ນັກຂ່າວໄທ ຊ່ອງ NBT ຂໍໂທດກ່ຽວກັບການສະເໜີຂ່າວ ລົດໄຟ ລາວ-ຈີນ ຕໍ່ ທ່ານທູດ ແລະປະຊາຊົນລາວ

ໃນຕອນບ່າຍເວລາ 15:00ໂມງ ວັນທີ 27 ທັນວາ 2021, ທ່ານ ພົນໂທ ສັນເສີນ ແກ້ວກໍາເນີດ ຫົວໜ້າກົມປະຊາສໍາພັນພ້ອມດ້ວຍຄະນະ 6 ທ່ານ, ໄດ້ເຂົ້າພົບ ທ່ານ ແສງ ສຸຂະທິວົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ປະຈໍາ ຣາຊະອານາຈັກໄທ ທີ່ສະຖານທູດລາວ, ເພື່ອມາຂໍໂທດກ່ຽວກັບການສະເໜີຂ່າວລົດໄຟລາວ-ຈີນ, ຊຶ່ງສື່ຂອງສະຖານີວິທະຍຸໂທລະພາບ ແຫ່ງປະເທດໄທ (NBT) ໄດ້ອອກຂ່າວທີ່ຂາດຂໍ້ມູນຄວາມຈິງໃນວັນທີ 6 ທັນວາ 2021 ທີ່ຜ່ານມາໃນລາຍການ “ຟັງຊັດໆ ຖະໜອມຈັດໃຫ້” ຂອງທ້າວ ຖະໜອມ ອ່ອນເກດພົນ ໄດ້ນໍາສະເໜີຂ່າວທີ່ບໍ່ມີມູນຄວາມຈິງເຮັດໃຫ້ເຂົ້າໃຈວ່າ ລັດຖະບານລາວບໍ່ສາມາດໄຊ້ໜີ້ຈີນໄດ້ຈາກການກູ້ຢືມເງິນມາລົງທຶນສ້າງທາງລົດໄຟອັນມະຫາສານ ແລະຍັງດູໝິ່ນຄົນລາວວ່າບໍ່ສາມາດຂີ່ລົດໄຟໄດ້ຍ້ອນປີ້ລົດໄຟແພງກວ່າລາຍຮັບຂອງພົນລະເມືອງລາວ.


ໃນການເຂົ້າພົບເພື່ອຂໍໂທດ, ທ່ານ ພົນໂທ ສັນເສີນ ແກ້ວກໍາເນີດ ໄດ້ກ່າວສະແດງຄວາມເສຍໃຈຕໍ່ຄວາມຜິດພາດໃນການອອກຂ່າວຄັ້ງນີ້, ເຊິ່ງເພີ່ນເອງໃນນາມຜູ້ບັງຄັບບັນຊາໂດຍກົງຂອງໂທລະພາບຊ່ອງ NBT ໄດ້ຂໍໂທດທ່ານທູດ ແລະປະຊາຊົນລາວ ແລະຍອມຮັບວ່າເຄີຍເກີດມີຄວາມຜິດພາດໃນການສະເໜີມາແລ້ວເທື່ອໜຶ່ງ, ໂດຍຕອນນັ້ນ ໄດ້ມີຈົດໝາຍຂໍໂທດເປັນທາງການວ່າຈະບໍ່ໃຫ້ມີເຫດການເກີດຂຶ້ນອີກ, ແຕ່ມາເທື່ອນີ້ໂທລະພາບ NBT ກໍໄດ້ສະເໜີຂ່າວຜິດພາດອີກຄັ້ງໜຶ່ງ. ສະນັ້ນ, ຄັ້ງນີ້ຈຶ່ງໄດ້ນໍາພາຄະນະຜູ້ບໍລິຫານ ແລະ ນັກຂ່າວມາຂໍໂທດ ທີ່ສະຖານທູດໂດຍກົງ ເພື່ອສະແດງຄວາມຈິງໃຈ ແລະ ສໍານຶກໃນຄວາມຜິດທີ່ເກີດຂຶ້ນ ແລະ ຫວັງຢ່າງຍິ່ງວ່າຈະໄດ້ຮັບການອະໄພຈາກປະຊາຊົນລາວ, ພ້ອມທັງຮັບປາກຢ່າງໜັກແໜ້ນວ່າຈະບໍ່ໃຫ້ເຫດການລັກຊະນະນີ້ເກີດຂຶ້ນອີກ. ພ້ອມດຽວກັນ, ທ່ານພົນໂທ ສັນເສີນ ແກ້ວກໍາເນີດໄດ້ໃຫ້ທ້າວ ຖະໜອມ, ນັກຂ່າວຊ່ອງ NBT ກ່າວຄໍາຂໍໂທດດ້ວຍຕົນເອງຕໍ່ທ່ານທູດ ແລະ ປະຊາຊົນລາວ ແລະຜູ້ກ່ຽວໄດ້ເອົາພວງມະໄລກາບຂໍໂທດໂດຍກົງຕໍ່ທ່ານທູດ ແລະ ປະຊາຊົນລາວທັງຊາດ ແລະ ຫວັງວ່າປະຊາຊົນລາວຈະໃຫ້ອະໄພຕົນຕໍ່ຄວາມຜິດພາດໃນຄັ້ງນີ້.


ຫລັງຈາກນັ້ນ, ທ່ານທູດ ແສງ ສຸຂະທິວົງ ໄດ້ຮັບຊາບຄໍາຂໍໂທດດັ່ງກ່າວ, ໂດຍຈະນໍາເອົາການຂໍໂທດຄັ້ງນີ້ແຈ້ງໃຫ້ປະຊາຊົນຮັບຊາບ, ເຊິ່ງທ່ານທູດເຊື່ອໝັ້ນວ່າປະຊາຊົນລາວຜູ້ມີຈິດໃຈໂອບເອື້ອອາລີຈະໃຫ້ອະໄພໃນຄວາມຜິດພາດຄັ້ງນີ້ ແລະສະແດງຄວາມຫວັງວ່າຈະບໍ່ເກີດຄວາມຜິດພາດໃນລັກຊະນະນີ້ເກີດຂຶ້ນອີກ. ໃນໂອກາດນີ້, ທ່ານທູດ ໄດ້ເໜັ້ນໃຫ້ເຫັນເຖິງຄວາມສໍາພັນ ລາວ-ໄທ ທີ່ເປັນເພື່ອນບ້ານໃກ້ຄຽງທີ່ມີຮີດຄອງປະເພນີ, ວັດທະນະທໍາ ແລະ ພາສາປາກເວົ້າ ທີ່ຄ້າຍຄືກັນ. ພ້ອມນີ້, ທ່ານທູດຍັງໄດ້ກ່າວຕື່ມວ່າຕໍ່ໜ້າຫາກມີບັນຫາບໍ່ເຂົ້າໃຈ ຫລືຕ້ອງການຂໍ້ມູນລະອຽດກໍຂໍໃຫ້ຕິດຕໍ່ປະສານມາຍັງສະຖານທູດເພື່ອຂໍຂໍ້ມູນຂ່າວສານທີ່ຖືກຕ້ອງຕາມຄວາມເປັນຈິງ ເພື່ອສະເໜີຂ່າວທີ່ເຮັດໃຫ້ສັງຄົມຮັບຮູ້ ແລະມີຄວາມເຂົ້າໃຈທີ່ຖືກຕ້ອງ. ທ່ານທູດຍັງໄດ້ຍົກໃຫ້ເຫັນຄວາມໝາຍຄວາມສໍາຄັນຂອງໂຄງການລົດໄຟລາວ-ຈີນ ທີ່ເປັນເສັ້ນທາງປະຫວັດສາດ ແລະແມ່ນເສັ້ນທາງທໍາອິດສໍາລັບປະຊາຊົນລາວ. ປະຊາຊົນລາວມີຄວາມພາກພູມໃຈໃນການເປີດການນໍາໃຊ້ລົດໄຟດັ່ງກ່າວ, ເຊິ່ງໂຄງການນີ້ແມ່ນເພື່ອຜົນປະໂຫຍດຂອງປະຊາຊົນລາວ, ປະຊາຊົນປະເທດເພື່ອນບ້ານ, ປະເທດອາຊຽນ ແລະພາກພື້ນໃນອານາຄົດ.


ໃນຕອນທ້າຍນີ້, ທ່ານທູດ ໄດ້ເນັ້ນຄືນຈຸດຢືນຂອງລັດຖະບານ ສປປ ລາວ ຍາມໃດກໍພະຍາຍາມເສີມຂະຫຍາຍສາຍພົວພັນມິດຕະພາບຖານບ້ານໃກ້ເຮືອນຄຽງທີ່ດີນໍາກັນຂອງສອງປະເທດໃຫ້ນັບມື້ຈະເລີນກ້າວໜ້າເຊິ່ງຕົນເອງໃນນາມທູດຈະທຸ່ມເທເຫື່ອແຮງສືບຕໍ່ຊຸກຍູ້ການພົວພັນ ແລະການຮ່ວມມືຂອງສອງປະເທດໃຫ້ຈະເລີນງອກງາມຍິ່ງໆຂຶ້ນ.