3 ສະໝຸນໄພພື້ນບ້ານ ຊ່ວຍກຳຈັດສານພິດອອກຈາກຮ່າງກາຍ

ຮຽບຮຽງໂດຍ: ຟ້າ 

ທຸກມື້ນີ້ຮ່າງກາຍຂອງເຮົາບໍ່ສາມາດຫຼີກລ່ຽງຈາກສານພິດທີ່ເປັນອັນຕະລາຍຕໍ່ສຸຂະພາບຂອງເຮົາໄດ້,ສານພິດເຫຼົ່ານີ້ເປັນສາເຫດເຮັດໃຫ້ເກີດພະຍາດຕ່າງໆ ເຊັ່ນ: ເປັນຫວັດ, ການຕິດເຊື້ອ ແລະອິດເມື່ອຍຕາມຕົນໂຕ ແລະເມື່ອຮ່າງກາຍເຮົາມີສານພິດເຊື້ອແບັກທີເລຍ ແລະເຊື້ອພະຍາດກໍຈະສາມາດເຂົ້າສູ່ຮ່າງກາຍເຮົາໄດ້ງ່າຍມື້ນີ້ເລີຍນໍາເອົາເຄື່ອງດື່ມທີ່ສາມາດເຮັດໄດ້ງ່າຍ ແລະ ໄວຊຶ່ງຈະຊ່ວຍກຳຈັດສານພິດອອກຈາກຮ່າງກາຍຂອງທ່ານ, ເມື່ອທ່ານເລີ່ມດື່ມທ່ານຈະສັງເກດເຫັນວ່າຮ່າງກາຍຮູ້ສຶກສົດຊື່ນ, ເບົາຕົນເບົາຕົວ, ພະລັງງານໃນຮ່າງກາຍເພີ່ມຂຶ້ນ.

ສ່ວນປະສົມ: ໝາກນາວ 21 ໜ່ວຍ, ຂີງສົດ 2 ຫົວ, ນໍ້າ 2 ຖ້ວຍແລະແອັບເປິ່ນຂຽວ 5 ໜ່ວຍ. ໂດຍປອກເປືອກແອັບເປິ່ນ ແລະປາດເປັນປ່ຽງເອົາແກ່ນອອກໃຫ້ໝົດ, ຂີງລ້າງໃຫ້ສະອາດແລ້ວຊອຍເປັນຕ່ອນເພື່ອເວລາປັ່ນຈະປັ່ນສະດວກຂຶ້ນ, ຈາກນັ້ນເອົາແອັບເປິ່ນ, ເອົາຂີງທີ່ຊອຍໄວ້ນັ້ນລົງໃສ່ເຄື່ອງປັ່ນໝາກໄມ້ແລ້ວເອົານໍ້າທີ່ເຮົາກຽມໄວ້ນັ້ນລົງໄປ, ບີບນໍ້າໝາກນາວລົງ, ຈາກນັ້ນກໍປັ່ນສ່ວນປະສົມທັງໝົດໃຫ້ເຂົ້າກັນດີແລ້ວກໍສາມາດຖອກໃສ່ຈອກພ້ອມດື່ມໄດ້ຄວນດື່ມກ່ອນອາຫານເຊົ້າໃນ ຂະນະທີ່ທ້ອງວ່າງຈະໄດ້ຜົນດີທີ່ສຸດ.