ຫຼຸດລາຄາພິກເຊລ 6 ແລະພິກເຊລ 6 ໂປຣ ເລີ່ມຕົ້ນທີ່ 599 ໂດລາ

ອີກພຽງບໍ່ທໍ່ໃດຊົ່ວໂມງເທົ່ານັ້ນທີ່ເຮົາຈະໄດ້ເຫັນ Pixel6 ແລະ Pixe’ 6 Pro ສະມາດໂຟນເຮືອທຸງລຸ້ນໃໝ່ຈາກກູເກິລມາພ້ອມກັບ ຊິປ Googke Tensor ທີ່ພັດທະນາໂດຍກູເກິລເພື່ອ Pixel 6 ໂດຍສະເພາະຊຶ່ງກ່ອນໜ້າທີ່ຈະເຖິງງານກໍໄດ້ມີຂໍ້ມູນທີ່ຫຼຸດອອກມາເລື້ອຍໆ ເຊັ່ນດຽວກັບໃນຫຼາຍໆ ປີທີ່ຜ່ານມາຫຼ້າສຸດມີລາຍງານພົບລາຄາຂອງ Pixel 6 ແລະ Pixel 6 Pro ຖືກໃສ່ໄວ້ໃນຊັ້ນວາງເຄື່ອງໃນຫ້າງຊັພພະສິນຄ້າໃນອາເມລິກາຮຽບຮ້ອຍແລ້ວ.

ຊ່ວງກ່ອນໜ້ານີ້ໄດ້ມີຂ່າວລືທີ່ Pixe’ 6 ນັ້ນຈະມີລາຄາຢູ່ທີ່ 749 ໂດລາສະຫະລັດ ແລະ 1.049 ໂດ ລາສຳລັບ Pixel 6 Pro ຊຶ່ງຫຼ້າສຸດໄດ້ມີລາຍງານພົບປ້າຍລາຄາ ຖືກໃສ່ໄວ້ໃນຊັ້ນວາງເຄື່ອງໃນຫ້າງ Target ເຜີຍລາຄາທີ່ຖືກລົງກວ່າເກົ່າອີກ.

-Pixel 6 128GB: 599 ໂດລາ.

-Pixel 6 Pro 128GB: 898 ໂດລາ.

ຫຼັງຈາກນັ້ນກໍໄດ້ມີຄົນໄປກວດສອບກັບພະນັກງານຂອງ Target ອີກເທື່ອໜຶ່ງເຊັ່ນດຽວກັນໃນລະບົບສະຕ໊ອກຂອງTarget ຊຶ່ງຂໍ້ມູນໃນຊັ້ນວາງເຄື່ອງທີ່ຖືແຊຣກ່ອນ ໜ້ານີ້ມີຂໍ້ມູນທີ່ເໝືອນກັນສຳລັບຂໍ້ມູນການວາງຈຳໜ່າຍນັ້ນຈະແຈ້ງຕາມພາຍຫຼັງ.