ເຈົ້າແຂວງເນັ້ນຄະນະ ສຄອ ແຂວງຊູດໃໝ່ 8 ບັນຫາ

ກອງປະຊຸມໃຫ່ຍຄັ້ງທີ VIII ຂອງ ສະພາການຄ້າ ແລະ ອຸດສາຫະກຳແຂວງ ສະຫວັນນະເຂດ, ໄດ້ໄຂຂຶ້ນຢ່າງເປັນ ທາງການໃນວັນທີ 20 ທັນວາ 2021 ທີ່ຫ້ອງປະຊຸມສະໂມສອນ ໄກສອນ ພົມວິ ຫານ, ແຂວງສະຫວັນນະເຂດ, ຊຶ່ງໃຫ້ກຽດ ຮ່ວມເປັນຄະນະປະທານໂດຍ ທ່ານ ສັນຕິພາບ ພົມວິຫານ ເຈົ້າແຂວງໆສະຫວັນ ນະເຂດ, ທ່ານ ດາວວອນ ພະຈັນທະວົງ ຮອງປະທານສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ, ທ່ານ ເລືອງໄຊ ບຸນໂຊກວັນ
ປະທານ ສະພາການຄ້າ ແລະ ອຸດສາຫະກໍາ ແຂວງສະຫວັນນະເຂດ ແລະພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມໄດ້ດໍາເນີນເປັນເວລາເຄິ່ງມື້, ເຊິ່ງໄດ້ຮັບຟັງ ແລະເປັນເອກະພາບ ຮັບຮອງເອົາບົດລາຍງານການຈັດຕັ້ງປະຕິບັດວຽກງານຂອງ ສຄອ ສະຫວັນ ນະເຂດໃນໄລຍະ 3 ປີຜ່ານມາ ແລະທິດທາງແຜນການ 3 ປີຕໍ່ໜ້າ ພ້ອມດຽວກັນ ນັ້ນກໍ່ໄດ້ມີການຍ້ອງຍໍຜົນງານຂອງຄະ ນະບໍລິຫານງານ ສຄອ ແຂວງສະຫວັນນະເຂດ.
ກອງປະຊຸມໄດ້ດໍາເນີນການເລືອກຕັ້ງ ຄະນະຊຸດໃໝ່ ໂດຍບັນດາສະມາຊິກສົມບູນຂອງ ສຄອ ແຂວງສະຫວັນນະເຂດ ກໍ່ໄດ້ພ້ອມກັນເສີມຂະຫຍາຍສິດປະຊາ ທິປະໄຕຂອງຕົນມີຄວາມຮັບຜິດຊອບ ສູງດຳເນີນການປ່ອນບັດຄັດເລືອກເອົາ ຄະນະບໍລິຫານງານ ສຄອ ສະຫວັນນະເຂດຊຸດໃໝ່ ຊຸດທີ 8 ຕາມລະບຽບການ, ໂດຍອີງໃສ່ມາດຖານ ແລະ ເງື່ອນໄຂທີ່ ໄດ້ກໍານົດໄວ້ ເຊິ່ງມີຜູ້ສະໝັກທັງໝົດ 35 ທ່ານ ແລະເລືອກເອົາ 33 ທ່ານ.
ພາຍຫຼັງກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານ ສຄອ ສະຫວັນນະເຂດ ຊຸດທີ 8 ໃນມື້ດຽວກັນ, ໄດ້ເປັນເອກະພາບຕົກລົງເຫັນດີ ເປັນເອກະພາບ ເລືອກເອົາຄະນະປະຈໍາ ລວມທັງໝົດ 9 ທ່ານ, ເປັນຍິງ 2 ທ່ານ ເຊິ່ງທ່ານ ເລືອງໄຊ ບຸນໂຊກວັນ ບໍລິສັດ ການຄ້າ ເລກ 1 ໄດ້ຮັບຄວາມໄວ້ວາງໃຈໃຫ້ເປັນປະທານ ຊຸດໃໝ່.
ໃນຕອນທ້າຍກອງປະຊຸມທ່ານ ສັນຕິພາບ ພົມວິຫານ, ເຈົ້າແຂວງໆສະ ຫວັນນະເຂດ ໃຫ້ການໂອ້ລົມ ແລະຊີ້ທິດເຍືອງທາງ ທີ່ມີຄວາມໝາຍຄວາມສຳຄັນຢ່າງຍິ່ງແກ່ ສຄອ ແຂວງສະຫວັນນະເຂດ ກໍ່ຄື ຄະນະບໍລິຫານງານ ຊຸດທີ 8 ໃນຫຼາຍໆດ້ານເຊັ່ນ:
1. ເອົາໃຈໃສ່ບຸກບືນສູ້ຊົນສ້າງຄວາມ ເຂັ້ມແຂງໃຫ້ແກ່ ສຄອ ແຂວງ , ຢຶດໝັ້ນ ຄວາມເປັນເຈົ້າ, ເຊື່ອໝັ້ນຕໍ່ການນໍາພາ ຂອງພັກ ແລະ ລັດຖະບານ.
2. ຍົກສູງພາລະບົດບາດ ສຄອ ແຂວງ ແລະ ເຮັດໜ້າທີ່ໃຫ້ສົມກຽດ, ເຕົ້າ ໂຮມຄວາມສາມາຄີຜູ້ປະກອບການທຸກ ຂະແໜງການ, ເປັນແມ່ແຮງພັດທະນາທຸລະກິດພາຍໃນແຂວງໃຫ້ເຕີບໃຫຍ່ຂະຫຍາຍຕົວ.
3. ສືບຕໍ່ຂະຫຍາຍສະມາຊິກ ແລະຊຸກຍູສົ່ງເສີມສະມາຊິກ, ສ້າງກຸ່ມ, ສະມາຄົມທຸລະກິດໃຫ້ມີຄວາມເຂັ້ມແຂງ, ຍາດແຍ່ງເອົາຜົນປະໂຫຍດໃຫ້ສະມາຊິກ ໃຫ້ໄດ້ຫຼາຍທີ່ສຸດໂດຍສະເພາະການພັດທະນາໃນຂະແໜງກະສິກຳ, ເອົາໃຈໃສ່ ປັບປຸງຜະລິດຕະພັນ, ນໍາໃຊ້ເຕັກໂນໂລຊີ ເຮັດໃຫ້ໄດ້ມາດຕະຖານ ແລະ ຄຸນນະ ພາບແລະສາມາດແຂ່ງຂັນ ແລະສົ່ງອອກ ໄດ້ໃຫ້ນັບມື້ນັບຫຼາຍຂຶ້ນ.
4. ມະຫາພາກຕ້ອງເອົາໃຈໃສ່ສະໜັບສະໜູນອຸ້ມຊູ ແລະອໍານວຍຄວາມສະດວກ ພາກທຸລະກິດ, ສຄອ ແຂວງ, ກຸ່ມ, ສະມາຄົມທຸລະກິດ ໃຫ້ປະຕິບັດຖືກຕ້ອງຕາມ ລະບຽບກົດໝາຍ, ມີຄວາມເຊື່ອໝັ້ນເຊິ່ງກັນ ແລະກັນລະຫວ່າງພາກລັດແລະພາກ ທຸລະກິດ ເພື່ອສ້າງຄວາມເຂັ້ມແຂງໃຫ້ ແກ່ທຸລະກິດ ແລະສາມາດແຂ່ງຂັນກັບ ຕ່າງປະເທດ.
5. ມະຫາພາກຕ້ອງສົ່ງເສີມໃຫ້ພາກ ທຸລະກິດ ສາມາດເຂົ້າຫາແຫຼ່ງທຶນ, ຕະຫຼາດ ໂດຍສະເພາະ ວິສາຫະກິດຂະໜາດ ນ້ອຍ ແລະກາງ ໂດຍການສ້າງນະໂຍບາຍ ເອື້ອອໍານວຍຕ່າງໆ ເພື່ອສົ່ງເສີມທຸລະກິດ.
6. ສຄອ ແຂວງຕ້ອງຍົກລະດັບຂີດ ຄວາມສາມາດການແຂ່ງຂັນຂອງທຸລະກິດພາຍໃນແຂວງ, ໂດຍສະເພາະແມ່ນ ການປັບປຸງສະພາບແວດລ້ອມການດຳ ເນີນທຸລະກິດໃຫ້ດີຂຶ້ນໃນເທື່ອລະກ້າວ.
7. ເຜີຍແຜ່ ນິຕິກຳ, ລະບຽບກົດໝາຍ ທີ່ກ່ຽວຂ້ອງໃຫ້ແກ່ສະມາຊິກໃນແຕ່ລະໄລຍະ, ຊຸກຍູ້ໃຫ້ດໍາເນີນທຸລະກິດໃຫ້ ຖືກຕ້ອງຕາມກົດໝາຍ, ໃຫ້ມີການເສຍ ພັນທະທີ່ຖືກຕ້ອງ ແລະເປັນກະບອກສຽງ, ເປັນຫູເປັນຕາ, ຕໍານິຕິຊົມ ເພື່ອໃຫ້ລັດຖະ ບານປັບປຸງແບບວິທີການເຮັດວຽກຖືກຕ້ອງ ແລະສອດຄອງຕາມນະໂຍບາຍ ທີ່ວາງອອກ.
8. ສຄອ ແຂວງ ກໍ່ຄື ບັນດາທຸລະກິດ ຕ້ອງປັງປຸງໂຕເອງໂດຍສະເພາະແມ່ນ ບຸກທະລຸທາງດ້ານຈິນຕະນາການ, ຍົກລະດັບການບໍລິຫານຄຸ້ມຄອງທຸລະກິດ ແລະຕ້ອງມີຄວາມສາມັກຄີຮັກແພງ, ຊ່ວຍ ເຫຼືອເຊິ່ງກັນແລະກັນລະຫວ່າງນັກທຸລະກິດ, ພ້ອມກັນປະກອບສ່ວນສ້າງສາ ແລະພັດທະນາປະເທດຊາດໃຫ້ຈະເລີນຮຸ່ງເຮືອງ ແລະຕ້ອງຄົ້ນຄ້ວາ, ສັງລວມຂໍ້ມູນ ຕ່າງໆເພື່ອປະກອບສ່ວນສະເໜີຄຳຄິດ ຄຳເຫັນຊ່ວຍລັດຖະບານ ຕໍ່ກັບການພັດ ທະນາເສດຖະກິດ ສັງຄົມ ຂອງແຂວງ ກໍ່ຄື ປະເທດຊາດ ຕາມວາລະແຫ່ງຊາດ ເສດຖະກິດການເງິນທີ່ລັດຖະບານວາງ ອອກ.