ກຽມສ້າງໂຮງງານຕັດຫຍິບຫຼັກ 19

ວັນທີ 29 ພະຈິກ 2021 ນີ້, ກົມໃຫຍ່ພະລາທິການກອງທັບໄດ້ຈັດພິທີເຊັນບົດບັນທຶກຄວາມເຂົ້າໃຈກ່ຽວກັບການສຳຫຼວດ ແລະສຶກສາຄວາມເປັນໄປໄດ້ໃນການຮ່ວມທຸລະກິດປັບປຸງໂຮງງານເກີບທັນວາ ແລະສ້າງຕັ້ງໂຮງງານຕັດຫຍິບຫຼັກ19 ທ່າງ່ອນຂອງບໍລິສັດ ພີເອັດສແອວ ເຊີວິດສ໌ ຈຳກັດຜູ້ດຽວ,ໂດຍການເຂົ້າຮ່ວມເປັນປະທານຂອງສະຫາຍ ພົນຈັດຕະວາຄໍາແດງ ແພງວິໄລ ຮອງຫົວໜ້າກົມໃຫຍ່ພະລາທິການກອງທັບ, ມີທ່ານ ນາງ ພວງທອງ ສຸຍະວົງ ປະທານບໍລິສັດພີເອັດສແອວ ເຊີວິດສ໌ ຈຳກັດຜູ້ດຽວມີຄະນະນໍາຫ້ອງການ, ກົມອຸປະໂພກ-ບໍລິໂພກ, ກົມເສນາພະລາ, ກົມກໍ່ສ້າງ-ຄຸ້ມຄອງຊັບສິນ, ຄະນະອໍານວຍການໂຮງງານເກີບທັນວາ, ໂຮງງານຕັດຫຍິບ ເລກ 1 ກອງທັບ, ພະນັກງານວິຊາການທັງສອງພາກສ່ວນເຂົ້າຮ່ວມ, ຜ່ານການປຶກສາຫາລືຢ່າງລະອຽດຄົບຖ້ວນ, ສອງຝ່າຍໄດ້ຕົກລົງເຫັນດີເປັນເອກະພາບກັນໃນການສ້າງບົດບັນທຶກຄວາມເຂົ້າໃຈເພື່ອເປັນບ່ອນອີງໃນການສຶກສາຄວາມເປັນໄປໄດ້ຂອງການຮ່ວມທຸລະກິດປັບປຸງຍົກລະດັບສາຍການຜະລິດຂອງໂຮງງານເກີບທັນວາ ແລະສ້າງຕັ້ງໂຮງງານຕັດຫຍິບຫຼັກ 19 ທ່າງອນ, ຊຶ່ງບັນດາໜ້າວຽກຕົ້ນຕໍທີ່ຈະຕ້ອງໄດ້ຈັດຕັ້ງປະຕິບັດໂດຍປະສານສົມທົບກັບໂຮງງານເກີບທັນວາເພື່ອສຶກສາ ແລະເກັບກຳຂໍ້ມູນໃນການລົງທຶນປັບປຸງໂຮງງານ, ຍົກລະດັບສາຍການຜະລິດຂອງໂຮງງານເກີບທັນວາໃຫ້ສາມາດຜະລິດເກີບແພທຸກຊະນິດ (ເຄື່ອງແພຕະກຸນແຂງ) ໃຫ້ໄດ້ຄຸນນະພາບ ແລະ ໄດ້ຕາມມາດຕະຖານ, ສາມາດຕອບສະໜອງໃຫ້ກອງທັບ ແລະ ທ້ອງຕະຫຼາດທົ່ວໄປຄົ້ນຄວ້າອອກແບບການກໍ່ສ້າງ ແລະ ປັບປຸງອາຄານຫ້ອງການ, ຫໍພັກຂອງໂຮງງານ, ຊຶ່ງການອອກແບບການກໍ່ສ້າງອາຄານໂຮງງານ, ຫ້ອງການ ແລະສະຖານທີ່ກິນຢູ່ພັກເຊົາຂອງພະນັກງານ-ກຳມະກອນໂຮງງານ, ການຄຸ້ມ ຄອງການຜະລິດ ແລະການບໍລິຫານໂຮງງານຕັດຫຍິບຫຼັກ 19 ທ່າງ່ອນແມ່ນຈະຕ້ອງດຳເນີນໄປໃຫ້ສອດຄ່ອງຕາມມາດຕະຖານ ISO, ແນໃສ່ການຜະລິດໃຫ້ໄດ້ມາດຕະຖານ ແລະຄຸນນະພາບທີ່ດີເພື່ອກຽມພ້ອມຮັບການສັ່ງຈອງ ແລະຜະລິດສົ່ງອອກຕ່າງປະເທດ, ຕ້ອງຮັບປະກັນໃຫ້ສາມາດດຳເນີນການຜະລິດ ຕະຫຼອດເວລາ, ເມື່ອພາຍຫຼັງສອງຝ່າຍເຊັນ MOU ແລະສໍາເລັດການອະນາໄມສະຖານທີ່ໂດຍມີການປະສານສົມທົບກັບຝ່າຍ”,  ຝ່າຍສາມາດດໍາເນີນການອອກແບບການກໍ່ສ້າງໂດຍສອດຄ່ອງຕາມທີ່ໄດ້ລະບຸໄວ້ໃນສັນຍາການກຳນົດສັດສ່ວນການຖືຮຸ້ນຂອງແຕ່ລະຝ່າຍແມ່ນຢູ່ບົນພື້ນຖານມູນຄ່າຊັບສິນ ແລະມູນຄ່າການລົງທຶນຕົວຈິງ, ທັງສອງຝ່າຍຕົກລົງເຫັນດີປຶກສາຫາລືຕາມຫຼັກການຕ່າງຝ່າຍຕ່າງມີຜົນປະໂຫຍດຮ່ວມກັນບົນພື້ນຖານຫຼັກການຄວາມສະເໝີພາບ, ຖືກຕ້ອງ ແລະສອດຄ່ອງຕາມລະບຽບກົດໝາຍແຫ່ງ ສປປ ລາວ.

ຈາກນັ້ນ, ທັງສອງຝ່າຍກ່ໍໄດ້ເຊັບບົດບັນທຶກຄວາມເຂົ້າໃຈຮ່ວມກັນກ່ຽວກັບການສຳຫຼວດ ແລະສຶກສາຄວາມເປັນໄປໄດ້ໃນການຮ່ວມທຸລະກິດປັບປຸງໂຮງງານເກີບທັນວາ ແລະສ້າງຕັ້ງ ໂຮງງານຕັດຫຍິບຫຼັກ 19 ທ່າງ່ອນ, ຕາງໜ້າກົມໃຫຍ່ພະລາທິການກອງທັບໂດຍສະຫາຍ ພົນຈັດຕະວາ ຄໍາແດງ ແພງວິໄລ ຮອງຫົວໜ້າກົມໃຫຍ່ພະ ລາທິການກອງທັບ ແລະທ່ານ ນາງ ພວງທອງ ສຸຍະວົງ ປະທານບໍລິ ສັດພີເອັດສແອວ ເຊີວິດສ໌ ຈຳກັດຜູ້ດຽວ.