ເອັສທີເອັສ ມອບເຄື່ອງໃຫ້ ອພສ ແລະ 3 ວັດເມືອງສີໂຄດຕະບອງ

ໃນວັນທີ 16 ທັນວາ 2021, ບໍລິສັດ ເອັສທີເອັສ ຂາອອກ-ຂາເຂົ້າ ຈຳກັດຜູ້ດຽວໄດ້ນຳເອົາເຄື່ອງອຸປະໂພກ-ບໍລິໂພກ ປະກອບມີເຂົ້າສານໜຽວ 120 ເປົ໋າ, ນໍ້າດື່ມ 100 ແພັກ, ໝີ່ 40 ແກັດ, ໄຂ່ໄກ່ 50 ແຕະ ແລະຜ້າອັດປາກ-ດັງ ຈຳນວນ 6 ພັນອັນ ມອບໃຫ້ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ (ອພສ) ລວມມູນຄ່າ ປະມານ 30 ລ້ານກີບ, ຕາງໜ້າມອບໂດຍ ທ່ານ ຈາງເວີຍ ຮອງຜູ້ຈັດການບໍລິສັດເອັສທີເອັສຈຳກັດຜູ້ດຽວ ແລະຕາງໜ້າຮັບໂດຍພະອາຈານໃຫຍ່ມະຫາບຸນມາສິນ ມາພົມ ປະທານອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ.


ນອກຈາກນັ້ນ ໃນວັນທີ 17 ທັນວາ 2021 ບໍລິສັດເອັສທີເອັສ ຂາອອກ-ຂາເຂົ້າຈຳກັດຜູ້ດຽວ ຍັງໄດ້ນຳເອົາເຄື່ອງບໍລິໂພກ ແລະຜ້າອັດປາກ-ດັງ ມອບໃຫ້ 3 ວັດ ຢູ່ເມືອງສີໂຄດຕະບອງ ນະຄອນ ຫຼວງວຽງຈັນ ໃນນີ້ມີວັດໄຕໃຫຍ່ ຂັນທະຣາມ, ວັດນາແຮ່ ແລະວັດ ໜອງດ້ວງ, ຊຶ່ງເຄື່ອງທີ່ນຳມາມອບ ປະກອບມີເຂົ້າສານໜຽວ 120 ເປົ໋າ, ນໍ້າດື່ມ 60 ແພັກ, ໝີ່ 30 ແກັດ, ໄຂ່ໄກ່ 30 ແຕະ ແລະຜ້າອັດປາກ-ດັງ ຈຳນວນ 6 ພັນອັນ.
ທັງນີ້ ກໍ່ເພື່ອເປັນການຮ່ວມ ແຮງຮ່ວມໃຈຕ້ານການແຜ່ລະບາດຂອງພະຍາດໂຄວິດ-19 ໃຫ້ແກ່ອົງການພຸດທະສາສະໜາສຳພັນແຫ່ງ ສປປ ລາວ ແລະພະສົງຂອງ ເມືອງສີໂຄດຕະບອງ ໃຫ້ຜ່ານວິ ກິດນີ້ໄປໃຫ້ໄດ້ ແລະປອດໄພທຸກ ອົງ, ຕາງໜ້າມອບ ໂດຍທ່ານ ຈາງເວີຍ ຮອງຜູ້ຈັດການບໍລິສັດເອັສ ທີເອັສ ຈຳກັດຜູ້ດຽວ, ທ່ານ ບົວໄລ ພານຸວົງ ຫົວໜ້າຫ້ອງການກະຊວງ ຖວທ ແລະ ຕາງໜ້າຮັບໂດຍ ພະອາຈານ ພອນສະຫວັນ ເຈົ້າອະທິການວັດໄຕໃຫຍ່, ຄະນະ ອພສ ເມືອງສີໂຄດຕະບອງ, ຫົວໜ້າໜ່ວຍສາທາລະນຸປະການເມືອງສີໂຄດ.