ເອຊີລີດາ ເພີ່ມວົງເງິນກູ້ຢືມເຖີງ 24 ຕື້ກີບ ເພື່ອເອັສເອັມອີ

ການເຂົ້າເຖິງດ້ານການເງິນແມ່ນປັດໄຈທີ່ສຳຄັນໃນການເຕີບໂຕຂອງ SME, ທະນາຄານເອຊີດາລາວ ຈຳກັດ ‘ABL’, “ປະຊາທະນາຄານທີ່ທ່ານໄວ້ວາງໃຈ ແລະມີວິໄສທັດແມ່ນເປັນທະນາຄານນຳໜ້າທາງດ້ານ SME ໃນ ສປປ ລາວ”, ເຫັນໄດ້ເຖິງການຂະຫຍາຍຕົວແບບຍືນຍົງ ໂດຍມີຍອດເງິນຝາກເພີ່ມຂຶ້ນຢ່າງເຫັນໄດ້ຊັດໃນປີ 2021 ໃນຖານະເປັນທະນາຄານເພື່ອ SME ແລະຄວາມ ກ້າວໜ້າທາງດ້ານເຕັກໂນໂລຊີ Mobile App “ເອຊີລີດາໂມບາຍ”, ທະນາຄານມີໂອກາດໃຫ້ບໍລິການລູກຄ້າທຸກຂະແໜງການ ແລະໂດຍສະເພາະ SME ດ້ວຍ ຜະລິດຕະພັນ ແລະການບໍລິການປະເພດຕ່າງໆລູກຄ້າ SME ແຕ່ລະຄົນ, ໂດຍສະເພາະທຸລະກິດຂະໜາດກາງ ຫຼືຂະໜາດໃຫຍ່,ສາມາດກູ້ຢືມຈາກທະນາຄານເອຊີລີດາ ລາວ ໄດ້ເຖິງ 24 ຕື້ກີບ (ຫຼືປະມານ 2.3 ລ້ານໂດລາ) ອີງຕາມຂໍ້ມູນຂອງລູກຄ້າ.
 
ຜູ້ອໍານວຍການໃຫຍ່ທະນາຄານເອຊີລີດາ ລາວ ຈໍາກັດ, ທ່ານ ລັດສະໝີ ຫງວນ, ກ່າວວ່າ: ທ່າອ່ຽງການຂະ ຫຍາຍຕົວຂອງເງິນຝາກຈາກປະຊາຊົນ ແລະລູກຄ້າປະຈຳຍັງຄົງເພີ່ມສູງຂຶ້ນສະນັ້ນທະນາຄານຈຶ່ງມີອັດຕາສ່ວນການເງິນທີ່ດີ ແລະມີສະພາບຄ່ອງສູງເພື່ອສະໜອງຜະລິດຕະພັນສິນເຊື່ອທີ່ເໝາະສົມໃຫ້ແກ່ລູກຄ້າທຸກລະດັບໃນ ສປປ ລາວ ທີ່ມີຄວາມຕ້ອງການທຶນຮອນ ແລະການຂະຫຍາຍທຸລະກິດ.
 
ທ່ານເນັ້ນໜັກວ່າ ABL ສຸມໃສ່ການໃຫ້ເງິນກູ້ໃນວິທີທີ່ຫຼາກຫຼາຍສຳລັບ MSMEs, ທຸລະກິດຂະຫນາດໃຫຍ່ ແລະເງິນກູ້ SME ໂດຍສະເພາະ. ສະນັ້ນລູກຄ້າທີ່ຕ້ອງການກູ້ຢືມເງິນສາມາດລົງທະບຽນກູ້ຢືມຜ່ານແອັບເອຊີລີດາໂມບາຍຂອງທະນາຄານໄດ້ທຸກເວລາເລີຍ “ທະນາຄານໃຫ້ບໍລິການສິນເຊື່ອແກ່ລູກຄ້າດ້ວຍຄວາມວ່ອງໄວ ແລະໂປ່ງໃສ” ໂດຍບໍ່ມີຄ່າທຳນຽມສຳລັບການລົງທະ ບຽນ ແລະຄ່າທຳນຽມລາຍເດືອນໃນຊ່ວງໄລຍະການແຜ່ລະບາດຂອງພະຍາດ COVID-19.
 
ທ່ານ ຖະໜອມຈິດ ວາຣິນທຣະສັກ ຫົວໜ້າພະແນກສິນເຊື່ອກ່າວວ່າ: ທະນາຄານ ເອຊີລີດາລາວ ຈຳກັດມີແຫຼ່ງທຶນພຽງພໍສຳລັບການສະໜອງສິນເຊື່ອໃຫ້ ລູກຄ້າ. ມາຮອດທ້າຍເດືອນພະຈິກ 2021 ABL ໄດ້ປ່ອຍສິນເຊື່ອໃຫ້ 34.957 ລູກຄ້າທີ່ມີຍອດເງິນກູ້ຢືມທັງໝົດ, ທຽບເທົ່າເປັນເງິນໂດລາສະຫະລັດ, ຫຼາຍກວ່າ 148,58 ລ້ານໂດລາສະຫະລັດ, ລູກຄ້າທັງໝົດສາມາດກູ້ຢືມໄດ້ໃນຈຳນວນຈູນລະວິສາຫະກິດຫາທຸລະກິດຂະໜາດນ້ອຍ ແລະຂະໜາດກາງ, ພວກເຮົາສຸມໃສ່ຕໍ່ການສະໜອງສິນເຊື່ອຂະໜາດກາງ ແລະໃຫຍ່, ABL ໄດ້ເພີ່ມການກູ້ຢືມເຖິງ 24 ຕື້ກີບຕໍ່ລູກຄ້າ.
 
ທະນາຄານບໍລິການລູກຄ້າທັງໝົດດ້ວຍຂະບວນການທີ່ວ່ອງໄວ, ມີປະສິດທິພາບ ແລະໂປ່ງໃສດ້ວຍຜະລິດຕະ ພັນສິນເຊື່ອຕ່າງໆເພື່ອສະໜັບສະໜູນ MSME, ເງິນກູ້ສ່ວນບຸກຄົນ, ເງິນກູ້ປັບປຸງສ້ອມແປງເຮືອນ ແລະອື່ນໆ. “ພວກເຮົາເຕີບໃຫຍ່ໄປກັບລູກຄ້າໃນດ້ານການບໍລິການດ້ານການເງິນທີ່ເໜືອກວ່າ, ສະໜອງທຶນໃຫ້ແກ່ທຸລະກິດ ແລະປະກອບສ່ວນເຂົ້າໃນການຍົກລະດັບ ຊີວິດການເປັນຢູ່ ແລະພັດທະນາເສດຖະກິດ-ສັງຄົມ”.
 
ທະນາຄານ ເອຊີລີດາ ລາວ ຈຳກັດ, ເປັນທະນາຄານການຄ້າຕ່າງປະເທດທີ່ດໍາເນີນທຸລະກິດຢູ່ໃນ ສປປ ລາວ ເປັນເວລາຫຼາຍກວ່າ 13 ປີ. ໃນພາກພື້ນ, ກຸ່ມເອຊີລີດາ ມີທະນາຄານ ເອຊີລີດາ ມະຫາຊົນ, ເປັນບໍລິສັດແມ່, ເຊິ່ງມີ 4 ບໍລິສັດລູກຄື: ທະນາຄານ ເອຊີລີດາລາວ ຈຳກັດ, ACLEDA Securities Plc., ACLEDA Institute of Business, ACLEDA MFI Myanmar Co., Ltd., ຍັງມີຫ້ອງການຜູ້ຕາງໜ້າຢູ່ໃນປະເທດມຽນມາອີກດ້ວຍ,