ສຳເລັດກອງປະຊຸມທະວິພາຄີ ປະຈຳປີ 2021 ລະຫວ່າງ ທຫລ ແລະ ທປຈ

   ກອງປະຊຸມທະວິພາຄີ ລະຫວ່າງ ທະນາຄານແຫ່ງ ສປປ ລາວ (ທຫລ) ແລະທະ​ນາ​ຄານ​ແຫ່ງຊາດກໍາປູເຈຍ (ທປຈ) ປະຈໍາປີ 2021 ໄດ້ຈັດຂຶ້ນເມື່ອວັນທີ 16 ທັນວາ 2021 ທີ່ນະ​ຄອນ​ພະນົມເປັນ ຣາຊະອານາຈັກກໍາປູເຈຍ ໂດຍການເປັນເຈົ້າພາບຂອງທະ​ນາ​ຄານ​ແຫ່ງຊາດກໍາປູເຈຍ ຊຶ່ງຝ່າຍຄະນະຜູ້ແທນຈາກທະນາຄານແຫ່ງ ສປປ ລາວ ນໍາໂດຍທ່ານ ສອນໄຊ ສິດພະໄຊ ຜູ້ວ່າການທະນາຄານແຫ່ງ ສປປ ລາວ ແລະຝ່າຍຄະນະຜູ້ແທນຈາກທະນາຄານແຫ່ງຊາດກໍາປູເຈຍນໍາໂດຍ ທ່ານ ເຈຍ ຈັນໂຕ ຜູ້ວ່າການທະນາຄານແຫ່ງຊາດກໍາປູເຈຍພ້ອມດ້ວຍຄະນະນໍາທັງສອງຝ່າຍຈາກສອງທະນາຄານກາງເຂົ້າຮ່ວມ.

   ກອງປະຊຸມທະ​ວິ​ພາ​ຄີ ໄດ້​ຈັດ​ຂຶ້ນທຸກປີເພື່ອຮັດແໜ້ນສາຍພົວພັນອັນແໜ້ນແຟ້ນມິດຕະພາບ ແລະຍາວນານລະຫວ່າງສອງທະນາຄານກາງເພື່ອເປັນການສະຫຼຸບຕີລາຄາໝາກຜົນການຈັດ​ຕັ້ງ​ປະ​ຕິ​ບັດ​ວຽກ​ງານ​ການ​ພົວ​ພັນຮ່ວມມືໃນຂະແໜງການເງິນ-ເງິນຕາສອງ​ຝ່າຍໂດຍສະເພາະໃນຂົງເຂດການເງິນ-ການທະນາຄານຂອງສອງປະເທດ ສປປ ລາວ ແລະຣາຊະອານາຈັກກໍາປູເຈຍ.

   ສໍາລັບກອງປະຊຸມໃນປີນີ້ໄດ້ມີການປຶກສາຫາລື ແລະແລກປ່ຽນຮ່ວມກັນໃນຫຼາຍບັນຫາສຳຄັນຕົ້ນຕໍຄືສະ​ພາບເສດ​ຖະ​ກິດມະ​ຫາ​ພາກ ​ແລະ ການພັດທະນາຂະແໜງການ​ທະ​ນາ​ຄານ​ຂອງ​ສອງ​ປະ​ເທດມາດຕະການຕອບໂຕ້​ຕໍ່ການລະບາດຂອງພະຍາດ COVID-19 ແລະການສົ່ງເສີມການລົງທຶນໃນທະນາຄານ ແລະສະຖາບັນການເງິນການ​ພັດທະນາລະບົບຊໍາລະສະສາງ ​ແລະ ສະກຸນເງິນດິຈີຕອລ ການຄຸ້ມຄອງເງິນຕາຕ່າງປະເທດລວມ​ເຖິງ​ການ​ແລກ​ປ່ຽນ​ບົດ​ຮຽນ​ຮ່ວມ​ກັນ​ໃນບັນຫາອື່ນໆ ທີ່ທັງສອງຝ່າຍມີຄວາມສົນໃຈຮ່ວມກັນນອກນັ້ນໃນກອງປະຊຸມຄັ້ງນີ້ຍັງມີວາລະພົບປະລະຫວ່າງນັກທຸລະກິດລາວທີ່ໄດ້ມາເປີດບໍລິການຢູ່ຣາຊະອານາຈັກກຳປູເຈຍກັບທະນາຄານກາງຂອງສອງປະເທດອີກດ້ວຍ.

ໃນໂອກາດເຂົ້າຮ່ວມກອງປະຊຸມດັ່ງກ່າວທະນາຄານແຫ່ງ ສປປ ລາວ ຕາງໜ້າໃຫ້ລັດຖະບານ ແຫ່ງ ສປປ ລາວ ໄດ້ມອບຫຼຽນກາມິດຕະພາບເນື່ອງໃນໂອກາດສະເຫຼີມສະຫຼອງວັນສ້າງຕັ້ງທະນາຄານແຫ່ງ ສປປ ລາວ ຄົບຮອບ 50 ປີ ໃຫ້ແກ່ທະນາຄານແຫ່ງຊາດກໍາປູເຈຍເພື່ອສະແດງເຖິງມິດຕະພາບ ແລະການຮ່ວມມືທີ່ດີງາມຂອງສອງທະນາຄານກາງ.  

  ກອງປະຊຸມຄັ້ງນີ້ໄດ້ດຳເນີນໄປດ້ວຍບັນຍາກາດໄມຕີຈິດມິດຕະພາບຊຶ່ງສາມາດບັນລຸຜົນສໍາເລັດຕາມລະດັບຄາດໝາຍໂດຍຜ່ານການປຶກສາຫາລື ແລະແລກປ່ຽນບົດຮຽນຮ່ວມກັນຜົນສຳເລັດຂອງກອງປະຊຸມຄັ້ງນີ້ຖືເປັນຂີດໝາຍອັນສໍາຄັນໃນການເສີມຂະຫຍາຍສາຍພົວພັນຮ່ວມມືຂອງສອງປະເທດໂດຍສະເພາະກໍຄືສອງທະນາຄານກາງໃຫ້ນັບມື້ນັບພັດທະນາກ້າວສູ່ລວງເລິກ ແລະປະກອບສ່ວນເຂົ້າໃນການສົ່ງເສີມການຄ້າ ແລະການລົງທຶນຂອງສອງປະເທດໃຫ້ນັບມື້ນັບຂະຫຍາຍຕົວຍິ່ງຂຶ້ນ.