ກອງປະຊຸມວຽກງານຊົນນະບົດຂັ້ນສູນກາງຂອງຈີນໄດ້ໄຂຂຶ້ນ. ກ່ອນກອງປະຊຸມ, ທ່ານ ສີຈິ້ນຜິງ ເລຂາທິການໃຫຍ່ຄະນະກຳມະການສູນກາງພັກກອມມູນິດຈີນປະທານປະເທດຈີນໄດ້ເປັນປະທານຈັດກອງປະຊຸມຄະນະປະຈຳກົມການເມືອງສູນກາງພັກກອມມູນິດຈີນເພື່ອຄົ້ນຄວ້າວຽກງານ “ກະສິກຳຊົນນະບົດ ແລະຊາວກະສິກອນ”ໂດຍສະເພາະ ແລະກ່າວຄຳປາໄສທີ່ສຳຄັນ. ທ່ານສີຈິ້ນຜິງຊີ້ອອກວ່າ, ການຮັບມືກັບຄວາມສ່ຽງ ແລະສິ່ງທ້າທາຍຊະນິດຕ່າງໆ, ຕ້ອງສຸມໃສ່ຄວາມຕ້ອງການດ້ານຍຸດທະສາດແຫ່ງຊາດ, ຮັກສາພື້ນຖານກະສິກຳໃຫ້ໜັກແໜ້ນ, ປະຕິບັດວຽກງານ“ກະສິກຳຊົນນະບົດ ແລະຊາວກະສິກອນ” ໃຫ້ດີ, ນຳໃຊ້ມາດຕະການທີ່ເຂັ້ມແຂງ, ປະຕິບັດຢ່າງມີປະສິດທິຜົນ, ຮັບປະກັນໃຫ້ການຜະລິດ ແລະການສະໜອງຢ່າງໝັ້ນຄົງ, ຮັບປະກັນການພັດທະນາກະສິກຳ ແລະຊົນນະບົດຢ່າງໝັ້ນທ່ຽງ.
ເນື່ອງຈາກຜົນກະທົບທີ່ຮຸນແຮງຈາກການແຜ່ລະບາດຂອງພະຍາດໂຄວິດ-19, ການປ່ຽນແປງທີ່ບໍ່ເຄີຍມີມາກ່ອນໃນຮອບຮ້ອຍປີໄດ້ວິວັດທະນາການໄວຂຶ້ນ, ສະພາບແວດລ້ອມພາຍນອກສຳລັບການພັດທະນາຂອງຈີນໄດ້ປະເຊີນກັບຄວາມຂ້ຽວຂາດ ແລະຄວາມບໍ່ແນ່ນອນຍິ່ງຂຶ້ນ. ຕາມສຸພາສິດຈີນລະບຸໄວ້ວ່າ: “ປະຊາຊົນຖືອາຫານການກິນເປັນສິ່ງສຳຄັນທີ່ສຸດ. ” ປະຊາກອນ 1,4 ຕື້ກວ່າຄົນຂອງຈີນຕ້ອງການມີສະບຽງອາຫານຢ່າງຫຼວງຫຼາຍ, ສະນັ້ນ, ການຮັກສາພື້ນຖານກະສິກຳໃຫ້ໜັກແໜ້ນ, ປະຕິບັດວຽກງານ“ກະສິກຳຊົນນະບົດ ແລະຊາວກະສິກອນ”ໃຫ້ດີຈຶ່ງມີຄວາມສຳຄັນທີ່ສຸດ. ເມື່ອກະສິກຳມີພື້ນຖານອັນໜັກແໜ້ນ, ຊົນນະບົດມີຄວາມປອງດອງ ແລະ ມີສະຖຽນລະພາບ, ຊາວກະສິກອນຢູ່ເຢັນເປັນສຸກ, ສະພາບລວມຂອງຊາດກໍມີສິ່ງຮັບປະກັນ, ວຽກງານດ້ານຕ່າງໆກໍຈະສາມາດດຳເນີນໄປໄດ້ຢ່າງສະດວກ.
ທ່ານ ສີຈິ້ນຜິງ ເຄີຍກ່າວເນັ້ນໜັກມາຫຼາຍເທື່ອແລ້ວວ່າ, ການຮັບປະກັນການສະໜອງຜະລິດຕະພັນຂັ້ນຕົ້ນແມ່ນບັນຫາຍຸດທະສາດທີ່ສຳຄັນ. ເຊິ່ງໝາຍຄວາມວ່າ, ການສັງເກດເບິ່ງບັນຫາສະບຽງອາຫານບໍ່ຄວນເບິ່ງແຕ່ດ້ານເສດຖະກິດເທົ່ານັ້ນ, ຍັງຕ້ອງສັງເກດເບິ່ງຈາກດ້ານການເມືອງຕື່ມອີກ, ການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດແມ່ນພື້ນຖານອັນສຳຄັນສຳລັບການພັດທະນາເສດຖະກິດ, ຮັກສາຄວາມສະຫງົບທາງສັງຄົມ ແລະຮັບປະກັນຄວາມໝັ້ນຄົງຂອງຊາດ.
ເຖິງວ່າໃນຊຸມປີມໍ່ໆມານີ້, ການຜະລິດສະບຽງອາຫານຂອງຈີນໄດ້ຮັບຜົນເກັບກ່ຽວທີ່ອຸດົມສົມບູນຫຼາຍປີລຽນຕິດ, ແຕ່ຍັງບໍ່ສາມາດທ່ວງທັນກັບການເຕີບໂຕຢ່າງວ່ອງໄວຂອງຄວາມຕ້ອງການ ແລະການປ່ຽນແປງຢ່າງບໍ່ຢຸດຢັ້ງຂອງໂຄງປະກອບ, ຍັງຄົງມີຄວາມກົດດັນສູງສົມຄວນໃນຄວາມຕ້ອງການດ້ານສະບຽງອາຫານ. ການແກ້ໄຂບັນຫາດ້ານສະບຽງອາຫານໃຫ້ດີ, ນັ້ນກໍຄືບໍ່ໃຫ້ເກີດມີຄວາມຄິດແບບສ່ຽງໂຊກ, ແລະກໍບໍ່ໃຫ້ມີການຫວັ່ນໄຫວຄອນແຄນເຊັ່ນກັນ, ເມື່ອໃດຖ້າເກີດມີບັນຫາໜັກໜ່ວງແລ້ວ, ກໍຈະຕົກຢູ່ໃນສະພາບຫຍຸ້ງຍາກເປັນເວລາຫຼາຍປີ; ການທີ່ສາມາດແກ້ໄຂບັນຫາດ້ານສະບຽງອາຫານດ້ວຍຕົນເອງ, ແມ່ນຕ້ອງຢືນຢູ່ບົນພື້ນຖານທີ່ສາມາດເພິ່ງຕົນເອງ ແລະກຸ້ມຕົນເອງໄດ້ໃນດ້ານສະບຽງອາຫານ, ຖ້າອາໄສຜູ້ອື່ນໃນການແກ້ໄຂບັນຫາອາຫານການກິນກໍຕ້ອງຖືກຈຳກັດ ແລະຄວບຄຸມໂດຍຜູ້ອື່ນ.
ບໍ່ວ່າປະເທດໃດກໍຕາມ, ການຮັບປະກັນຄວາມໝັ້ນຄົງດ້ານສະບຽງອາຫານຂອງຊາດແມ່ນເປັນວຽກງານສຳຄັນທີ່ຕ້ອງດຳເນີນໄປຢ່າງຖາວອນ, ບໍ່ວ່າຍາມໃດກໍບໍ່ຄວນປ່ອຍປະລະເລີຍແມ່ນແຕ່ໜ້ອຍດຽວ.