ການ​ປະ​ກອບ​ອ​າ​ຊີບ​ເປັນພື້ນ​ຖານ​ແຫ່ງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ

ເດືອນກຸມພາປີ 2021, ໃນພິທີສະຫຼຸບຜົນການລຶບລ້າງຄວາມທຸກຍາກທົ່ວປະເທດຈີນ, ທ່ານສີຈິ້ນຜິງປະທານປະເທດຈີນໄດ້ປະກາດວ່າ: ການລຶບລ້າງຄວາມທຸກຍາກຂອງຈີນໄດ້ຮັບໄຊນະຢ່າງຮອບດ້ານ. ແຕ່ໃນນະດຽວກັນ, ທ່ານສີຈິ້ນຜິງກໍໄດ້ຊີ້ໃຫ້ເຫັນຢ່າງເຄັ່ງຂຶມວ່າ: “ການທີ່ໄດ້ຮັບໄຊຊະນະບໍ່ແມ່ນເລື່ອງຍາກທີ່ສຸດ, ການຮັກສາ ແລະເສີມຂະຫຍາຍໝາກຜົນຈຶ່ງແມ່ນເລື່ອງຍາກທີ່ສຸດ. ພວກເຮົາຕ້ອງປະຕິບັດວຽກງານດ້ານຕ່າງໆໃນການເຊື່ອມສານການປັບປຸງໝາກຜົນແຫ່ງການລຶບລ້າງຄວາມທຸກຍາກເຂົ້າກັບການພັດທະນາຊົນນະບົດໃຫ້ຈະເລີຮຸ່ງເຮືອງຢ່າງມີປະສິດທິຜົນ, ເຮັດໃຫ້ພື້ນຖານຂອງການລຶບລ້າງຄວາມທຸກຍາກມີຄວາມໜັກແໜ້ນກວ່າເກົ່າ ແລະມີປະສິທິຜົນທີ່ຍືນຍາວກວ່າເກົ່າ.” ໃນນັ້ນ, “ການຊຸຍູ້ການປະກອບອາຊີບຜ່ານຫຼາຍຊ່ອງທາງແມ່ນມາດຕະການສຳຄັນເພື່ອສະໜັບສະໜູນປະຊາຊົນຫຼັງຈາກຍົກຍ້າຍໄປຢູ່ບ່ອນທີ່ເໝາະສົມເພື່ອລຶບລ້າງຄວາມທຸກຍາກ.

ໃນປີ 2021 ນີ້, ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ຕິດຕາມບົດບາດຊຸກດັນຂອງການພັດທະນາອຸດສາຫະກຳທີ່ມີຕໍ່ການປະກອບອາຊີບ.

ວັນທີ 7 ມິຖຸນາປີ 2021, ໃນເວລາທ່ານສີຈິ້ນຜິງເດີນທາງໄປສຳຫຼວດກວກາກຸ່ມບໍລິສັດຜ້າພົມເຊີ້ງຢວນແຂວງຊິ່ງໄຫຂອງຈີນ, ​ຜູ້ຮັບຜິຊອບຂອງບໍລິສັດດັ່ງກ່າວແນະນຳໃຫ້ທ່ານສີຈິ້ນຜິງຮູ້ວ່າ: “ມີແມ່ຍິງຈຳນວນຫຼາຍທີ່ອາໄສຢູ່ບໍລິເວນໃກ້ຄຽງ, ໄດ້ຮັບການຝຶກອົບຮົມທີ່ຈັດໂດຍບໍລິສັດຂອງຕົນ, ຜ່ານເວລາບໍ່ເທົ່າໃດປີກໍສາມາດກາຍເປັນກຳມະກອນທີ່ຊຳນານງານ, ສະເລ່ຍແລ້ວເຂົາເຈົ້າໄດ້ເງິນເດືອນ 4000-5000 ຢວນຕໍ່ຄົນຕໍ່ເດືອນ.” ທ່ານສີຈິ້ຜິງໄດ້ສະແດງຄວາມຍິນດີຕໍ່ເລື່ອງນີ້ວ່າ: “ການພັດທະນາອຸດສາຫະກຳຕ້ອງຊຸກຍູ້ການປະກອບອາຊີບ. ເມື່ອເບິ່ງຈາກດ້ານນີ້ແລ້ວ, ອຸດສາຫະກຳຜະລິດຜ້າພົມຕິເບດບໍ່ພຽງແຕ່ມີບົດບາດໃນການຫຼຸດຜ່ອນຄວາມທຸກຍາກ, ສ້າງລາຍຮັບໃຫ້ກັປະຊາຊົນ ແລະຊຸຊູ້ການພັດທະນາຂອງເຂດຊົນນະບົດເທົ່ານັ້ນ, ຍັງມີບົດບາດທີ່ຊຸກຍູ້ຄວາມສາມັກຄີແລະຄວາມປອງດອງຂອງຊົນເຜົ່າອີກດ້ວຍ.”

ໃນຊຸມປີມໍ່ໆມານີ້, ອຸດສາຫະກຳຜະລິດເຄື່ອງປັກແສ່ວເຜົ່າມົ້ງເມືອງປີ້ເຈແຂວງກຸ້ຍໂຈ່, ອາຫານພື້ນເມືອງເມືອງຊ່າຊ້ຽນແຂຟູຈ້ຽນ, ເຝີຫອຍລິວໂຈ່ເຂດກວາງຊີ ແລະ ຜະລິດຕະພັນອື່ນໆໄດ້ຮັບການພັດທະນາຢ່າງວ່ອງໄວ, ຢູ່ເບື້ອງຫຼັງແຫ່ງຄວາມຈະເລີນຮຸ່ງເຮືອງຂອງອຸດສາຫະກຳຂະໜາດນ້ອຍເຫຼົ່ານີ້, ໄດ້ສ່ອງແສງໃຫ້ເຫັນເຖິງພຶດຕິກຳຕົວຈິງທີ່ແຫ່ງຕ່າງໆຂອງຈີນໄດ້ປະສົມປະສານການບົ່ມເພາະອຸດສາຫະກຳ ແລະພັດທະນາວິສາຫະກິດເຂົ້າກັບການຊຸກຍູ້ການປະກອບອາຊີບຂອງປະຊາຊົນ,ພັດທະນາເຂດຊົນນະບົດໃຫ້ຈະເລີນຮຸ່ງເຮືອງ ແລະພັດທະນາເສດຖະກິດຮູບປະທຳຢ່າງມີການປະສານສົມທົບ ແລະຊ່ວຍຊູຍູ້ໜູນກັນ.

ໃນເດືອນພຶດສະພາປີ 2021, ໃນເວລາລົງເຄື່ອນໄຫວເຮັດວຽກຢູ່ບ້ານໂຈ່ຈ່ວງ ເມືອງຊີ່ຊ່ວນ​ ນະຄອນນານຢາງ​ ແຂວງເຫີນານ​ ທີ່ຢູ່ສາຍກາງຂອງໂຄງການສົ່ງນໍ້າພາກໃຕ້ໄປພາກເໜືອຈີນ, ທ່ານ​ ສີຈິ້ນຜິງ​ ກ່າວເນັ້ນຫນັກວ່າ: ຕ້ອງສືບຕໍ່ປະຕິບັດວຽກງານຊ່ວຍເຫຼືອ​​ປະຊາຊົນຜູ້ຍົກຍ້າຍຖິ່ນຖານ,ຊຸກຍູ້ການພັດທະນາຊົນນະບົດຢ່າງຮອບດ້ານ, ກຳແໜ້ນວຽກງານປູຝັງ, ການຊອກວຽກເຮັດງານທຳຢູ່ຕ່າງຖິ່ນ ແລະ ພັດທະນາອຸດສາຫະກຳແບບໃໝ່ຢ່າງມີການປະສານສົມທົບກັນ, ນໍາໃຊ້ຫຼາຍມາຕະກຳພ້ອມກັນເພື່ອສ້າງລາຍຮັບຜ່ານຫຼາຍຊ່ອງທາງ, ຮັບປະກັນໃຫ້ປະຊາຊົນຜູ້ຍົກຍ້າຍຖິ່ນຖານສາມາດດຳລົງຊີວິດຢ່າງມີຄວາມໝັ້ນທ່ຽງ, ສາມາດພັດທະນາ ແລະ ສ້າງຄວາມຮັ່ງມີຂຶ້ນໄດ້.

ໃນເວລາເປັນປະທານຈັດການຮ່ຳຮຽນຮ່ວມຄັ້ງທີ 28 ຂອງກົມການເມືອງສູນກາງພັກກອມມູນິດຈີນ, ທ່ານສີຈິ້ນຜິງໄດ້ກ່າວເນັ້ນຫນັກຕື່ມວ່າ: “ຕ້ອງປັບປຸງລະບຽບການ​​ກ່ຽວກັບແຮງງານຈາຊົນນະບົດ, ຜູ້ປະກອບອາຊີບແບບບໍ່ຄົງທີ່, ແລະ ຜູ້ປະກອບອາຊີໃນຂະແໜງການທີ່ເກີດຂຶ້ນໃໝ່ໄດ້ເຂົ້ຮ່ວມການປະກັນສັງຄົມໃຫ້ສົມບູນຂຶ້ນ.”

ຄືດັ່ງທີ່ສຸພາສິດຈີນລະບຸໄວ້ວ່າ: ​“ສາມາດກຳຖ້ວຍເຂົ້າ​​ໄດ້ໜັກແໜ້ນ, ພື້ນຖານແຫ່ງຊີວິດການເປັນຢູ່ຈຶ່ງຈະມີຄວາມໜັກແໜ້ນ.”

ນັບແຕ່ຕົ້ນປີ 2021 ນີ້ເປັນຕົ້ນມາ, ສະພາບການປະກອບອາຊີບຂອງຈີນໄດ້ຮັກສາທ່ວງທ່າທີ່ໝັ້ນທ່ຽງ, ຈຳນວນຜູ້ປະກອບອາຊີບໄດ້ເພີ່ມຂຶ້ນຢ່າງຕໍ່ເນື່ອງ, ໂຄງປະກອບດ້ານການປະກອບອາຊີບໄດ້ຮັບການປັບປຸງດີຂຶ້ນ, ຄຸນນະພາບແຫ່ງກາປະກອບອາຊີບໄດ້ເພີ່ມຂຶ້ນຢ່າງພົ້ນເດັ່ນ. ນັບແຕ່ເດືອນມັງກອນ ຫາ ເດືອນຕຸລາປີນີ້, ຈຳນວນຜູ້ປະກອບອາຊີບທີ່​​ເພີ່ມໃໝ່ໃນຕົວເມືອງມີ 11,33 ລ້ານຄົນ, ເຊິ່ງໄດ້ສຳເລັດໜ້າທີ່ ແລະເປົ້າໝາຍຂອງໝົດປີ. ໃນທ້າຍໄຕມາດທີ 3, ແຮງງານຊົນນະບົດທີ່ໄປຊອກວຽກເຮັດງານທຳຢູ່ຕ່າງຖິ່ນມີຫຼາຍກວ່າ 183 ລ້ານຄົນ, ເພີ່ມຂຶ້ນ 2% ເມື່ອທຽບກັບໄລຍະດຽວກັນຂອງປີ 2020, ເຊິ່ງໄດ້ຟື້ນຄືສູ່ລະດັບເທົ່າກັບໄລຍະກ່ອນການແຜ່ລະບາດຂອງພະຍາດໂຄວິດ-19 ໂດພື້ນຖານ.