ອົງການຢາເອີຣົບ ຮັບຮອງສຸກເສີນວັກແຊງໂນວາແວກ

ອົງການຢາສະຫະພາບເອີຣົບຮັບຮອງສຸກເສີນການນໍາໃຊ້ວັກແຊງໂຄວິດຂອງໂນວາແວກເພື່ອຮັບມືກັບການແພ່ລະບາດຊໍ້າ.

ຕາມຂ່າວຕ່າງປະເທດລາຍງານວ່າອົງການ ການຢາ ແຫ່ງສະຫະພາບເອີຣົບ (ອີເອັມເອ) ຖະແຫລງວ່າໄດ້ຂຶ້ນທະບຽນຮັບຮອງເປັນກໍລະນີສຸກເສີນສຳລັບວັກແຊງໂຄວິດ-19 ແບບໂປຕິນຊັບຢູນິດຂອງບໍລິສັດ ໂນວາແວກຈາກອາ ເມລິກາ ໂດຍໃຊ້ໃສ່ຊື່ທາງການຄ້າວ່າ: ນູວາໂຊວິດ (Nuvaxo vid) ໂດຍໃຫ້ໃຊ້ກັບຜູ້ທີ່ມີອາຍຸຕັ້ງແຕ່ 18 ປີຂຶ້ນໄປ ແລະສັກສອງເຂັມເວັ້ນໄລຍະຫ່າງກັນປະມານ 3 ອາທິດ.

ວັກແຊງຂອງໂນວາແວກ ເປັນວັກແຊງໂຄວິດ-19 ລາຍການທີ 5 ຊຶ່ງຜ່ານການອະນຸມັດແບບສຸກເສີນຈາກອີເອັມເອ ຮ່ວມກັບ ໄຟເຊີຣ/ ໄບອອນເທດ, ແອນຕຣາເຊເນກາ/ ອອກຟອດຣ, ໂມເດີຣນາ ແລະຈອນສັນ ແອນຈອນສັນ ແລະອື່ນໆ.