ທ້ອນເງິນຄືການຮັກສາສະຖຽນລະພາບຄົວເຮືອນ

ຂ່າວ: ຣັດສະໝີ ດວງສັດຈະ

ກົມຄຸ້ມຄອງສະຖາບັນການເງິນທະນາຄານແຫ່ງ ສປປ ລາວ ຮ່ວມກັບສະມາຄົມການເງິນຈຸລະພາກ (ສມກຈ) ໄດ້ຈັດຕັ້ງການສະເຫຼີມສະຫຼອງວັນທ້ອນເງິນອາຊຽນ (ວັນທີ 31 ຕຸລາ) ຜ່ານ ລະບົບອອນລາຍ (Zoom) ໃນວັນທີ 29 ທັນວາ 2021 ທີ່ຫ້ອງການ ສມກຈ, ນະຄອນຫຼວງວຽງຈັນ ໂດຍການເຂົ້າຮ່ວມຂອງທ່ານ ພູຂົງ ຈັນທະຈັກ ຫົວໜ້າກົມຄຸ້ມຄອງສະຖາບັນການເງິນ; ທ່ານ ສົມພອນ ສີແສງລັດ, ປະທານ ສະພາບໍລິຫານ ສມກຈ ພ້ອມຄະນະ; ທ່ານ ນາງ ປະມວນ ເພັດທານີ ຜູ້ອໍານວຍການ ສມກຈ; ບັນດາສະມາຊິກ ສມກຈ; ຜູ້ໃຫ້ທຶນ; ຜູ້ປະກອບການ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມເກືອບ 100 ຄົນ.

ວັນທ້ອນເງິນອາຊຽນກົງກັບມື້ດຽວກັນກັບວັນທ້ອນເງິນໂລກ (ວັນທີ 31 ຸລາ10) ຊຶ່ງເປັນມື້ທີ່ທົ່ວລະບົບທະນາຄານ ແລະສະຖາບັນການເງິນໃນພາກພື້ນອາຊຽນ ແລະໃນໂລກພ້ອມກັນສະເຫຼີມສະຫຼອງເພື່ອເປັນການປູກຈິດສຳນຶກກ່ຽວກັບຄວາມສຳຄັນ ແລະຜົນປະໂຫຍດຂອງການທ້ອນເງິນໃຫ້ແກ່ສັງຄົມ; ສປປ ລາວ ໄດ້ຈັດງານວັນດັ່ງກ່າວເປັນຄັ້ງທີ 2 ເພາະການທ້ອນເງິນ, ການອອມເງິນ ຫຼືການປະຢັດເງິນແມ່ນສ່ວນໜຶ່ງຂອງລາຍໄດ້ທີ່ບໍ່ໄດ້ໃຊ້ຈ່າຍໃນທັນທີ ແລະຄາດຫວັງວ່າຈະໃຊ້ຈ່າຍໃນພາຍໜ້າ; ການທ້ອນເງິນໝາຍເຖິງການຕັດສິນໃຈເສຍສະຫຼະບໍ່ໃຊ້ຈ່າຍເງິນໃນປະຈຸບັນແຕ່ທ້ອນເງິນໄວ້ເພື່ອຈະໄດ້ຮັບຜົນຕອບແທນທີ່ດີກວ່າໃນອະນາຄົດ; ສະນັ້ນ, ເມື່ອກ່າວເຖິງການທອ້ນເງິນແມ່ນບໍ່ສາມາດຕັດແຍກອອກຈາກບົດບາດຂອງທະນາຄານ, ສະຖາບັນການເງິນ, ສະຫະກອນສິນເຊື່ອ ແລະຝາກປະຢັດ, ກອງທຶນບ້ານ.

ຜົນປະໂຫຍດຂອງການທ້ອນເງິນສໍາລັບຕໍ່ກັບບຸກຄົນ ແລະຄົວເຮືອນແມ່ນ ການທ້ອນເງິນຖືເປັນກິດຈະກຳເພື່ອຮັກສາສະຖຽນລະພາບທາງການເງິນຂອງບຸກຄົນ ແລະຄົວເຮືອນໃນໄລຍະຍາວເນື່ອງຈາກວ່າການທ້ອນເງິນສາມາດຊ່ວຍເຫຼືອເຂົາເຈົ້າໃນອະນາຄົດທີ່ເກີດເຫດການສຸກເສີນ, ມີເຫດການສຳຄັນໃນຊີວິດເຊັ່ນການແຕ່ງງານ, ອຸບັດຕິເຫດ ຫຼືການລົງທຶນໃສ່ການສຶກສາຊຶ່ງຕ້ອງການເງິນເປັນກ້ອນ; ສໍາລັບຕໍ່ກັບຂະແໜງການທະນາຄານກໍ່ຄືຕໍ່ກັບພື້ນຖານເສດຖະກິດນັ້ນ, ການທ້ອນເງິນຍັງສ້າງປະໂຫຍດອັນໃຫຍ່ຫຼວງເປັນປັດໄຈຫຼັກທີ່ມີຜົນເຖິງລະດັບການລົງທຶນໃນເສດຖະກິດ, ເປັນສິ່ງຈຳເປັນອັນພື້ນຖານໃນການກະຕຸ້ນການຂະຫຍາຍຕົວຂອງເສດຖະກິດໃນໄລຍະຍາວ; ການທ້ອນເງິນເປັນແຫຼ່ງທຶນໃນການສະໜອງເງິນທຶນເພື່ອແກ້ໄຂຄວາມຍາກຈົນ, ເພີ່ມຄວາມສົມບູນພູນສຸກຂອງປະຊາຊົນກາຍເປັນແຫຼ່ງທຶນທີ່ມີຄວາມໝັ້ນຄົງຕໍ່ລະບົບການເງິນ-ການທະນາຄານພາຍໃນປະເທດ.

ສະພາບລວມຂອງການທ້ອນເງິນຢູ່ ສປປ ລາວ ກວມເອົາປະມານ 60% ຂອງ GDP (2018); ໃນຕໍ່ໜ້າວຽກງານການທ້ອນເງິນກໍ່ຈະຂະຫຍາຍເພີ່ມຂຶ້ນ, ມີປະສິດທິຜົນຫຼາຍກວ່າເກົ່າ; ອີງຕາມການສຳຫຼວດການເຂົ້າເຖິງການບໍລິການທາງດ້ານການເງິນໃນ ສປປ ລາວ ຫຼືການສຳຫຼວດ FinScope 2014,ການທ້ອນເງິນຖືເປັນຜະລິດຕະພັນທາງດ້ານການເງິນທີ່ປະຊາຊົນລາວນຳໃຊ້ຫຼາຍກວ່າໝູ່ໃນບັນດາຜະລິດຕະພັນທາງການເງິນອື່ນເຊັ່ນ: ການຊຳລະ, ການໂອນເງິນ, ສິນເຊື່ອແລະປະກັນໄພ; ແຕ່ການທ້ອນເງິນໃນປະເທດເຮົາຍັງບໍ່ມີລັກສະນະສົ່ງເສີມການຂະຫຍາຍຕົວຂອງເສດຖະກິດເນື່ອງຈາກການທ້ອນເງິນສ່ວນໃຫຍ່ບໍ່ຜ່ານທະນາຄານ ຫຼືສະ ຖາບັນການເງິນທີ່ບໍ່ແມ່ນທະນາຄານຊຶ່ງໃນຈຳນວນປະຊາກອນຜູ້ໃຫຍ່ທັງໝົດ (ຜູ້ມີອາຍຸ 18 ປີຂຶ້ນໄປ) ມີປະຊາກອນ 77% ທີ່ທ້ອນເງິນ ແລະ 23% ບໍ່ມີການທ້ອນເງິນເນື່ອງຈາກບໍ່ມີເງື່ອນໄຂພຽງພໍ; ສິ່ງດັ່ງກ່າວສະທ້ອນໃຫ້ເຫັນສິ່ງທ້າທາຍໂດຍສະເພາະແມ່ນການສະໜອງທາງເລືອກໃນການທ້ອນເງິນທີ່ເໝາະສົມໃຫ້ແກ່ປະຊາຊົນເພື່ອໃຫ້ປະຊາຊົນຫັນມາທ້ອນເງິນກັບສະຖາບັນການເງິນຫຼາຍກວ່າການທ້ອນເງິນທີ່ເປັນຊັບສິນຕົວຈິງ, ສັດລ້ຽງ, ວັດຖຸມີຄ່າ ແລະສິ່ງດັ່ງກ່າວຈະເຮັດໃຫ້ເງິນຖືກເອົາໄປນໍາໃຊ້ເຂົ້າໃນການລົງທຶນຫຼາຍຂຶ້ນ.

ປະຈຸບັນໄດ້ມີຫຼາຍພາກສ່ວນທີ່ໄດ້ມີການລິເລີ່ມເອົາໃຈໃສ່ສົ່ງເສີມການທ້ອນເງິນໃຫ້ມີຄວາມຫຼາກຫຼາຍໃນຫຼາຍຮູບແບບເຊັ່ນ: ບາງສະຖາບັນການເງິນຈຸລະພາກໄດ້ມີການສ້າງຜະລິດຕະພັນການທ້ອນເງິນໃນໂຮງຮຽນເພື່ອປູກຝັງຈິດສຳນຶກໃຫ້ແກ່ນ້ອງນັກຮຽນຕັ້ງແຕ່ອາຍຸຍັງນ້ອຍ; ບາງສະຖາບັນການເງິນຈຸລະພາກກໍ່ໄດ້ສົ່ງເສີມການທ້ອນເງິນເປັນກຸ່ມສຳລັບເພດຍິງເພື່ອເປັນການສົ່ງເສີມບົດບາດນຳໜ້າທາງດ້ານເສດຖະກິດຊຶ່ງເປັນການສ້າງຜົນປະໂຫຍດຢ່າງຫຼວງຫຼາຍໃຫ້ແກ່ຄອບຄົວກໍ່ຄືພື້ນຖານເສດຖະກິດ-ສັງຄົມໂດຍລວມ. ນອກຈາກນັ້ນ, ຍັງມີໂຄງການ MRA-AFP ທີ່ໄດ້ສົ່ງເສີມການທ້ອນເງິນໃນເຂດຊົນນະບົດໃຫ້ມີການເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍເນັ້ນໃສ່ການໃຫ້ຄວາມຮູ້ພື້ນຖານທາງດ້ານການເງິນ.

ທ່ານ ພູຂົງ ຈັນທະຈັກ ຍັງຮຽກຮ້ອງມາຍັງຜູ້ປະກອບການ ແລະພົນລະເມືອງລາວສືບຕໍ່ເພີ່ມທະວີນໍ້າໃຈປະຢັດຕາມນະໂຍບາຍຂອງລັດຖະບານໂດຍສະເພາະເອົາໃຈໃສ່ການສົ່ງເສີມການທ້ອນເງິນໃນນີ້ຕ້ອງອອກແຮງສ້າງຜະລິດຕະພັນໃໝ່ທາງດ້ານການເງິນມີປະເພດເງິນຝາກໃຫ້ຫຼາກຫຼາຍ, ເໝາະສົມຕິດແທດກັບຄວາມຕ້ອງການຂອງປະຊາຊົນໃຫ້ຫຼາຍຂຶ້ນ; ຂະຫຍາຍຂອບເຂດການບໍລິການໃຫ້ໄປເຖິງປະຊາຊົນຫຼາຍຂຶ້ນໃນເຂດຊົນນະບົດ ແລະຫ່າງໄກສອກຫຼີກ, ການຂະຫຍາຍການໃຫ້ບໍລິການອາດຈະເປັນໃນຮູບແບບຕົວແທນໝາຍເຖິງໃຫ້ຫ້າງຮ້ານ ຫຼືບຸກຄົນທີ່ມີຄວາມເໝາະສົມສາມາດເປັນຕົວແທນໃຫ້ບໍລິການເງິນຝາກໄດ້ບໍ່ຈຳເປັນຕ້ອງເປັນການຂະຫຍາຍສາຂາ ຫຼືໜ່ວຍບໍລິການເນື່ອງຈາກການຂະຫຍາຍຮູບແບບດັ່ງກ່າວຈະມີຕົ້ນທຶນສູງ; ຫັນການໃຫ້ບໍລິການການສຳລະໃຫ້ເປັນຮູບແບບດິຈິຕອນຫຼາຍຂຶ້ນ, ການນຳໃຊ້ລະບົບເຕັກໂນໂລຊີເຂົ້າໃນການໃຫ້ບໍລິການເຮັດໃຫ້ຕົ້ນທຶນຫຼຸດລົງສາມາດເຂົ້າເຖິງປະຊາຊົນໃນຂອບເຂດທີ່ກວ້າງຂວາງຫຼາຍຂຶ້ນດ້ວຍລາຄາທີ່ສົມເຫດສົມຜົນ ແລະອອກແຮງສົ່ງເສີມວຽກຄວາມຮູ້ພື້ນຖານທາງດ້ານການເງິນ ແລະເຜີຍແຜ່ວຽກງານປົກປ້ອງຜູ້ຊົມໃຊ້ທາງດ້ານການເງິນ, ແກ້ໄຂບັນຫາຂໍ້ມູນບໍ່ຈະແຈ້ງລະຫວ່າງສະຖາບັນການເງິນ ແລະລູກຄ້າຂອງຕົນເພື່ອໃຫ້ບັນລຸການເງິນທີ່ມີຄວາມຮັບຜິດຊອບຈະເປັນພື້ນຖານໃນການປັບປຸງການເຂົ້າເຖິງການບໍລິການທາງດ້ານການເງິນຂອງປະຊາຊົນທົ່ວໄປໃຫ້ດີຂຶ້ນ.