ນັກສຶກສາລາວ 16 ຄົນໄດ້ຮັບທຶນໄປຮຽນ ຢູ່ປະເທດຍີ່ປຸ່ນ

  ໃນວັນທີ 12 ມີນາ 2019, ສະຖານເອກອັກຄະຣາຊະທູດຍີ່ປຸ່ນ ປະຈຳ ສປປ ລາວ ໄດ້ຈັດງານລ້ຽງ ສົ່ງນັກສຶກສາທີ່ບ້ານທ່ານເອກຄະ ຣາຊະທູດຍີ່ປຸ່ນ, ນະຄອນຫຼວງວຽງ ຈັນ, ໃຫ້ແກ່ນັກສຶກສາ 16  ຄົນ  ທີ່ ຈະໄດ້ໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນພາຍ ໃຕ້ທຶນລັດຖະບານຍີ່ປຸ່ນ (MEXT: Ministry of Education, Culture, Sports, Science and Technology of japan).

  ໃນໄລຍະເວລາເກືອບ 30 ປີທີ່ ຜ່ານມາ, ນັກສຶກສາລາວທີ່ໄປສຶກ ສາຕໍ່ໃນປະເທດຍີ່ປຸ່ນມີຈຳນວນ ຫຼາຍກວ່າ 1,000 ຄົນ ໂດຍຜ່ານ ຫຼາຍໆໂຄງການ ການສຶກສາ, ເຊັ່ນໂຄງການ MEXT, JDS (japanese Grant Aid for Human Resource Development Sch olarship), YLP (Young Leader`s Program) ແລະອື່ນໆ. ສຳລັບປີນີ້, ລັດຖະບານຍີ່ປຸ່ນໄດ້ໃຫ້ທຶນແກ່ນັກ ສຶກສາລາວຈຳນວນ 16 ຄົນ (8 ຄົນ ຈະເຂົ້າຮຽນໃນລະດັບປະລິນ ຍາໂທ, 2 ຄົນ ໃນລະດັບວິຊາຊີບ ຊັ້ນສູງທາງດ້ານເຕັກໂນໂລຊີ ແລະ 6 ຄົນ ໃນລະດັບວິຊາຊີບຊັ້ນສູງທົ່ວ ໄປ) ຜູ້ທີ່ຈະຖືກຕ້ອນຮັບຢ່າງອົບ ອຸ່ນເມື່ອໄປຮອດຍີ່ປຸ່ນ. ນັກສຶກສາ ເຫຼົ່ານີ້ມີຄວາມໂດດເດັ່ນໃນສາຂາ ວິຊາທີ່ພວກເຂົາເລືອກຮຽນ ແລະ ໄດ້ຜ່ານການສອບເສັ່ງແຕ່ລະດັບ ຂອງ MEXT.

  ທ່ານ ທາເກຊິ ຮິກິຮາຣະ ເອກອັກຄະຣາຊະທູດຍີ່ປຸ່ນປະຈຳ ສປປ ລາວ, ໄດ້ໃຫ້ຄຳເຫັນວ່າ ວິຊາສະເພາະທີ່ນັກສຶກສາທັງ 16 ຄົນ ໄດ້ເລືອກຈະສາມາດເປີດມຸມມອງໃໝ່ສູ່ອະນາຄົດທີ່ຮຸ່ງເຮືອງ ຂອງພວກເຂົາ, ທ່ານຍັງໄດ້ເວົ້າເຖິງ ຄວາມສຳຄັນໃນການສຳພັດຕົວຈິງ ກັບປະເທດຍີ່ປຸ່ນ ແລະການພົບປະ ໂອ້ລົມກັບຄົນຍີ່ປຸ່ນໂດຍກົງ, ທ່ານ ຍັງໄດ້ໃຫ້ກຳລັງໃຈແກ່ບັນດານັກສຶກສາເຫຼົ່ານີ້ວ່າພວກເຂົາຈະປະກອບສ່ວນອັນສຳຄັນໃຫ້ແກ່ສາຍ ພົວພັນລາວ-ຍີ່ປຸ່ນ ຜ່ານການເປັນ ຂົວຕໍ່ລະຫວ່າງທັງສອງປະເທດ ພາຍຫຼັງຈົບການສຶກສາ.

  ນາງ ສຸລິດາ ຫຼວງພະຈະເລີນ ໃນຖານະຜູ້ທີ່ໄດ້ຮັບທຶນລັດຖະບານ ຍີ່ປຸ່ນໃນຄັ້ງນີ້  ຊຶ່ງຈະໄປຮຽນໃນລະ ດັບປະລິນຍາໂທໃນສາຂາທຸລະກິດ ສາກົນ ແລະການບໍລິຫານຢູ່ທີ່ມະຫາວິທະຍາໄລໂດຊີຊະ, ໄດ້ກ່າວສະແດງຄວາມຂອບໃຈຕໍ່ກັບລັດຖະ ບານຍີ່ປຸ່ນທີ່ໃຫ້ທຶນແກ່ພວກເຂົາ ເພື່ອໄປສຶກສາຕໍ່ທີ່ປະເທດຍີ່ປຸ່ນ ແລະໄດ້ເວົ້າເຖິງຄວາມມຸ່ງໝັ້ນໃນ ການໄປສຶກສາຮໍ່າຮຽນຢ່າງໜັກທີ່ ຍີ່ປຸ່ນ.

ນສພ ເສດຖະກິດ-ສັງຄົມ