ສຜກ ຮຽກຮ້ອງຊາວສວນກາເຟເນັ້ນຜະລິດຄຸນນະພາບກວ່າປະລິມານ

ປະທານສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ (ສຜກ) ໄດ້ຮຽກຮ້ອງເຖິງພໍ່ແມ່ປະຊາຊົນຜູ້ປູກຜູ້ຜະລິດ ແລະຜູ້ປະກອບການເກັບຊື້ກາເຟສົ່ງອອກຕ່າງປະເທດໃຫ້ຮັກສາມູນເຊື້ອກາເຟດີມີຄຸນນະພາບແລ້ວສົ່ງອອກຫຼີກເວັ້ນປະລິມານຫຼາຍກວ່າຄຸນນະພາບໃນໄລຍະເວລາທີ່ລາຄາກາເຟສູງຂຶ້ນທົບເຄີ່ງ.

ສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະເວນ (ສຜກໄດ້ຮັບການສ້າງຕັ້ງຂຶ້ນມາໄດ້ເປັນເວລາ 10 ກວ່າປີ, ຊຶ່ງເປັນອົງກອນຂອງຊາວສວນຜູ້ຜະລິດກາເຟຂະໜາດນ້ອຍທີ່ກວມຢູ່ໃນ 3 ແຂວງຄື: ເມືອງປາກຊ່ອງ ແຂວງຈໍາປາສັກ, ເມືອງເລົ່າງາມ ແຂວງສາລະວັນ ແລະເມືອງທ່າແຕງ ແຂວງເຊກອງ, ປະຈຸບັນມີສະມາຊິກ 900 ກວ່າຄອບຄົວ, ມີພາລະບົດບາດເປັນຕົວແທນໃຫ້ແກ່ສະມາຊິກຜູ້ຜະລິດກາເຟຂະໜາດນ້ອຍເພື່ອຊຸກຍູ້ສົ່ງເສີມຮອບດ້ານແກ່ສະມາຊິກນໍາເອົາຜະລິດຕະພັນຂອງສະມາຊິກສົ່ງອອກຂາຍຕ່າງປະເທດໃນລາຄາທີ່ສູງ, ເປັນທໍາ ແລະມີຄຸນນະພາບທີ່ສາມາດສ້າງລາຍຮັບທີ່ດີໃຫ້ກັບສາມາຊິກ, ເຮັດໃຫ້ເຂົາເຈົ້າສາມາດຫຼຸດພົ້ນອອກຈາກຄວາມທຸກຍາກ ແລະມີຊີວິດການເປັນຢູ່ທີ່ດີຂຶ້ນເທື່ອລະກ້າວ.

ທ່ານ ບຸນທົງ ເທບໄກ່ສອນ ປະທານສະຫະກອນຜູ້ຜະລິດກາເຟເຂດພູພຽງບໍລະວນໄດ້ໃຫ້ສໍາພາດ ແລະຮຽກຮ້ອງເຖິງປະຊາຊົນຜູ້ປຸກ, ຜູ້ຜະລິດ ແລະຜູ້ປະກອບການເກັບຊື້ກາເຟເພື່ອສົ່ງອອກຜ່ານສື່ຂ່າວໜັງສືພິມເສດຖະກິດ-ສັງຄົມ ມື້ວານນີ້ວ່າ: ປະຈຸບັນລາຄາກາເຟໄດ້ພຸ້ງສູງຂຶ້ນເປັນປະຫວັດສາດຖ້າທຽບໃສປີ 2021 ຜ່ານມາແມ່ນລາຄາເພີ່ມ ຂຶ້ນທົບເຄີ່ງ, ແຕ່ຄິດຢ້ານ ແລະມີຄວາມກັງວົນໃຈນໍາປະຊາຊົນທີ່ເປັນຜູ້ຜະລິດຈະເຮັດໃຫ້ຄຸນນະພາບຕົກຕໍ່າ, ຊຶ່ງບັນຫາດັ່ງກ່າວມັນຈະສົ່ງຜົນກະທົບຕໍ່ຜູ້ຜະລິດເອງ, ເນື່ອງຈາກ ສປປ ລາວ ກໍາລັງມີຊື່ສຽງທາງດ້ານກາເຟທີ່ມີຄຸນນະພາບຖ້າຫາກພວກເຮົາບໍ່ຜະລິດຕາມຍຸດທະສາດທີ່ລັດຖະບານວາງອອກ, ຄືການຜະລິດໃຫ້ໄດ້ເພີ່ມຄຸນນະພາບໄປຄຽງຄູ່ກັບປະລິດມານ.

ປະທານສະຫະກອນກ່າວຕື່ມວ່າ: ຮອດເວລາແລ້ວທີ່ພວກເຮົາທຸກພາກສ່ວນທັງປະຊາຊົນ, ຜູ້ປະກອບການ ແລະຜູ້ເກັບຊື້ຕ້ອງໄດ້ເອົາໃຈໃສ່ເລື່ອງຄຸນນະພາບ, ຫຼີກເວັ້ນການຊື້-ຂາຍ ແບບຊະຊາຍ ແລະຂາດຈັນຍາບັນ, ພວກເຮົາຕ້ອງຮັກສາໄດ້ເລື່ອງຄຸນນະພາບເພື່ອເຮັດໃຫ້ວົງການກາເຟລາວມີຄວາມຍືນຍົງ, ເຖິງແມ່ນວ່າພວກເຮົາບໍ່ສາມາດແຂ່ງຂັນດ້ານປະລິມານກັບຕ່າງປະເທດແຕ່ພວກເຮົາສາມາດແຂ່ງຂັນດ້ານຄຸນນະພາບໄດ້, ຂໍພຽງແຕ່ທຸກຄົນເອົາໃຈໃສ່ຢ່າງຈີງຈັງນັບແຕ່ການປູກ, ກາ ກັບ ແລະການຜະລິດໃຫ້ໄດ້ຄຸນນະພາບກ່ອນການສົ່ງອອກ.

ຂ່າວໂພທິລາດ