະຫຼອດຊ່ວງກິດຈະກຳ Mega Sales ໄວ້ລ່ວງໜ້າ ແລະບໍ່ໄດ້ມີແຕ່ສະເພາະການຫຼຸດລາຄາພຽງເທົ່ານັ້ນ. ແລະເນື່ອງຈາກວ່າກິດຈະກຳນີ້ບໍ່ແມ່ນພຽງແຕ່ເລື່ອງຂອງການຫຼຸດລາຄາ, ຈຶ່ງຕ້ອງໃຫ້ຄວາມສຳຄັນກັບການສ້າງຄຸນຄ່ຂອງແບຣນດ້ວຍ. ເຊິ່ງສິ່ງເຫຼົ່ານີ້ຈະເກີດຂຶ້ນໄດ້ ກໍຕໍ່ເມື່ອໄດ້ຄິດຢ່າງຮອບຄອບເຖິງຊ່ອງທາງຕ່າງໆ ທີ່ເຮົາຈະເຂົ້າເຖິງລູກຄ້າໄດ້ເພື່ອເພິ່ມໂອກາດທີ່ລູກຄ້າຈະໄດ້ເຫັນຜະລິດຕະພັນຂອງເຮົາເມື່ອເຂົ້າສູ່ສັງຄົມອອນລາຍ.

ນັກສ້າງເນື້ອຫາ:

ເນື່ອງຈາກການລະບາດຂອງພະຍາດ, ຜູ້ຄົນຈຳເປັນຕ້ອງໄດ້ເກັບໂຕຢູ່ແຕ່ໃນບ້ານ ແລະຊອກຫາຊ່ອງທາງຕ່າງໆໃນການສ້າງຄວາມບັນເທີງໃຫ້ກັບໂຕເອງມາເປັນເວລາດົນ. ຈຶ່ງເປັນເລື່ອງທຳມະດາທີ່ເນື້ອຫາຕ່າງໆທີ່ສ້າງສັນຢູ່ໃນບ້ານຈະມີອັດຕາທີ່ເພີ່ມຂຶ້ນ ທັ້ງຈຳນວນຫົວຂໍ້ ແລະຮູບແບບຕ່າງໆ ເຊັ່ນ: ການສາທິດວິທີເຮັດອາຫານ, ການສ້າງຄວາມບັນເທີງໃນຄອບຄົວ, ເຄັດລັບການອອກກຳລັງກາຍ ແລະ ແນ່ນອນວ່າລວມໄປເຖິງນັກສ້າງເນື້ອຫາໃນຫົວຂໍ້ທີ່ກ່ຽວກັບທຸລະກິດ ແລະການເງິນ.
ອີງຕາມ ບົດວິໄຈຂອງ AnyMind, ຈຳນວນຂອງຜູ້ທີ່ມີຊື່ສຽງໃນສື່ສັັງຄົມອອນລາຍ ທີ່ມີຍອດຜູ້ຕິດຕາມຈຳນວນຫຼາຍ (ຜູ້ຕິດຕາມ 100.000 - 1ລ້ານຄົນ) ໃນທົ່ວພາກພື້ນໄດ້ເຕີບໂຕຂຶ້ນເຖິງ 66% ໃນປີ 2021 ໂດຍສະເພາະແມ່ນຢູ່ປະເທດອິນໂດເນເຊຍ, ຍີ່ປຸ່ນ, ຟິລິບປິນ, ໄຕ້ຫວັນ, ແລະ ປະເທດໄທ. ແລະເມື່ອອີງຕາມ ຂໍ້ມູນເຊີງເລິກຈາກ CB, ຈະເຫັນໄດ້ວ່ານັກສ້າງເນື້ອຫາທົ່ວໂລກສາມາດສ້າງລາຍໄດ້ເຖິງ 1.3 ຕື້ໂດລາ ໃນປີ 2021, ເຊິ່ງເພີ່ມຂຶ້ນເກືອບ 3ເທົ່າ ເມື່ອທຽບກັບປີ 2020.
ນັກສ້າງເນື້ອຫາເປັນເລື່ອງໃຫມ່ແລະມີຄວາມຫຼາກຫຼາຍສຳຫຼັບສື່. ພວກເຂົາກຳລັງກາຍເປັນ ແບຣນທີ່ມີບູລິມະສິດເປັນຂອງຕົວເອງ ແລະການມີສ່ວນຮ່ວມຂອງຜູ້ຄົນໃນລະດັບນັ້ນເຮັດໃຫ້ພວກເຂົາ ເປັນຊ່ອງທາງໃນການຂາຍຍ່ອຍທີ່ມີອິດທິພົນສູງເຊັ່ນກັນ. ສະນັ້ນໃນປີ 2022, ພວກເຮົາຈະໄດ້ເຫັນແບຣນຕ່າງໆທີ່ຈະຮ່ວມສ້າງຜະລິດຕະພັນ ຫຼື ແບຣນຍ່ອຍທີ່ຮ່ວມມືກັບນັກສ້າງເນື້ອຫາເພີ່ມຂຶ້ນຫຼາຍຢ່າງແນ່ນອນ.

ວິດີໂອ:

ຜູ້ຊົມທີ່ເບິ່ງວິດີໂອດິຈີຕອນໃນຂົງເຂດ ອາຊີ-ປາຊີຟິກ ຈະເພີ່ມຂຶ້ນເຖິງ 2 ພັນລ້ານຄົນໃນປີ 2022, ເຊິ່ງໄວຂຶ້ນ 1 ປີ ທຽບກັບການຄາດການທີ່ຜ່ານມາຂອງ eMarketer. ເຊິ່ງໃນແພັດຟອມຂອງພວກເຮົາ, ວິດີໂອໄດ້ກາຍເປັນແນວທາງຫຼັກທີ່ຜູ້ຄົນນໍາໃຊ້ໃນຜະລິດຕະພັນຂອງເຮົາ  ແລະໃໍຊ້ສະແດງອອກເຖິງໂຕຕົນຂອງພວກເຂົາ. ໃນບັນດາຮູບແບບຕ່າງໆຂອງວິດີໂອ, ທ່ານຈະເຫັນວ່າວິດີໂອຮູບແບບສັ້ນເຊັ່ນ: Reels ກຳລັງເຕີບໂຕໃນອັດຕາທີ່ໄວ ແລະເປັນວິທີການເພີ່ມການມີສ່ວນຮ່ວມຂອງຜູ້ຄົນເທິງ Instagram. 
ແລ້ວທຸລະກິດຕ່າງໆຄວນເຮັດແນວໃດ? ຄຳຕອບແມ່ນການກຳນົດວັດຖຸປະສົງກ່ອນ - ໂດຍບໍ່ວ່າຈະເພື່ອການສ້າງແບຣນ ຫຼືເພື່ອສົ່ງເສີມປະສົບການການຊັອບປິ້ງໃຫ້ສົມຈິງຍິ່ງຂຶ້ນ, ແລ້ວເລີ່ມຈາກ ຈຸດນັ້ນ. ຕໍ່ມາແມ່ນການໃຊ້ແທັກສິນຄ້າ (Product Tags) ໃນວິດີໂອ ເປັນຕົວນຳລູກຄົ້າໄປສູ່ການສັ່ງຊື້ສິນຄ້າໄດ້ໂດຍກົງຈົນໄປເຖິງການໃຫ້ທົດລອງໃຊ້ສິນຄ້າກ່ອນທີ່ພວກເຂົາຈະຕັດສິນໃຈຊື້ໂດຍການໃຊ້ AR, ເຊິ່ງການເບິ່ງວິດີໂອເທິງມືຖືຈະເຮັດໃຫ້ລູກຄົ້າສາມາດສຳຜັດກັບປະສົບການທີ່ສົມຈິງແນວນີ້ໄດ້. ປະຈຸບັນ, ບັນດາທຸລະກິດຕ່າງໆນັ້ນມີຫຼາກຫຼາຍຊ່ອງທາງໃນການເຂົ້າເຖິງຜູ້ຄົນດ້ວຍວິດີໂອໃນ Meta ເຊິ່ງມີພື້ນທີ່ທີ່ໜ້າຕື່ນເຕັ້ນຫຼາຍໃນການຄົ້ນຫາ.- ທັງຈາກໃນ ໂຄສະນາທາງ Messenger, ໂຄສະນາກ່ອນຮັບຊົມວິດີໂອ, ແລະໃນ Instant Experiences. 
ເຖິງແມ່ນວ່າເຕັກໂນໂລຊີຈະບໍ່ໄດ້ຢຸດຢູ່ກັບທີ່, ແຕ່ສິ່ງໜຶ່ງທີ່ຍັງຄົງບໍ່ປ່ຽນແປງຄືຜູ້ຄົນເລືອກທີ່ຈະໂຕ້ຕອບກັບຮ້ານຄ້າ ໃນແບບຄົນທົ່ວໄປ, ມີຄວາມເປັນສ່ວນຕົວ, ແລະລາບລື່ນ. ນີ້ແມ່ນເຫດຜົນທີ່ວ່າຍ້ອນຫຍັງແນວໂນ້ມຄວາມນິຍົມໃຊ້ສື່ສັງຄົມອອນລາຍຈຶ່ງມັກຕິດພັນກັບທຸລະກິດຢູ່ສະເໝີ.