ລາວ-ໂຄລົມເບຍ ລົງນາມບັນທຶກຄວາມເຂົ້າໃຈດ້ານການເມືອງ

ວັນທີ 24 ທັນວາ 2021, ທີ່ສະ ຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳຣາຊະອານາຈັກໄທ ໄດ້ຈັດ ພິທີລົງນາມບົດບັນທຶກຄວາມເຂົ້າໃຈວ່າ ດ້ວຍການປຶກສາຫາລືທາງການເມືອງ ລະຫວ່າງກະຊວງການຕ່າງປະເທດແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາ ຊົນລາວ ແລະກະຊວງການຕ່າງປະເທດ ແຫ່ງສາທາລະນະລັດໂຄລົມເບຍ.


ໃນພິທີລົງນາມດັ່ງກ່າວ, ຕາງໜ້າໃຫ້ ກະຊວງການຕ່າງປະເທດລາວ ແມ່ນທ່ານ ແສງ ສຸຂະທິວົງ, ເອກອັກຄະລັດຖະທູດວິສາມັນຜູ້ມີອຳ ນາດເຕັມແຫ່ງ ສປປ ລາວ ປະຈຳຣາຊະ ອານາຈັກໄທ ແລະຕາງໜ້າໃຫ້ກະຊວງ ການຕ່າງປະເທດໂຄລົມເບຍ ແມ່ນທ່ານ ນາງ ແອນນາ ມາເຣຍ ເປຣຍໂຕ ອາແບດ (Ana Maria Prieto Abad), ເອກອັກຄະລັດຖະທູດວິສາມັນ ຜູ້ມີອຳ ນາດເຕັມແຫ່ງໂຄລົມເບຍ ປະຈໍາ ສປປ ລາວ ທີ່ມີສໍານັກງານຕັ້ງຢູ່ບາງກອກ, ຣາຊະອານາຈັກໄທ.
ສາທາລະນະລັດ ປະຊາທິປະໄຕ ປະ ຊາຊົນລາວ ແລະສາທາລະນະລັດ ໂຄລົມເບຍ ມີການພົວພັນ ແລະຮ່ວມມືກັນ ໃນລະດັບດີນັບແຕ່ໄດ້ສ້າງຕັ້ງສາຍພົວພັນການທູດນຳກັນໃນວັນທີ 30 ກັນຍາ 1988 ຜ່ານມາ ໂຄລົມເບຍ ກໍ່ໄດ້ໃຫ້ ຄວາມຊ່ວຍເຫຼືອ ສປປ ລາວ ດ້ານການ ພັດທະນາຊັບພະຍາກອນມະນຸດ ໂດຍໄດ້ ໃຫ້ທຶນຝຶກອົບຮົມດ້ານພາສາແອັດສະປາໂຍນ ໄລຍະສັ້ນໃຫ້ແກ່ພະນັກງານກະ ຊວງການຕ່າງປະເທດລາວ ແລະນັກສຶກສາພາກວິຊາພາສາແອັດສະປາໂຍນ ຂອງມະຫາວິທະຍາໄລແຫ່ງຊາດຜ່ານ ຂອບເວທີການຮ່ວມມືລະຫວ່າງພາກພື້ນອາຊີ ຕາເວັນອອກ ແລະອາເມລິກາລາຕິນ (FEALAC). ໃນປີ 2019 ກະຊວງການຕ່າງປະເທດ ສປປ ລາວ ໄດ້ຮັບເອົາອາຈານອາສາສະໝັກສອນພາ ສາແອັດສະປາໂຍນ ຂອງໂຄລົມເບຍ ມາສອນຢູ່ລາວເປັນຄັ້ງທໍາອິດ ໂດຍແມ່ນ ສະຖາບັນການຕ່າງປະເທດ ເປັນຜູ້ຈັດ ຕັ້ງປະຕິບັດ.


ການຮ່ວມລົງນາມບົດບັນທຶກຄວາມ ເຂົ້າໃຈກ່ຽວກັບການປຶກສາຫາລືທາງ ດ້ານການເມືອງ ລະຫວ່າງສອງກະຊວງ ການຕ່າງປະເທດລາວ ແລະໂຄລົມເບຍ ຈະເປັນກົນໄກສໍາຄັນໃຫ້ແກ່ການປຶກສາຫາລື ແລະແລກປ່ຽນສະພາບການຕ່າງໆ ເພື່ອສົ່ງເສີມການພົວພັນຮ່ວມມື ແລະການສະໜັບສະໜູນ ຊຶ່ງກັນ ແລະກັນ ໃນເວທີພາກພື້ນ ແລະສາກົນ ເພື່ອຜົນປະໂຫຍດຂອງທັງສອງຝ່າຍ ລາວ ແລະໂຄລົມເບຍໃນອານາຄົດ.

ຂ່າວ: ກົມຂ່າວ ກະຊວງຕ່າງປະເທດ