ນວ ແຈ້ງຫ້າມຂຶ້ນລາຄາ ແລະຂາຍສິນຄ້າເກືອດຫ້າມຊ້ວງປີໃໝ່ສາກົນ

ເພື່ອເຮັດໃຫ້ການຄຸ້ມຄອງລາຄາ ສິນຄ້າ ແລະ ຄ່າບໍລິການ ໃຫ້ເຂົ້າສູ່ລະບົບ ກົດໝາຍບົນພື້ນຖານກົນໄກເສດຖະກິດ ຕະຫຼາດ ທີ່ມີການຄຸ້ມຄອງ ແລະ ດັດສົມ ຂອງລັດ ພ້ອມດຽວກັນນັ້ນ ເຮັດໃຫ້ການ ສະໜອງສິນຄ້າອຸປະໂພກ-ບໍລິໂພກພຽງ ພໍກັບຄວາມຕ້ອງການຂອງຜູ້ຊົມໃຊ້ ແລະ ມີຄວາມເປັນທຳທາງດ້ານລາຄາ, ປະລິ ມານ ແລະ ຄຸນນະພາບ, ຫຼີກລ່ຽງບໍ່ໃຫ້ມີ ການເອົາລັດເອົາປຽບລະຫວ່າງຜູ້ຂາຍ ແລະ ຜູ້ຊື້ ຊຶ່ງຈະສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງປະຊາຊົນ ທັງຮັບປະກັນໃຫ້ທົ່ວສັງຄົມມີຄວາມສະຫງົບ ແລະ ຄວາມເປັນລະບຽບ.
ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າ ນະຄອນຫຼວງວຽງຈັນ ໃນວັນທີ 20 ທັນວາ 2021 ອອກແຈ້ງ ໃຫ້ຜູ້ປະກອບ ການທຸລະກິດ, ຊາວຄ້າຂາຍນຳສິນຄ້າ ຂອງຕົນອອກມາຈຳໜ່າຍເປັນປົກກະຕິ ແລະ ຂາຍໃນລາຄາລັດກຳນົດໄວ້ໃຫ້ ໂດຍສະເພາະລາຍການສິນຄ້າທີ່ລັດຄວບ ຄຸມລາຄາເປັນຕົ້ນ, ເຂົ້າສານ, ຊີ້ນໝູ, ປາ ສ່ວນສິນຄ້າປະເພດອື່ນໆ ແມ່ນຂາຍໃນລາຄາປົກກະຕິຕາມທີ່ໄດ້ປະຕິບັດໄລຍະຜ່ານມາ.
ຫ້າມກັກຕຸນສິນຄ້າ ແລະ ສວຍໂອກາດ ຂຶ້ນລາຄາສິນຄ້າທຸກຮູບແບບ ໃຫ້ຄະນະ ຈັດສັນຕະຫຼາດຊຸກຍູ້ລະດົມໃຫ້ຊາວຄ້າ ຂາຍສິນຄ້າໃຫ້ປົກກະຕິ ເພື່ອເຮັດໃຫ້ການ ສະໜອງສິນຄ້າພຽງພໍ ພ້ອມດຽວກັນນັ້ນ ກໍ່ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງ ກັນການແຜ່ລະບາດຂອງພະຍາດໂຄວິດ -19 ຢ່າງເຂັ້ມງວດ.
ໃຫ້ທຸລະກິດຈຳໜ່າຍສິນຄ້າອຸປະໂພກ ແລະ ບໍລິໂພກ ແລະ ໃຫ້ບໍລິການຕ້ອງຕິດລາ ຄາໃສ່ສີນຄ້າ, ຄ່າບໍລິການຂອງຕົນການ ຕິດລາຄາໃຫ້ສາມາດເຫັນໄດ້ຊັດເຈນ ແລະ ຕ້ອງຕິດເປັນເງິນກີບເທົ່ານັ້ນ, ສຳ ລັບສິນຄ້າປະເພດເຂົ້າສານ, ຊີ້ນໝູ, ປາ ນິນ ກະຊັງແມ່ນກຳນົດລາຄ້າດັ່ງນີ້: ລາ ຄາເຂົ້າສານປະເພດ 2 ສູງສຸດບໍ່ ໃຫ້ເກີນ ລາຄາ 7.400 ກີບຕໍ່ກິໂລ, ລາຄາຊີ້ນໝູ ປະເພດ 1 ສູງສຸດບໍ່ໃຫ້ເກີນລາຄາ 48.000 ກີບຕໍ່ກິໂລ, ຊີ້ນໝູປະເພດ 2 ສູງສຸດບໍ່ໃຫ້ເກີນ 45.000 ກີບຕໍ່ກິໂລ ສ່ວນລາຄາປານິນກະຊັງສູງສຸດບໍ່ໃຫ້ ເກີນ 20.000 ກີບຕໍ່ກິໂລ.
ໃຫ້ຈຳໜ່າຍກະຕ່າຂອງຂວັນອວຍ ພອນປີໃໝ່ ນຳເອົາສິນຄ້າມີຄຸນນະພາບ ແລະ ຕິດສະຫຼາກສິນຄ້າເປັນພາສາລາວ ມາຫຸ້ມຫໍ່ໃສ່ໃນກະຕ່າຂອງຂວັນ ແລະ ການ ຈຳໜ່າຍຕ້ອງໄດ້ແນະນຳລາຍການ ສິນຄ້າທີ່ຫຸ້ມຫໍ່ຕົວຈິງເຊັ່ນ ປະເພດສິນຄ້າ, ຂະໜາດ, ຈຳນວນ, ລາຄາລວມທີ່ຂາຍ ຊຶ່ງລາຄາຂາຍໃຫ້ເໝາະສົມກັບຕົ້ນທຶນບໍ່ ໃຫ້ສູງເກີນຄວາມເປັນຈິງ.
ຫ້າມບໍ່ໃຫ້ຜູ້ປະກອບການທຸລະກິດ ຊາວຄ້າຂາຍຈອດລົດ, ຈອດລໍ້, ຕັ້ງຮ້ານ, ກາງເຕັ້ນເພື່ອຈັດງານຕ່າງໆ, ວາງເຄື່ອງ ຂອງ ຫຼືຂາຍສິນຄ້າທຸກປະເພດ ຊະຊາຍ ໃສ່ທາງຫຼວງ,ຖະໜົນຫຼືທາງຄົນຢ່າງ ເດັດຂາດ, ຫ້າມບໍ່ໃຫ້ນຳເຂົ້າ ແລະ ຈຳໜ່າຍ ສິນຄ້າເກືອດຫ້າມທຸກຊະນິດເຊັ່ນ: ຜະລິດຕະພັນຢາສູບໄຟຟ້າ, ຢາສູບຊິກາ, ກະໂພກ, ດອກໄມ້ໄຟ ແລະ ອື່ນໆ ຢ່າງເດັດ ຂາດ ຕາມຂໍ້ຕົກລົງວ່າດ້ວຍລາຍການສິນ ຄ້າເກືອດຫ້າມນຳເຂົາ ແລະ ສົ່ງອອກສະ ບັບເລກທີ 0848/ອຄ, ວັນທີ 13 ກັນຍາ 2021, ຖ້າຫາກເຈົ້າໜ້າທີກວດກາການ ຄ້າ ຫຼື ພາກສ່ວນກ່ຽວຂ້ອງ ກວດພົບເຫັນ ການລະເມີດແຈ້ງການສະບັບນີ້ ແມ່ນຈະ ນຳໃຊ້ມາດຕະການສຶກສາອົບຮົມ, ຢຶດ ສິນຄ້າ, ປັບໄໝຫຼືດຳເນີນຄະດີຕາມລະ ບຽບກົດໝາຍຕາມແຕ່ກໍ່ລະນີ້ໜັກຫຼືເບົາ.
ແນວໃດກໍ່ຕາມ ແຈ້ງການດັ່ງກ່າວ ແມ່ນມອບໃຫ້ຂະແໜງການຄ້າ, ຫ້ອງ ການອຸສາຫະກຳ ແລະ ການຄ້າເມືອງ 9 ຕົວເມືອງປະສານສົມທົບກັບພາກສ່ວນ ກ່ຽວຂ້ອງເອົາໃຈໃສ່ຕິດຕາມ, ກວດກາ ແລະ ຈັດຕັ້ງປະຕິບັດເນື້ອງໃນແຈ້ງການ ສະບັບນີ້ຕາມພາລະບົບບາດຂອງຕົນ ເພື່ອໃຫ້ໄດ້ຮັບຜົນຕາມຄາດໝາຍ.

ຂ່າວ: ບຸນນິກ