8 ປີ ຊັບສິນພຣັອບເພີຕີ້ ຈັດສັນດິນແບ່ງປັນຄວາມສຸກປະຊາຊົນໄດ້ 2 ພັນຕອນ

ໂດຍ: ບຸນນິກ

 ບໍລິສັດ ຊັບສິນ ພຣັອບເພີຕີ້ ເປັນໜຶ່ງບໍລິສັດເອີ້ນວ່າຢູ່ໃນລະດັບແຖວໜ້າລາວທີ່ເພິ່ນມີຄວາມຮູ້ຄວາມສາມາດປະສົບການທີ່ສຳຄັນເພິ່ນສ້າງອຳນວຍຄວາມສະດວກຫຼາຍຢ່າງຈົນເຮັດໃຫ້ເປັນທີ່ຍອມຮັບຈາກສັງຄົມຕະຫຼອດ 8 ປີຜ່ານມາທີ່ຈັດສັນດິນໄດ້ 2 ພັນກວ່າຕອນ, ສະຫຼອງຄົບຮອບ 8 ປີ ບໍລິສັດ ຊັບສິນ ພຣັອບເພີຕີ້ ຈຳກັດ ແລະເນື່ອງໃນໂອກາດສົ່ງທ້າຍປີເກົ່າຕ້ອນຮັບປີໃໝ່ 2022 ຮັບໂປຼໂມຊັ່ນພິເສດຊື້ດິນ 1 ຕອນແຖມຟຼີ ແຫວນຄໍາ 1 ຄູ່ຈ່າຍກ່ອນ ເລີ່ມຕົ້ນພຽງ 5 ລ້ານກີບຜ່ອນ ຍາວເຖິງ 2 ປີ ດອກເບ້ຍ 0%.

ຕະຫຼອດໄລຍະ 8 ປີທີ່ຜ່ານມາພວກເຮົາໄດ້ພັດທະນາທີ່ດິນຈັດສັນເພື່ອທີ່ຢູ່ອາໄສໃຫ້ປະຊາຊົນລາວທົ່ວປະເທດທັງໝົດ 2.000 ກວ່າຕອນດ້ວຍການຈັດສັນທີ່ດິນທີ່ສວຍງາມ, ຕັດຖະໜົນຫົນທາງກວ້າງສະດວກສະບາຍພ້ອມທັງອຳນວຍຄວາມສະດວກໃນການກໍ່ສ້າງພື້ນຖານໂຄງລ່າງເຊັ່ນ: ໄຟຟ້າ, ນໍ້າໃຊ້ເພື່ອອຳນວຍຄວາມສະ ດວກໃນການປຸກສ້າງທີ່ຢູ່ອາໄສຂອງລູກຄ້າດ້ວຍລາຄາເປັນກັນເອງ ແລະການບໍລິການທີ່ຈິງໃຈຂອງພະນັກງານໝົດທຸກຄົນ.

ປະຈຸບັນທາງບໍລິສັດມີດິນຈັດສັນເປີດໃໝ່ເຂດກະຊວງໃໝ່ດົງໝາກຄາຍລາຄາຖືກທີ່ສຸດໝົດແລ້ວໝົດເລີຍມີພຽງແຕ່ 40 ຕອນເທົ່ານັ້ນ, ລາຄາຖືກສຸດໆພຽງແຕ່ 1.500-1.750 ບາດຕໍ່ຕາແມັດ, ຈ່າຍກ່ອນເລີ່ມຕົ້ນ 100.000 ບາດຕໍ່ຕອນ, ຜ່ອນຍາວສູງສຸດ 5 ປີ ດອກເບ້ຍ 10% ຈ່າຍສົດມີສ່ວນຫຼຸດເຖິງ 5%, ເຂົ້າຮ່ອມຈາກທາງເລກ 10 ຂ້າງກະຊວງຍຸຕິທຳ, ຫົນທາງຕິດເສັ້ນກະຊວງໃໝ່ກວ້າງສະດວກສະບາຍຕິດເຂດກະຊວງໃໝ່ໃບຕາດິນຂອບທອງເໝາະແກ່ການຊື້ໄວ້ເພື່ອເກງກຳໄລໃນອະນາຄົດ ຫຼືເຮັດຫ້ອງການ, ທຸລະກິດ, ອາພາດເມັ້ນ.

ສຸດທ້າຍທາງບໍລິສັດ ຊັບສິນ ພຣັອບເພີຕີ້ ຫວັງວ່າຈະໄດ້ຮັບໃຊ້ປະຊາຊົນລາວທົ່ວປະເທດໃນການຈັດສັນທີ່ດິນທີ່ສວຍງາມລາຄາຖືກເພື່ອໃຫ້ປະຊາຊົນລາວໄດ້ມີທີ່ຢູ່ອາໄສເປັນຂອງຕົນເອງໃຫ້ທຸກທົ່ວໜ້າສຸດທ້າຍນີ້ຂໍໃຫ້ລູກຄ້າໝົດທຸກທ່ານຈົ່ງມີສຸຂະພາບເຂັ້ມແຂງຫ່າງໄກຈາກພະຍາດໂຄວິດ-19, ປະສົບ ຜົນສຳເລັດໃນໜ້າທີ່ວຽກງານ ແລະຂໍໃຫ້ສາມາດຜ່ານຜ່າອຸປະສັກຕ່າງໆທີ່ເຂົ້າມາໄປໄດ້ດ້ວຍດີ.