ຈີນເຫັນດີກົດໝາຍການລົງທຶນຈາກຕ່າງປະເທດ

ວັນທີ 15 ມີນາຜ່ານມາ ກົດໝາຍວ່າດ້ວຍການລົງທຶນຂອງ ຕ່າງປະເທດໄດ້ຜ່ານການຮັບຮອງໃນສະພາປະຊາຊົນແຫ່ງຊາດ ສປ ຈີນດ້ວຍສຽງສ່ວນຫຼາຍ.

ຕາມຂ່າວ Cri  ລາຍງານວ່າ ກອງປະຊຸມປະຈຳປີຂອງສະພາປະ ຊາຊົນແຫ່ງຊາດຈີນຄັ້ງທີ 2 ສະ ໄໝທີ 13 ໄດ້ອັດລົງໃນຕອນເຊົ້າ ວັນທີ 15 ມີນານີ້ ແລະ ໄດ້ຜ່ານ ການຮັບຮອງກົດໝາຍວ່າດ້ວຍ ການລົງທຶນຂອງຕ່າງປະເທດດ້ວຍ ສຽງສ່ວນຫຼາຍ. ກົດໝາຍດັ່ງກ່າວ ມີ 6 ໝວດ 42 ມາດຕາ, ໄດ້ລະບຸ ຢ່າງເປັນເອກະພາບກັນຕໍ່ການອະ ນຸມັດເຂົ້າຕະຫຼາດ, ການສົ່ງເສີມ, ການປົກປ້ອງ ແລະການຄຸ້ມຄອງ ການລົງທຶນຈາກຕ່າງປະເທດ ຊຶ່ງໄດ້ກຳນົດໂຄງຮ່າງພື້ນຖານດ້ານລະບຽບການຕໍ່ການລົງທຶນຈາກ ຕ່າງປະເທດແບບໃໝ່ຂອງຈີນ ແລະ ເປັນກົດໝາຍທີ່ມີລັກສະນະພື້ນ ຖານ ແລະມີລັກສະນະຊີ້ນຳໃນຂົງເຂດການລົງທຶນຂອງຕ່າງປະເທດ.

ນັບແຕ່ຈີນປະຕິຮູບ ແລະເປີດ ປະຕູສູ່ພາຍນອກແຕ່ທ້າຍຊຸມປີ 1970 ເປັນຕົ້ນມາ, ຈີນໄດ້ວາງກົດ ໝາຍວິສາຫະກິດຮ່ວມທຶນຈີນ-ຕ່າງປະເທດ, ກົດໝາຍວິສາຫະກິດ ທຶນຕ່າງປະເທດ ແລະກົດໝາຍ ຮ່ວມມືຈີນ-ຕ່າງປະເທດ ຖືກເອີ້ນວ່າເປັນກົດໝາຍທຶນຕ່າງປະເທດ 3 ສະບັບ. ຫຼາຍຫາງສຽງເຫັນວ່າ, ຈີນໄດ້ວາງກົດໝາຍວ່າດ້ວຍການ ລົງທຶນຂອງຕ່າງປະເທດທົດແທນ ກົດໝາຍທຶນຕ່າງປະເທດ 3 ສະ ບັບດັ່ງກ່າວ ຊຶ່ງເປັນການສ່ອງແສງ ໃຫ້ເຫັນການຕັດສິນໃຈ ແລະຄວາມ ມຸ່ງໝັ້ນເພື່ອດຳເນີນການປະຕິຮູບ ແລະເປີດປະຕູສູ່ພາຍນອກຢ່າງ ເຖິງຖອງຂອງອົງການນິຕິບັນຍັດ ຈີນ ທີ່ຈະມີຜົນດີຊ່ວຍປົກປ້ອງສິດ ແລະຜົນປະໂຫຍດທີ່ຖືກຕ້ອງຕາມກົດໝາຍຂອງນັກລົງທຶນຕ່າງປະ ເທດ ແລະ ຊຸກຍູ້ໃຫ້ການເປີດປະຕູ ສູ່ພາຍນອກຂອງຈີນມີລະດັບສູງ ຂຶ້ນກວ່າເກົ່າ ແລະ ເຮັດໃຫ້ເສດຖະ ກິດຈີນພັດທະນາຢ່າງມີຄຸນນະ ພາບສູງ.

ນສພ ເສດຖະກິດ-ສັງຄົມ