ພະພຸດທະເຈົ້າ” ຖ້າຈະແປຕາມພາສາກໍຄື: “ຜູ້ຮູ້ຜູ້ຕື່ນຜູ້ເບີກບານພຣະອົງເປັນຜູ້ເປີດສິ່ງທີ່ປິດເປັນຜູ້ຊີ້ທາງໃຫ້ຜູ້ຫຼົງທາງ”, ສ່ວນພຣະອໍຣະຫັນເປັນພຽງລູກສິດ ທີ່ຮູ້ຕາມ ແລະປະຕິບັດຕາມ ແລະໄດ້ ຜົນຕາມການອົບຮົມຂອງຜູ້ເປັນຄູ.
ອີງຕາມຂໍ້ມູນຈາກປຶ້ມພຸດທະປະຫວັດໃຫ້ຮູ້ວ່າ: ພຣະພຸດທະເຈົ້າ ເປັນຜູ້ທີ່ມີປັນຍາຍານ ຫຼື ຄວາມຮູ້ບໍ່ມີທີ່ສິ້ນສຸດຫຼາຍເຖິງບໍ່ມີຫຍັງໃນໂລກໃນຈັກກະວານ, ໃນປະລະມະນູ ໃດທີ່ເພິ່ນບໍ່ຮູ້. ເພີ່ນສາມາດຮູ້ການເກີດຂຶ້ນຂອງຈັກກະວານ ແລະຊາຕາຊີວິດຂອງແຕ່ລະຄົນໃນອະດີດເຖິງອະນາຄົດຢ່າງບໍ່ມີທີ່ສິ້ນສຸດ. “ພຣະພຸດທະເຈົ້າ” ເປັນຜູ້ທີ່ຕັດສະຮູ້ ອະຣິຍະສັດສີ່ ຄື: ຮູ້ເລື່ອງຄວາມທຸກ ສາເຫດແຫ່ງການເກີດທຸກຮູ້ຄວາມ ພົ້ນທຸກ ແລະຫົນທາງ ຫຼື ແນວທາງ ປະຕິບັດເພື່ອພົ້ນຈາກຄວາມທຸກພຣະອົງເປັນຜູ້ບໍລິສຸດຄົນທໍາອິດໃນໂລກ ແລະສອນວິທີປະຕິບັດໃຫ້ຜູ້ອື່ນບໍລິສຸດຕາມ. ພຣະອົງໄຂຄວາມລັບຂອງໂລກຂອງຈັກກະວານໄຂຄວາມບໍ່ຮູ້ເລື່ອງກົດແຫ່ງກໍາ ຫຼື ກົດແຫ່ງ ການກະທໍາ ແລະຊີ້ຊ່ອງທາງໃຫ້ມະ ນຸດຮູ້ວ່າ: ສີ່ງໃດຄວນທໍາທີ່ຈະນໍາຕົນ ໄປສູ່ຄວາມສຸກ ແລະສິ່ງໃດບໍ່ຄວນ ກະທໍາທີ່ຈະນໍາຕົນໄປສູ່ຄວາມທຸກ ເວົ້າແບບຫຍໍ້ໆວ່າ “ປູກພືດເຊັ່ນໃດ ຍ່ອມໄດ້ຮັບຜົນເຊັ່ນນັ້ນຖ້າຄົນຄິດ ຄົດໂກງແລ້ວລົງມືໂກງຍ່ອມໄດ້ຮັບ ຜົນຂອງຄວາມສຸດຈະຣິດນັ້ນ ໂດຍ ບໍ່ຕ້ອງມີໃຜຮູ້ໃຜເຫັນແຕ່ໃນຈິດໃຈຂອງຜູ້ເຮັດນັ້ນເປັນຜູ້ຮູ້ຜູ້ເຫັນ ແລະ ມັນກໍຈະປະກົດຜົນດ້ວຍຕົວຂອງມັນ ເອງໂດຍບໍ່ຕ້ອງມີໃຜລົງໂທດ” ດັ່ງ ນີ້ເປັນຕົ້ນ.
ສ່ວນພຣະອໍລະຫັນທີ່ເປັນລູກສິດນັ້ນອາດຈະສາມາດດັບກິເລດ ແລະມີຈິດໃຈບໍລິສຸດຄືກັບພຣະພຸດທະເຈົ້າແຕ່ບໍ່ມີປັນຍາຍານ ແລະ ອິດທິປາຕິຫານຄືກັນກັບເພິ່ນເຊັ່ນ ອາດສາມາດລະລຶກຊາດຂອງຕົນ ເອງໄດ້ແຕ່ໄດ້ພຽງສິບຊາດ ຫຼື ຮ້ອຍຊາດເທົ່ານັ້ນອາດອ່ານໃຈຄົນໄດ້ແຕ່ບໍ່ຮູ້ອະດີດຕະຊາດຂອງຜູ້ອື່ນວ່າ ເປັນແນວໃດເປັນຕົ້ນ. ນອກຈາກນີ້ຄວາມສາມາດດ້ານອື່ນໆກໍຈໍາກັດ ເຊັ່ນປະຕິບັດຕົນເອງຈົນສາມາດບັນລຸທຳໄດ້ແຕ່ບໍ່ຮູ້ຈະຖ່າຍທອດຄວາມຮູ້ໃຫ້ຜູ້ອື່ນໄດ້ຢ່າງໃດເປັນຕົ້ນ.
ເວົ້າໂດຍຫຍໍ້ກໍຄືວ່າ: ພຣະພຸດທະເຈົ້າມີຄວາມຮູ້ປະຕິຫານບໍ່ມີຂີດຈໍາກັດ, ແຕ່ພະອໍລະຫັນມີຄວາມຮູ້ ແລະປະຕິຫານຈໍາກັດອີງຕາມບາລະມີຂອງຕົ້ນວ່າຈະມີຄວາມສາມາດໃນດ້ານໃດ ແລະມີອິດທິປະຕິຫານໃນດ້ານໃດອາດຈະມີເປັນຂອງ ແຕ່ລະຄົນ.
ນສພ ເສດຖະກິດ-ສັຄົມ