ປະທານຄະນະກວດກາສູນກາງພັກ ຢ້ຽມຢາມໂຄງການພັດທະນາເມືອງສັງທອງ

ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກເລຂາທິການສູນກາງພັກປະທານຄະນະກວດກາສູນກາງພັກປະທານອົງການກວດກາແຫ່ງລັດ, ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວຢ້ຽມຢາມໂຄງການກະເສດຄົບວົງຈອນຢູ່ບ້ານວັງມ້າ ເມືອງສັງທອງ ນະຄອນຫຼວງວຽງຈັນ ໂດຍການຕ້ອນຮັບຂອງ ທ່ານ ພົງສະຫວັນ ສີລິພັນ ເລຂາພັກເມືອງ ເຈົ້າເມືອງສັງທອງ.

ໂອກາດນີ້, ທ່ານ ທອງໄລ ຈັນມະວົງ ປະທານບໍລິສັດ ສົມສະຫວ່າງຟາຣ໌ມ ຈໍາກັດຜູ້ດຽວ ເຈົ້າຂອງໂຄງການພັດທະນາການກະເສດຄົບວົງຈອນ, ໄດ້ລາຍງານໃຫ້ຄະນະນໍາຂັ້ນສູນກາງ ຊາບເມື່ອບໍ່ດົນມານີ້, ໂດຍຍົກໃຫ້ເຫັນສະພາບລວມໃນການບຸກເບີກທີ່ດິນ, ຄວາມສໍາຄັນຂອງການເຮັດກະສິກໍາແບບຍືນຍົງ, ຕິດພັນກັບການພັດທະນາເປັນແຫຼ່ງທ່ອງທ່ຽວກະສິກໍາທໍາມະຊາດ, ເພື່ອສ້າງວຽກເຮັດງານທໍາໃຫ້ແກ່ສັງຄົມ ຄຽງຄູ່ກັບການພັດທະນາທ້ອງຖິ່ນ. ໂຄງການນີ້, ເລີ່ມລົງມືປະຕິບັດມາແຕ່ປີ 2019 ຊຶ່ງມີເນື້ອທີ່ທຳມະຊາດທັງໝົດ 1.100 ເຮັກຕາ, ມີມູນຄ່າການລົງທຶນ 329 ຕື້ກວ່າກີບ ຊຶ່ງບໍລິສັດໄດ້ພັດທະນາແລ້ວສ່ວນໜຶ່ງ, ໂດຍໃຊ້ເງິນລົງທຶນຂອງຕົນເອງນມູນຄ່າ 132 ຕື້ກວ່າກີບ, ສຳລັບໜ້າວຽກທີ່ໄດ້ລົງມືພັດທະນາລວມມີ ກໍ່ສ້າງເສັ້ນທາງ, ເຂື່ອນເກັບນໍ້າ, ຝາຍ, ລະບົບຊົນລະປະທານ, ປູກຕົ້ນໄມ້ກິນໝາກ, ພືດຕາມລະດູການ, ຜັກປອດສານພິດ, ລ້ຽງສັດໃຫຍ່ (ງົວ, ແບ້), ສັດປີກ (ເປັດ, ໄກ່), ປາ ແລະ ໄດ້ກໍ່ສ້າງໂຮງແຮມ, ຮ້ານອາຫານ, ສວນສະໜຸກ, ສະຖານບັນເທີງ. ມາຮອດປັດຈຸບັນ, ມີເນື້ອທີ່ນາ 450 ເຮັກຕາ, ປູກຕົ້ນໄມ້ກິນໝາກ 10.000 ຕົ້ນ, ມີອ່າງເກັບນໍ້າຂະໜາດໃຫຍ່ 2 ແຫ່ງ, ຝາຍ ແລະ ໜອງລ້ຽງປາ 14 ໜອງ, ງົວ 390 ໂຕ ແລະ ແບ້ 420 ໂຕ.

ໃນໂອກາດນີ້,ທ່ານ ຄໍາພັນ ພົມມະທັດ ໄດ້ແລກປ່ຽນຄວາມຄິດເຫັນກັບການນຳເມືອງສັງທອງ ແລະຜູ້ພັດທະນາໂຄງການ, ກ່ຽວກັບການເຮັດກະເສດໃນສະພາບແວດລ້ອມໃໝ່ຕິດພັນກັບການທ່ອງທ່ຽວ, ໂດຍຮັບປະກັນຄວາມຍືນຍົງ, ຫັນສູ່ທັນສະໄໝທັງສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນໃກ້ຄຽງ. ຈາກນັ້ນ, ທັງຄະນະກໍໄດ້ໄປຢ້ຽມຊົມການຕົກກ້າ, ການດໍານາດ້ວຍເຄື່ອງຈັກທັນສະໄໝ, ໄປເບິ່ງຟມງົວ, ຟາມແບ້, ລະບົບຊົນລະປະທານ, ອ່າງເກັບນໍ້າ ແລະ ກິດຈະກຳອື່ນໆ.

(ຂ່າວ-ພາບ: ວາລະສານກວດກາ)