3 ບ້ານເມືອງໃໝ່  ໄດ້ຮັບໃບຢັ້ງຢືນບ້ານວັດທະນະທຳ

ຂ່າວ: ນໍ້າເໝີຍ

ຫ້ອງການຖະແຫຼງຂ່າວວັດທະນະທໍາ ແລະ ທ່ອງທ່ຽວເມືອງໃໝ່ ແຂວງຜົ້ງສາລີ ໄດ້ຈັດພິທີມອບ-ຮັບໃບຢັ້ງຢືນຄອບຄົວ ແລະ ບ້ານວັດທະນະທໍາໃຫ້ 3 ບ້ານ ຄື: ບ້ານປາກແພ, ອົມປະໂລງ ແລະ ບ້ານແສນຫຼວງ ຂຶ້ນໃນລະຫວ່າງວັນທີ 28-30 ທັນວາ 2021 ຜ່ານມານີ້ ໂດຍເປັນກຽດ ເຂົ້າຮ່ວມຂອງທ່ານ  ພອນສະຫັວນ ມະນີວົງສີ ຮອງເຈົ້າເມືອງ ຜູ້ຊີ້ນໍາຂົງເຂດວັດທະນະທໍາ-ສັງຄົມ.

ທ່ານ ນາງ ຄໍາຫຼ້າ ອິນທະວົງ ຫົວໜ້າຫ້ອງການ ຖວທ ເມືອງໃໝ່ ໄດ້ກ່າວເປີດພິທີ ຊຶ່ງກ່ອນອື່ນ, ທ່ານໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ກັບຜົນງານຂອງບ້ານທີ່ຍາດມາໄດ້ຕະຫຼອດໄລຍະທີ່ຜ່ານມາ ເຮັດສໍາເລັດຕາມມາດຖານ ເງື່ອນໄຂ 5 ມາດຖານຂອງຄອບ ແລະ 5 ມາດຖານຂອງບ້ານໃນການກໍ່ສ້າງຄອບຄົວ ແລະບ້ານ ວັດທະນະທໍາ ເພື່ອເປັນການສົ່ງເສີມຮີດຄອງປະເພນີອັນດີງາມຂອງເຜົ່າ, ຂອງຊາດໃຫ້ໝັ້ນຄົງຕະຫຼອດໄປຕໍ່ມາກໍ່ໄດ້ຮັບຟັງການຜ່ານບົດສະຫຼຸບຂອງເລຂາພັກ-ນາຍບ້ານ 3 ບ້ານ. ພ້ອມດຽວກັນນີ້ຍັງໄດ້ຮັບຟັງການຜ່ານຂໍ້ຕົກລົງ ຂອງທ່ານເຈົ້າເມືອງ ແລະ ຂໍ້ຕົກລົງຂອງທ່ານເຈົ້າແຂວງວ່າດ້ວຍການຮັບຮອງເອົາຄອບຄົວ ແລະ ບ້ານວັດທະນະທໍາປະຈໍາປີ 2021 ໂດຍເປັນກຽດກ່າວມອບໃບຢັ້ງຢືນຄອບຄົວວັດທະນະທໍາ ຂອງທ່ານ ນາງ ຄໍາຫຼ້າ ອິນທະວົງ ຫົວໜ້າ ຫ້ອງການ ຖວທ ເມືອງ ກ່າວຮັບ ໂດຍທ່ານເລຂາພັກນາຍບ້ານ, ຈາກນັ້ນ ທ່ານ ດຣ ພອນສະຫັວນ ມະນີວົງສີ ຮອງເຈົ້າເມືອງໃຫ້ກຽດຂຶ້ນມອບໃບຢັ້ງຢືນບ້ານວັດທະນະທໍາ ແລະ ກ່າວຮັບໂດຍ ທ່ານເລຂາຄະນະພັກຮາກຖານກຸ່ມບ້ານ 3 ບ້ານ.

ຕອນທ້າຍພິທີທ່ານ ພອນສະຫັວນ ມະນີວົງສີ ໄດ້ຍົກໃຫ້ເຫັນບາງບັນຫາບົນເດັ່ນ ແລະ ຜົນງານ ທີ່ໄດ້ຮັບໃບຢັ້ງຢືນຄອບຄົວ ແລະ ບ້ານວັດທະນະທໍາໃນຄັ້ງນີ້ເຕັມໄປດ້ວຍບັນຍາກາດອັນອົບອຸ່ນ ແລະ ໄມຕີຈິດ ທັງໝົດເລົ່ານີ້ລ້ວນແລ້ວແຕ່ແມ່ນຄຸນງາມຄວາມດີຂອງຄົນ, ຄອບຄົວ ແລະ ບ້ານວັດທະນະທໍາທຸກສິ່ງຢ່າງຂໍໃຫ້ສືບຕໍ່ ຮັກສາມູນເຊື້້ອອັນດີງາມຂອງເຜົ່າ ກໍ່ຄືຂອງຊາດຈົ່ງພ້ອມໃຈກັນຫ່າງອອກຈາກຢາເສບຕິດສິ່ງທີ່ເປັນ ຫ່ວງທີ່ສຸດແມ່ນພັກ ແລະ ລັດເອົາໃຈໃສ່ຊຸກຍູ້, ສົ່ງເສີມມູນເຊື້ອວັດ ທະນະທໍາອັນດີຂອງເຜົ່າໃຫ້ຢູ່ໃນ ສັງຄົມຕະຫຼອດໄປ.

ນອກຈາກນັ້ນ ທ່ານຮອງເຈົ້າເມືອງຍັງໄດ້ໃຫ້ທິດທາງແຜນການໃນຕໍ່ໜ້າສືບຕໍ່ເພີ່ມທະວີຄວາມສາ ມັກຄີຢ່າງໜັກແໜ້ນເປັນເຈົ້າຕົນ ເອງສືບຕໍ່ພັດທະນາເສດຖະກິດຄອບຄົວໃຫ້ມີຢູ່ມີກິນຂຶ້ນເລື້ອຍໆ ອີກເທື່ອໜຶ່ງທ່ານຍັງໄດ້ເໜັ້ນໜັກໃຫ້ 2 ອົງການຈັດຕັ້ງຄື: ປ້ອງກັນຊາດ ແລະ ປ້ອງກັນຄວາມສະຫງົບ ໃຫ້ມີສະຕິລະວັງຕົວຢູ່ສະເໝີເພື່ອຕ້ານກົນອຸບາຍຂອງສັດຕູ ນອກຈາກນັ້ນຍັງເນັ້ນເຖິງສະພາບປະຈຸບັນໃຫ້ຫຼີກເວັ້ນຈາກພະຍາດໂຄ ວິດ-19  ໂດຍການໃສ່ຜ້າອັດປາກອັດດັງລ້າງມືໃສ່ສະບູ່ ຫຼື ເຈວລ້າງມືທຸກຄັ້ງທີ່ມີການຈັບບາຍສີ່ງຕ່າງໆ ແລະ ກໍ່ກ່າວປີດພິທາງຢ່າງເປັນທາງການ.