ກ້ວຍ ສິນຄ້າກະສິກຳລາວສົ່ງອອກຫຼາຍກວ່າໝູ່

ການຊຸກຍູ້ການຜະລິດ ແລະສົ່ງ ອອກສິນຄ້າກະສິກຳ ປີ 2021 ສາມາດ ປະຕິບັດໄດ້ 905,36 ລ້ານໂດລາ ເທົ່າກັບ 82,30% ຂອງແຜນການ ປີ 2021 (ແຜນການປີ 2021: 1.100 ລ້ານໂດ ລາ) ໃນນີ້ສົ່ງອອກຫຼາຍກວ່າໝູ່ແມ່ນກ້ວຍ ຮອງລົງມາແມ່ນຢາງພາລາ, ມັນຕົ້ນ, ອ້ອຍ, ແລະໝາກໂມ.
ຕາມການລາຍງານຂ່າວຂອງເຟດ ຂ່າວໜັງສືພິມປະຊາຊົນ ອ້າງຂໍ້ມູນຈາກ ກອງປະຊຸມລັດຖະບານເປີດກວ້າງຄັ້ງທີ 2 ຈັດຂຶ້ນເມື່ອບໍ່ດົນມານີ້ໃຫ້ຮູ້ວ່າ: ການ ຊຸກຍູ້ການຜະລິດ ແລະສົ່ງອອກສິນຄ້າ ກະສິກຳ ປີ 2021 ສາມາດປະຕິບັດໄດ້ 905,36 ລ້ານໂດລາ ເທົ່າກັບ 82,30% ຂອງແຜນການປີ 2021 (ແຜນການປີ 2021: 1.100 ລ້ານໂດລາ) ໃນນີ້ສົ່ງ ອອກຫຼາຍກວ່າໝູ່ແມ່ນກ້ວຍ ມູນຄ່າ 225,33 ລ້ານໂດລາ; ຢາງພາລາ ມູນຄ່າ 214,37 ລ້ານໂດລາ; ມັນຕົ້ນ ມູນຄ່າ 196,58 ລ້ານໂດລາ; ອ້ອຍ ມູນຄ່າ 25,43 ລ້ານໂດລາ; ໝາກ ໂມ ມູນຄ່າ 26,33 ລ້ານໂດລາ ແລະ ອື່ນໆ.


ສໍາລັບການສົ່ງອອກສັດໄດ້ສົ່ງອອກ ງົວ-ຄວາຍ ທັງໝົດ 8.100 ກວ່າໂຕ ເທົ່າກັບ 33,9 ຕື້ກີບ; ໃນນີ້ ໄດ້ສົ່ງສັດ ໃຫຍ່ອອກໄປ ສປ ຈີນ ຢ່າງເປັນທາງ ການເປັນຄັ້ງທໍາອິດຕາມຂໍ້ກໍານົດເງື່ອນ ໄຂດ້ານສຸຂະນາໄມທີ່ກະຊວງກະສິກໍາ ແລະປ່າໄມ້ ສປປ ລາວ ແລະກົມໃຫຍ່ ພາສີ ຂອງ ສປ ຈີນ ໄດ້ຮ່ວມເຊັນກັນ ຄັ້ງວັນທີ 30 ເມສາ 2019 ຊຶ່ງໃນໄລ ຍະວັນທີ 28 ເມສາ 2019-24 ເມສາ 2021 ສົ່ງອອກໄດ້ 2.013 ໂຕ (ງົວ 1.992 ໂຕ ແລະຄວາຍ 21 ໂຕ), ເຫັນ ວ່າບໍ່ສາມາດປະຕິບັດໄດ້ຕາມຄາດໝາຍ 50 ພັນໂຕ. ສາເຫດທີ່ສົ່ງອອກບໍ່ໄດ້ຕາມແຜນ ກໍ່ເນື່ອງຈາກມີການລະບາດຂອງພະຍາດ ໂຄວິດ-19 ແລະເລີ່ມແຕ່ເດືອນເມສາ 2021 ໃນ 7 ແຂວງຂອງລາວ ມີສະພາບການລະບາດຂອງພະຍາດຜີວໜັງ ອັກເສບຕິດຕໍ່ ງົວ-ຄວາຍ ອັນໄດ້ສົ່ງ ຜົນໃຫ້ຝ່າຍ ສປ ຈີນ (ກົມໃຫຍ່ພາສີຂອງ ສປ ຈີນ) ໄດ້ປາກາດຫ້າມນໍາເຂົ້າງົວ ແລະຜະລິດຕະພັນກ່ຽວກັບງົວຈາກ ສປປ ລາວ.


ປະຈຸບັນ, ລາວເຮົາສາມາດຄວບ ຄຸມການລະບາດຂອງພະຍາດສັດດັ່ງ ກ່າວໄດ້ແລ້ວ ແລະໄດ້ລາຍງານຫາອົງ ການພະຍາດສັດສາກົນ ຫຼື OIE ເພື່ອໃຫ້ ລຶບຊື່ ສປປ ລາວ ອອກຈາກບັນຊີປະ ເທດທີ່ກໍາລັງລະບາດພະຍາດດັ່ງກ່າວ ແລະກຳລັງຢູ່ໃນຂັ້ນຕອນການເຈລະ ຈາຄືນການອະນຸຍາດໃຫ້ນໍາເຂົ້າງົວ ຈາກ ສປປ ລາວ ແລະກໍາລັງຈັດຕັ້ງ ປະຕິບັດມາດຕະການຕ່າງໆ ຕາມຂໍ້ກໍາ ນົດເງື່ອນໄຂດ້ານສຸຂະນາໄມຕ່າງໆ ທີ່ ລາວເຮົາໄດ້ເຊັນຮ່ວມກັບ ສປ ຈີນ.