ຊຳຊຸງກາແລກຊີເອສ 21 ເອຟຟີ ອາດຈະເປີດໂຕໃນວັນທີ 11 ມັງກອນປີໜ້າ

ຄືດັ່ງທີ່ຮູ້ກັນດີວ່າຊຳຊຸງມີແຜນຈະເປີດສິ່ງໃໝ່ Unpacked Part 2 ທີ່ຈັດຂຶ້ນໃນວັນທີ 20 ຕຸລາຊຶ່ງຕໍ່ຈາກການເປີດໂຕຂອງ Apple ແລະ Google ແບບຕິດໆ ໄປເລີຍ.

ຊຶ່ງອາດມີຄົນສັນນິຖານວ່າຊຳຊຸງກຳລັງຈະເປີດໂຕ Galaxy S21 FE ທີ່ມີບັນຫາເລື່ອງຂອງການເລື່ອນເປີດໂຕເພາະຂາດແຄນຊິປຢ່າງໃດກໍຕາມກໍມີການຢືນຢັນຈາກ Tweet ຄາດວ່າມືຖືລຸ້ນນີ້ກຳລັງເຂົ້າສາຍພາຍການຜະລິດຢ່າງເປັນທາງການເຮັດໃຫ້ຊຳຊຸງບໍ່ສາມາດເປີດໂຕເປັນເວລາ 2-3 ເດືອນ ເຮັດໃຫ້ການເລື່ອນການເປີດໂຕໃນໄລຍະວັນທີ 11 ມັງກອນ.

ແມ່ນວ່າ Galaxy S21 FE ເປີດໂຕໃນເດືອນມັງກອນເຮັດໃຫ້ມືຖືລຸ້ນໃໝ່ຂອງ Galaxy S22 ຖືກຜັດໄປເປັນໄລຍະເດືອນກຸມພາເພື່ອບໍ່ໃຫ້ S21 FE ໝົດຄວາມ ໜ້າສົນໃຈນັ້ນເອງທັງນີ້ຕ້ອງລຸ້ນກັນຕໍ່ໄປວ່າຂ່າວນີ້ຈະເປັນຈິງ ຫຼືບໍ່ຕໍ່ໄປ.