ຫວຽດນາມ-ສ. ເກົາຫຼີ ສູ້ຊົນການຄ້າໃຫ້ບັນລຸ 100 ຕື້ໂດລາ

ຕອນບ່າຍວັນທີ 13 ທັນວາ, ຢູ່ນະຄອນຫຼວງເຊີອຸນ, ທ່ານປະທານສະພາແຫ່ງຊາດ ສສ ຫວຽດນາມ ເວືອງດິ່ງເຫ້ວແລະທ່ານປະທານສະພາແຫ່ງຊາດ .ເກົາຫຼີ Park Byeong Seug ພ້ອມກັນເຂົ້າຮ່ວມເວທີປາໄສວິສາຫະກິດ ຫວຽດນາມ-.ເກົາຫຼີ.

ຕາມຂ່າວສານຫວຽດນາມລາຍງານວ່າ: ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ເນັ້ນໜັກວ່າການເຄື່ອນໄຫວດ້ານເສດຖະກິດ, ການຄ້າ, ການລົງທຶນ, ທ່ອງທ່ຽວແມ່ນໜຶ່ງໃນບັນດາເສົາຄໍ້າຂອງການພົວພັນຫວຽດນາມ-.ເກົາຫຼີ. ເຖິງວ່າໃນໄລຍະຜ່ານມາໂລກ ລະບາດໂຄວິດ-19 ໄດ້ສົ່ງຜົນກະທົບເຖິງທັງ 2 ປະເທດກໍ່ຕາມ, ແຕ່ແງ່ຫວັງເພື່ອເສີມຂະຫຍາຍບັນດາໝາກຜົນການຮ່ວມມືລະຫວ່າງ 2 ປະເທດ ຍັງມີຫຼາຍຢູ່. ສະພາແຫ່ງຊາດຫວຽດນາມສະໜັບສະໜູນການຍົກລະດັບການພົວພັນລະຫວ່າງ 2 ປະເທດ ໃຫ້ຂຶ້ນສູ່ລະດັບການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ, ສູ້ຊົນຮອດປີ 2023 ສະເພາະຂະແໜງການຄ້າຈະບັນລຸລະດັບ 100 ຕື້ໂດລາສະຫະລັດຕາມທິດນັບມື້ນັບສ້າງຄວາມດຸ່ນດ່ຽງ ແລະຮອດປີ 2030 ສູ້ຊົນບັນລຸເປົ້າໝາຍ 150 ຕື້ໂດລາ.

  ທີ່ເວທີປາໄສ, ປະທານສະພາແຫ່ງຊາດທັງ 2 ທ່ານໄດ້ເປັນສັກຂີພິຍານເລື່ອງການນຳແຂວງທາຍງວຽນ, ຮ່ານາມ, ບັກນິງ, ທາຍບິ່ງ, ຫາຍເຢືອງມອບໃບຢັ້ງຢືນຈົດທະບຽນລົງທຶນ ແລະຂໍ້ຕົກລົງຮ່ວມມືກັບບັນດາວິສາຫະກິດຂອງ.ເກົາຫຼີ 15 ສະບັບ. ພ້ອມກັນນັ້ນ, ຍັງມີໃບຢັ້ງຢືນຈົດທະບຽນລົງທຶນ ແລະຂໍ້ຕົກລົງຮ່ວມມືອື່ນ 12 ສະບັບກໍ່ໄດ້ຮັບການລົງນາມ ແລະມອບແບບທາງໃກ.