ດ່ານພາສີສາກົນໜອງນົກຂຽນເກັບລາຍຮັບໄດ້ລື່ນແຜນ

ໂດຍ: ທູນທອງໃຈ

ດ່ານພາສີສາກົນໜອງົກຂຽນ ເມືອງໂຂງ ແຂວງຈໍາປາສັກ ທີ່ຂຶ້ນກັບພາສີປະຈໍາແຂວງຈໍາປາສັກ, ເຮັດໜ້າທີ່ຄືກັນກັບດ່ານພາສີຊາຍແດນອື່ນໆໃນຂອບເຂດທົ່ວປະເທດຊອ່ງເຄື່ອນໄຫວຈັດຕັ້ງປະຕິບັດວຽກງານການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຕາມໜ້າທີ່ ແລະຂອບເຂດສິດທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍພາສີ ສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ 2020 ປະຈຸບັນມີພະນັກງານ-ເຈົ້າໜ້າທີ່ພາສີທັງໝົດ 6 ຄົນ.

ທ່ານ ສາຍຄໍາ ດວງມາລາ ຫົວໜ້າດ່ານພາສີສາກົນໜອງນົກຂຽນ ໃຫ້ສໍາພາດວ່າ: ການປະຕິບັດແຜນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຂອງດ່ານພາສີສາກົນໜອງນົກຂຽນໃນ 11 ເດືອນສົກປີ 2021​ ແມ່ນຢູ່ໃນທ່າມກາງສະພາບແວດລ້ອມທີ່ມີຄວາມທ້າທາຍຫຼາຍບັນຫາ, ໃນສົກປີ 2021 ດ່ານພາສີສາກົນໜອງນົກຂຽນໄດ້ຮັບຕົວເລກແຜນຈັດເກັບລາຍຮັບ 1,2 ຕື້ກີບ, ຜ່ານຈາກການຈັດຕັ້ງປະຕິບັດຕົວຈິງໃນ 11 ເດືອນສາມາດເກັບລາຍຮັບໄດ້ທັງໝົດ 6,47 ຕື້ກີບ, ຖ້າທຽບໃສ່ແຜນການປີປະຕິບັດໄດ້ 539,40%, ທຽບໃສ່ໄລຍະດຽວຂອງປີກ່ອນເພີ່ມຂຶ້ນ 223,86% ຊຶ່ງລາຍຮັບດັ່ງກ່າວແມ່ນໄດ້ຈາກການເກັບພາສີນໍາເຂົ້າພາຫະນະເປັນຄັນ, ພາສີສິນຄ້ານໍາເຂົ້າເພື່ອສົ່ງອອກ ຫຼື ສິນຄ້າຜ່ານແດນພາສີນໍາເຂົ້າເຄື່ອງອຸປະໂພກ-ບໍລິໂພກຄ່າທໍານຽມ ແລະຄ່າປັບໄໝຕ່າງໆສະເພາະໃນ 1 ເດືອນທ້າຍປີ 2021 ດ່ານພາສີສາກົນໜອງນົກຂຽນຄາດຄະເນວ່າຈະຈັດເກັບລາຍຮັບໃຫ້ໄດ້ປະມານ 27 ລ້ານກີບ,ຄາດຄະເນໝົດປີ 2021 ຈະເກັບລາຍຮັບເຂົ້າງົບປະມານແຫ່ງລັດໝົດປີ ໄດ້ປະມານ 6,5 ຕື້ກີບ ເທົ່າກັບ 541,66% ຂອງແຜນການປີ.

ທ່ານ ສາຍຄໍາ ດວງມາລາ ກ່າວຕື່ມວ່າ: ຍ້ອນໄດ້ຮັບການນໍາພາ-ຊີ້ນໍາຢ່າງໃກ້ຊິດຈາກຄະນະພັກ-ຂັ້ນເທິງທັງສາຍຕັ້ງ-ສາຍຂວາງ, ພະແນການເງິນແຂວງ,​ ພາສີປະຈໍາແຂວງ ແລະການນໍາດ່ານສາກົນໜອງນົກຂຽນ, ອ້າຍນ້ອງພະນັກງານພາສີພວກເຮົາກໍ່ມີຄວາມສາມັກຄີເປັນປຶກແຜ່ນ, ມີລະບອບແບບແຜນໃນການເຮັດວຽກຈຶ່ງເຮັດໃຫ້ວຽກງານມີຜົນສໍາເລັດ,ປະຈຸບັນດ່ານພາສີສາກົນໜອງນົກຂຽນໄດ້ສໍາເລັດການຕິດຕັ້ງ ແລະໄດ້ນໍາໃຊ້ລະບົບຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມ, ພາຫະນະຂົນສົ່ງສິນຄ້າ ແລະຕູ້ບັນທຸກສິນຄ້າ (ຕູ້ຄອນ ເທັນເນີ້) ດ້ວຍລະບົບເອເລັກໂຕຼນິກແບບທັນສະໄໝ ( 53) ຊຶ່ງເລີ່ມປະຕິບັດນໍາໃຊ້ມາແຕ່ວັນທີ 15 ຕຸລາ 2021 ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຖືກຕ້ອງ, ຄົບຖ້ວນ ແລະທັນຕາມກໍານົດເວລາທີ່ກົດໝາຍກໍານົດໄວ້, ຄຽງຄູ່ກັບດ້ານດີທີ່ກ່າວມານັ້ນກໍ່ຍັງມີບາງບັນຫາຂໍ້ຫຍຸ້ງຍາກຕົ້ນຕໍແມ່ນຢູ່ດ່ານພາສີສາກົນໜອງນົກຂຽນບໍ່ມີເຄື່ອງກວດກາ ຫຼືເອັກສະເລກະເປົ໋າເດີນທາງຂອງນັກທ່ອງທ່ຽວແບບທັນສະໄໝ, ບໍ່ມີສາງຄ່ຽນ ຖ່າຍສິນຄ້າ ແລະບໍ່ມີເດີ່ນຈອດລົດບັນທຸກ-ຂົນສົ່ງສິນຄ້າ, ລະບົນອິນເຕີເນັດມັກເກີດບັນຫາຈຶ່ງເຮັດໃຫ້ການເຄື່ອນໄຫວວຽກງານບາງຄັ້ງມີຄວາມຊັກຊ້າ.

ສໍາລັບທິດທາງແຜນການເຄື່ອນໄຫວວຽກງານໃນຕໍ່ໜ້ານັ້ນ, ທ່ານ ສາຍຄໍາ ດວງມາລາ ຫົວໜ້າດ່ານພາສີສາກົນໜອງນົກຂຽນກ່າວວ່າ: ຕໍ່ໜ້າຄະນະນໍາດ່ານພາສີສາກົນໜອງນົກຂຽນພວກເຮົາຈະສືບຕໍ່ເອົາໃຈໃສ່ປະຕິ ບັດກົດໝາຍພາສີ ແລະກົດໝາຍອື່ນໆທີ່ກ່ຽວຂ້ອງ, ສືບຕໍ່ເພີ່ມທະວີຄວາມເປັນເຈົ້າການໃນການນໍາພາ-ຊີ້ນໍາການຈັດຕັ້ງປະຕິບັດວຽກງານດ້ວຍຄວາມຮັບຜິດຊອບສູງ, ເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ອ້າຍນ້ອງພະນັກງານໃຫ້ໜັກແໜ້ນ, ປະຕິບັດໜ້າທີ່ວຽກງານທີ່ຖືກມອບໝາຍດ້ວຍຄວາມຮັບຜິດຊອບ; ເຜີຍແຜ່-ເຊື່ອມຊຶມມະຕິ, ຄໍາສັ່ງ ແລະ ຂໍ້ກໍານົດຕ່າງໆ ໃຫ້ພະນັກງານ ແລະຜູ້ປະກອບການຮັບຮູ້ເຂົ້າໃຈເພື່ອພ້ອມກັນຈັດຕັ້ງປະຕິບັດ, ເອົາໃຈໃສ່ຄຸ້ມຄອງ, ຊຸກຍູ້ສົ່ງເສີມ ແລະອໍານວຍຄວາມສະດວກຕໍ່ບັນດາຫົວໜ່ວຍທຸລະກິດໃນການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງເພື່ອເປັນເງື່ອນໄຂໃນການມອບພັນທະເຂົ້າງົບປະມານຢູ່ດ່ານພາສີໃຫ້ເພີ່ມຂຶ້ນໂດຍສອດຄ່ອງຕາມຄໍາແນະນໍາ ແລະແຈ້ງການຂອງກະຊວງການເງິນສະບັບເລກທີ 4490; 4491, ລົງວັນທີ 14 ກັນຍາ 2021, ທັງນີ້ກໍ່ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດບັນລຸຕາມແຜນການທີ່ວາງໄວ້.