ຜົນປະໂຫຍດທີ່ ສປປ ລາວ ຈະໄດ້ຮັບຈາກ ສັນຍາ RCEP

ເມື່ອສປປ ລາວ ເຂົ້າຮ່ວມການປະຕິບັດສັນຍາ ອາຣ໌ເຊ໊ປ (RCEP) ກໍຈະນໍາມາຊຶ່ງການອຳ ນວຍຄວາມສະດວກໃນການລົງທຶນ, ການຄ້າ ແລະ ການທ່ອງທ່ຽວ, ທັງຈະມີຕະຫຼາດອັນກ້ວາງຂວາງແກ່ປະເທດສະມາຊິກ, ແລະ ໄດ້ຮັບເງິນປັນຜົນຈາກການຖ່າຍທອດເທຄໂນໂລຢີລະຫວ່າງປະເທດ ແລະ ອື່ນໆ.

ໂດຍທ່ານ ສາຍຄໍາ ວໍລະເດດ ວ່າການຫົວໜ້າສູນຄົ້ນຄວ້າວິທະຍາສາດ ແລະ ນະໂຍບາຍເສດຖະກິດ-ສັງຄົມ ໄດ້ໃຫ້ທັດສະນະຕໍ່ການເຂົ້າຮ່ວມສັນຍາຄູ່ຮ່ວມເສດຖະກິດຮອບດ້ານພາກພື້ນ (RCEP) ຂອງ ສປປ ລາວ ວ່າ “ສັນຍາຮ່ວມມືຮອບດ້ານທາງດ້ານເສດຖະກິດ, ບໍ່ແມ່ນເລື່ອງໃໝ່ ສໍາລັບ ສປປ ລາວ, ແຕ່ມັນເປັນການສືບຕໍ່ຂະບວນການເຊື່ອມໂຍງເສດຖະກິດກັບພາກພື້ນ ແລະສາກົນ ມາແຕ່ປີ 1986 ຊຶ່ງທໍາອິດ ພາຍໃນປະເທດອາຊຽນມີພຽງ 10 ປະເທດ, ມາຮອດປັດຈຸບັນນີ້, ຂະຫຍາຍອອກໄປອີກ 5 ປະເທດ ລວມເປັນ 15 ປະເທດ. ສຳລັບ ສປປ ລາວ, ສັນຍາ RCEP ບໍ່ພຽງແຕ່ໝາຍເຖິງການອຳນວຍຄວາມສະດວກໃນການລົງທຶນ, ການຄ້າ ແລະ ການທ່ອງທ່ຽວເທົ່ານັ້ນ, ແຕ່ ສປປ ລາວ ຍັງໄດ້ມີໂອກາດເຂົ້າເຖິງຕະຫຼາດທີ່ກວ້າງຂວາງຂອງບັນດາປະເທດສະມາຊິກ ລວມເຖິງໄດ້ຮັບການລົງທຶນຈາກການຖ່າຍທອດເທຄໂນໂລຢີຈາກບັນດາປະເທດຕ່າງໆ”.

ວ່າການຫົວໜ້າສູນຄົ້ນຄວ້າວິທະຍາສາດ ແລະ ນະໂຍບາຍເສດຖະກິດ-ສັງຄົມ ກ່າວອີກວ່າ: ປະເທດລາວຍັງເປັນປະເທດດ້ອຍພັດທະນາ ແລະ ຈຳກັດເງິນລົງທຶນ, ພາຍຫຼັງ RCEP ມີຜົນບັງຄັບໃຊ້ ຈະຊ່ວຍຕັດຂໍ້ຈຳກັດດັ່ງກ່າວໄດ້ ລວມເຖິງຈະມີເທຄໂນໂລຢີທີ່ກ້າວໜ້າລະດັບສາກົນຫຼັ່ງໄຫຼເຂົ້າມາພ້ອມແຮງງານ ແລະ ວິຊາການທີ່ມີທັກສະຈາກຕ່າງປະເທດເພື່ອເຂົ້າມາລົງທຶນ ຊຶ່ງຈະເຮັດໃຫ້ຊັບພະຍາກອນມະນຸດໃນປະເທດລາວມີການພັດທະນາໄປໃນຕົວ ຈິ່ງຖືເປັນການປະກອບສ່ວນສຳຄັນເຂົ້າໃນການພັດທະນາເສດຖະກິດ ແລະ ສັງຄົມຂອງລາວ ເຮັດໃຫ້ເສດຖະກິດປະເທດລາວມີການພັດທະນາຢ່າງວ່ອງໄວ ແລະ ວຽກງານຫຼຸດຜ່ອນຄວາມທຸກຍາກກໍຈະມີບາດກ້າວດີຂຶ້ນຢ່າງມີປະສິດທິພາບ ແລະ ນີ້ກໍຄືຄວາມສຳຄັນຂອງ RCEP ຕໍ່ລາວ.

ທ່ານ ສາຍຄໍາ ວໍລະເດດ ໄດ້ຮຽກຮ້ອງໃຫ້ສັງຄົມລາວໃນຍຸກຂອງຕະຫຼາດມີການແຂ່ງຂັນ, ບໍ່ວ່າຈະເປັນຕະຫຼາດແຮງງານ, ຕະຫຼາດການຄ້າ ແລະ ອື່ນໆ, ຊຶ່ງປະຊາຊົນລາວຕ້ອງໄດ້ສ້າງຄວາມເຂັ້ມແຂງໃຫ້ຕົນເອງ, ມີຫົວຄິດປະດິດສ້າງສຶກສາຮ່ຳຮຽນຕະຫຼອດ, ເພື່ອຮັບມືກັບເທຄໂນໂລຢີທີ່ທັນສະໄໝ ທີ່ມີປ່ຽນແປງ ແລະ ພັດທະນາວ່ອງໄວ, ສະນັ້ນ ເຮົາຕ້ອງກຽມພ້ອມ ແລະ ເພີ່ມທະວີການຮັບມືໃຫ້ທັນສະພາບການ.

ຂອບໃຈຂໍ້ມູນຈາກ: CRI ປະຈຳລາວ