ປະຊາກອນຈີນ ຫຼາຍກວ່າ 80% ໄດ້ຮັບວັກແຊງຄົບແລ້ວ

ທາງການ ສປ ຈີນ ຈັດການສັກວັກແຊງໂຄວິດ-19 ຄົບຕາມເງື່ອນໄຂໃຫ້ກັບປະຊາຊົນຫຼາຍກວ່າ 1,1 ຕື້ຄົນ ຄິດເປັນຫຼາຍກວ່າ 80% ຂອງທົ່ວປະເທດ.
ຕາມຂ່າວຕ່າງປະເທດລາຍງານໃນວັນທີ 12 ທັນວາທີ່ຜ່ານມາວ່າຄະນະກຳມະທິການສາທາລະນະສຸກແຫ່ງຊາດ (ເອັນເອຊຊີ) ລາຍງານວ່າ 82,5% ຂອງປະຊາ ກອນປະມານ 1.400 ລ້ານຄົນ ໄດ້ຮັບວັກແຊງໂຄວິດ-19 ຄົນ ແລ້ວຄິດເປັນປະມານ 1,16 ຕື້ຄົນ, ຂະນະທີ່ປະຊາກອນປະມານ 120,6 ລ້ານຄົນ ໄດ້ຮັບວັແຊງເຂັມກະຕຸ້ນແລ້ວຢ່າງໃດກໍຕາມອັດຕາການສັກວັກແຊງໃນກຸ່ມຜູ້ສູງອາຍຸ 80 ປີຂຶ້ນໄປຍັງຕໍ່າສ່ວນການສັກວັກແຊງເຊື້ອຕາຍໃຫ້ກັບຜູ້ມີອາຍຸ 3-11 ປີເລີ່ມເດືອນພະຈິກ ທີ່ຜ່ານມາ.
ທັງນີ້ຈີນສັກວັກແຊງເຂັມກະຕຸ້ນໃຫ້ກັບປະຊາຊົນທີ່ຮັບວັກແຊງຄົບແລ້ວດົນເກີນກວ່າ 6 ເດືອນ ໂດຍໃຫ້ສິດກັບບຸກຄະລາກອນທາງການແພດ, ຜູ້ມີພະຍາດປະຈຳຕົວໂດຍສະເພາະອາການທີ່ສົ່ງຜົນຕໍ່ລະບົບພູມຄຸ້ມກັນ ແລະຜູ້ປະກອບອາຊີບຊຶ່ງຕ້ອງພົບປະຜູ້ຄົນຈຳນວນຫຼາຍ.