ພາຍຸໃຕ້ຝຸ່ນຮາອີ ພັດເຂົ້າຟິລິບປິນ ເສຍຊີວິດ 30 ຄົນ

ພາຍຸໃຕ້ຝຸ່ນຮາອີ ສ້າງຄວາມເສຍຫາຍເປັນວົງກວ້າງ ແລະໜັກໜ່ວງໃຫ້ກັບເກາະທາງພາກກາງ ແລະພາກໃຕ້ຂອງຟິລິບປິນຂະນະທີ່ຈຳນວນຜູ້ເສຍຊີວິດເພີ່ມເປັນ ຫຼາຍກວ່າ 30 ຄົນ.

ຕາມຂ່າວຕ່າງປະເທດລາຍງານວ່າວັນທີ 18 ທັນວາທີ່ຜ່ານມາເກີດເຫດພາຍຸໃຕ້ຝຸ່ນຮາອີຊຶ່ງເປັນພາຍຸລູກທີ 15 ຂອງປີນີ້ທີ່ພັດຜ່ານຟິລິບປິນເກາະມິນດາເນົາດ້ວຍຄວາມແຮງລົມ 270 ກິໂລ ແມັດຕໍ່ຊົ່ວໂມງ ແລະຄວາມໄວລົມ 195 ກິໂລແມັດຕໍ່ຊົ່ວໂມງ, ສຳນັກງານປ້ອງກັນ ແລະບັນເທົາສາທາລະນະໄພຢືນຢັນຈຳນວນຜູ້ເສຍຊີ ວິດຢ່າງໜ້ອຍ 31 ຄົນ ຂະນະພື້ນທີ່ທີ່ເສຍຫຼາຍທີ່ສຸດຄືແຂວງຄາປູລູອັງດີນາກັດທາງພາກເໜືອຂອງເກາະມິນດາເນົາຊຶ່ງ 95% ຂອງບ້ານເຮືອນໃນພື້ນທີ່ດັ່ງກ່າວໄດ້ຮັບຄວາມເສຍຫາຍຢ່າງໜັກ.

ຢ່າງໃດກໍຕາມ, ໂຮງໝໍ ແລະສູນພັກຊົ່ວຄາວເກືອບໃຊ້ການບໍ່ໄດ້ເພາະເປ່ເພດ້ວຍກະແສລົມຮຸນແຮງ.