ສ.ເກົາຫຼີ ພັດທະນານໍ້າຢາກວດໂຄວິດໂອໄມຄຣອນ

.ເກົາຫຼີ ພັດທະນານໍ້າກວດເຊື້ອພະຍາດໂຄວິດ-19 ສາຍ ພັນໂອໄມຄອນໄດ້ຢ່າງວ່ອງໄວໃນບໍ່ທໍ່ໃດຊົ່ວໂມງ.

ຕາມຂ່າວຊິນຮວາລາຍງານວ່າ: ສໍານັກງານຄວບຄຸມ ແລະປ້ອງກັນພະຍາດຂອງ . ເກົາຫຼີ ເປີດເຜີຍຄວາມສຳເລັດໃນການພັດທະນານໍ້າຢາກວດພີຊີອາຊຶ່ງສາມາດກວດຈັບພະຍາດໂຄວິດສາຍພັນໃໝ່ຊະນິດກາຍພັນສາຍພັນໂອໄມຄຣອນໄດ້ຢ່າງວ່ອງໄວ, ຊຶ່ງນໍ້າຢາຊະນິດໃໝ່ນີ້ສາມາດກວດຫາເຊື້ອໄວຣັດສາຍພັນຕົ້ນຕໍ 5 ສາຍພັນຄື: ອັລຟາ, ເບຕາ, ແກມມາ, ເດລຕາ ແລະໂອໄມຄຣອນ ລວມທັງເຊື້ອໄວຣັດທີ່ສາມາດພາງຕົວໂດຍ .ເກົາຫຼີ ໄດ້ເປັນປະ ເທດທຳອິດຂອງໂລກທີ່ສາມາດກວດຈັບເຊື້ອໄວຣັສ ທັງ 5 ສາຍພັນຕົ້ນຕໍດ້ວຍການກວດພີຊີອາພຽງຄັ້ງດຽວ, ແຕ່ກ່ອນໃຊ້ເວລາກວດເຊື້ອໂຄວິດສາຍພັນໂອໄມຄຣອນ 3-5 ວັນ ແຕ່ນໍ້າຢາຕົວໃໝ່ສາມາດກວດຈັບໄດ້ຢ່າງວ່ອງ ໄວພາຍໃນ 3-4 ຊົ່ວໂມງ ຫຼັງຈາກຕິດເຊື້ອໄວຣັດ.

ທັງນີ້ນໍ້າຢາດັ່ງກ່າວຈະຖືກຈັດສົ່ງໄປຍັງສູນຄວບຄຸມ ແລະປ້ອງກັນພະຍາດລະດັບພາກພື້ນ 5 ແຫ່ງ ແລະສະຖາບັນວິໄຈສຸຂະພາບ ແລະສິ່ງແວດລ້ອມອີກ 18 ແຫ່ງ ພາຍໃນວັນທີ 29 ທັນວາທີ່ຈະມາເຖິງນີ້.