ເອດີບີ ຊ່ວຍເຫຼືອອາຊຽນພັດທະນາການທ່ອງທ່ຽວ

ເອດີບີ ສ້າງຕັ້ງກອງທຶນການຊ່ວຍເຫຼືອດ້ານເຕັກນິກອັນໃໝ່ເພື່ອຊ່ວຍເຫຼືອການທ່ອງທ່ຽວອາຊີຕາເວັນອອກສຽງໃຕ້ (ອາຊຽນ) ພັດທະນາການທ່ອງທ່ຽວໃຫ້ຈະເລີນຄືນໃໝ່.
 
ຕາມຂ່າວ Cri ລາຍງານວ່າທະນາຄານພັດທະນາອາຊີ ຫຼືເອດີບີປະກາດວ່າເອດີບີໄດ້ສ້າງຕັ້ງກອງທຶນການຊ່ວຍເຫຼືອດ້ານເຕັກນິກທີ່ມີ ມູນຄ່າ 1,7 ລ້ານໂດລາສະຫະລັດ ເພື່ອເລັ່ງໃຫ້ການທ່ອງທ່ຽວອາຊີຕາເວັນອອກສຽງໃຕ້ (ອາຊຽນ) ຟື້ນຟູຈາກການແຜ່ລະບາດຂອງພະຍາດໂຄວິດ-19 ແລະ ຊ່ວຍເຫຼືອນັກທຸລະກິດການທ່ອງທ່ຽວທ້ອງຖິ່ນໂດຍສະເພາະແມ່ນແມ່ຍິງ ແລະຊາວໜຸ່ມນຳໃຊ້ເວທີດີຈີຕອນພັດທະນາການທ່ອງທ່ຽວ. ກອງທຶນດັ່ງກ່າວມີຊື່ວ່າ: ກອງທຶນການທ່ອງທ່ຽວແບບຍືນຍົງອາຊີຕາເວັນອອກສຽງໃຕ້ໂດຍຈະຊ່ວຍເຫຼືອບັນດາປະເທດສ້າງໂຄງການທ່ອງທ່ຽວແບບຍືນຍົງດ້ານສິ່ງແວດລ້ອມ ແລະຊຸກຍູ້ເອກະຊົນລະດົມທຶນເພື່ອສະໜັບສະໜູນໂຄງການເຫຼົ່ານີ້.
 
ທ່ານ ສະເດເວີນ ສີບານີ ຫົວໜ້າຜູ້ຊ່ຽວຊານການທ່ອງທ່ຽວອາຊີຕາເວັນອອກສຽງໃຕ້ຂອງ ADB ກ່າວວ່າ, ກອງທຶນນີ້ມີຈຸດປະສົງ ເພື່ອຊ່ວຍເຫຼືອສະມາຊິກທີ່ພວມພັດ ທະນາຢູ່ອາຊີຕາເວັນອອກສຽງ ໃຕ້ຂອງ ADB ໃຫ້ພັດທະນາການທ່ອງທ່ຽວໃຫ້ຈະເລີນຄືນໃໝ່ເຮັດ ໃຫ້ການທ່ອງທ່ຽວທີ່ໄດ້ຣັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຢ່າງຫນັກຫນ່ວງນັ້ນຟື້ນຟູຊີວິດຊີວາ.