ດ່ານພາສີສາກົນວັງເຕົ່າ ເກັບລາຍຮັບໄດ້ 531 ຕື້ກວ່າກີບ

ຂ່າວ: ທູນທອງໃຈ

   ດ່ານພາສີສາກົນວັງເຕົ່າ ເມືອງໂພນທອງ ແຂວງຈໍາປາສັກ ທີ່ຂຶ້ນກັບພາສີປະຈໍາແຂວງຈໍາປາສັກ, ກໍ່ຄືກັນກັບດ່ານພາສີຊາຍແດນອື່ນໆໃນຂອບເຂດທົ່ວປະເທດຊຶ່ງເຄື່ອນໄຫວຈັດຕັ້ງປະຕິບັດວຽກງານການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຕາມໜ້າທີ່ ແລະຂອບເຂດສິດທີ່ກໍານົດໄວ້ໃນກົດໝາຍວ່າດ້ວຍພາສີສະບັບເລກທີ 81/ສພຊ, ລົງວັນທີ 29 ມິຖຸນາ2020, ປະຈຸບັນມີພະນັກງານ-ເຈົ້າໜ້າທີ່ພາສີ ທັງໝົດ 35 ຄົນ, ຍິງ 10 ຄົນ, ໂຄງປະກອບການຈັດຕັ້ງຂອງດ່ານພາສີສາກົນວັງເຕົ່າ ປະກອບມີ 3 ກຸ່ມວຽກໃຫຍ່ຄື: ກຸ່ມວຽກຄຸ້ມຄອງການແຈ້ງພາສີເປັນລາຍລະອຽດ; ກຸ່ມວຽກຄຸ້ມຄອງສາງ, ກວດກາສິນຄ້າ, ເຄື່ອງຂອງ ແລະເຂດປອດພາສີ ແລະກຸ່ມວຽກກວດກາພາຫະນະ ແລະຜູ້ໂດຍສານ.

ສໍາລັບສະພາບລວມກ່ຽວກັບການຈັດຕັ້ງປະຕິບັດການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດນັ້ນ, ທ່ານ ປອ. ພູຊ່ອງ ສົມຄິດ ຮອງຫົວໜ້າດ່ານພາສີສາກົນວັງເຕົ່າ ໃຫ້ສໍາພາດໃນທ້າຍເດືອນພະຈິກ 2021 ທີ່ຜ່ານມາວ່າ: ການປະຕິບັດແຜນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ຂອງດ່ານພາສີສາກົນວັງເຕົ່າໃນ 10 ເດືອນສົກປີ 2021 ແມ່ນຢູໃນທ່າມກາງສະພາບແວດລ້ອມທີ່ມີຄວາມທ້າທາຍຫຼາຍບັນຫາ, ໃນສົກປີ 2021 ດ່ານພາສີສາກົນວັງເຕົ່າໄດ້ຮັບຕົວເລກແຜນຈັດເກັບລາຍຮັບ 738 ຕື້ 800 ລ້ານກີບ ຖືວ່າເປັນຕົວເລກທີສູງສົມຄວນ, ແຕ່ໃນຄະນະດຽວກັນການປະຕິບັດແຜນຫຼຸດຜ່ອນອັດຕາພາສີໃນຂອບເຂດອາຊຽນ-ຂອບເຂດຮ່ວມມືຕ່າງໆ, ການຍົກເວັ້ນ, ງົດເກັບ ແລະຫຼຸດຜ່ອນອັດຕາພາສີຕາມນະໂຍບາຍສົ່ງເສີມການລົງທຶນນັບມື້ເພີ່ມຂຶ້ນ ລວມໄປເຖິງກຳ ລັງໃນການຊື້-ຊົມໃຊ້ສີນຄ້າປະເພດນໍ້າມັນເຊື້ອໄຟ ແລະພາຫະນະມີທ່າອ່ຽງຫຼຸດລົງ, ພ້ອມນີ້ບັນດາ

ປະເທດຕ່າງໆໃນໂລກລວມທັງປະເທດລາວຂອງພວກເຮົາກໍາລັງປະເຊີນໜ້າກັບການແຜ່ລະບາດຂອງພະຍາດໂຄວິດ-19, ເຮັດໃຫ້ການຂົນສົ່ງສິນຄ້າຂາເຂົ້າ-ຂາອອກ ມີຄວາມຫຍຸ້ງຍາກຊຶ່ງສົ່ງຜົນກະທົບຕໍ່ການຈັດເກັບລາຍຮັບຈາກການນໍາເຂົ້າສີນຄ້າ, ເຄື່ອງຂອງປະເພດຕ່າງໆ.

ທ່ານ ປອ.ພູຊ່ອງ ສົມຄິດ ຮອງຫົວໜ້າດ່ານພາສີສາກົນວັງເຕົ່າໃຫ້ຮູ້ຕື່ມວ່າ: ໃນ 10 ເດືອນປີ 2021 ດ່ານພາສີສາກົນວັງເຕົ່າສາມາດເກັບລາຍຮັບໄດ້ທັງໝົດ 5,3 ຕື້ລ້ານກວ່າກີບ, ຖ້າທຽບໃສ່ແຜນການປີປະຕິບັດໄດ້ 71,94%,​  ທຽບໃສ່ໄລຍະດຽວຂອງປີກ່ອນ ແມ່ນ ຫຼຸດລົງ 4,68%. ໃນ 2 ເດືອນທ້າຍປີ 2021 ດ່ານພາສີສາກົນວັງເຕົ່າຄາດຄະເນວ່າຈະຈັດເກັບລາຍຮັບໄດ້ປະມານ 1,18 ລ້ານກີບ, ເທົ່າກັບ 16,040% ຂອງແຜນການປີ. ຄາດຄະເນຈະເກັບລາຍຮັບເຂົ້າງົບປະມານແຫ່ງລັດໝົດປີ 2021 ຈະເກັບໄດ້ປະມານ 6,5 ຕື້ລ້ານກີບ ເທົ່າກັບ 88% ຂອງແຜນການປີ.

ທ່ານ ປອ. ພູຊ່ອງ ສົມຄິດ ກ່າວຕື່ມວ່າ: ດ່ານພາສີສາກົນວັງເຕົ່າໄດ້ນຳໃຊ້ລະບົບທີ່ທັນສະໄໝເຂົ້າໃນການແຈ້ງເສຍພາສີເປັນລາຍລະອຽດລະບົບ (ASYCUDA) ເພື່ອເຊື່ອມຕໍ່ກັບລະບົບແຈ້ງພາສີປະຕູດຽວແຫ່ງຊາດ, ມອບຄ່າພາສີ + ອາກອນ ແລະ ຄ່າທໍານຽມຕ່າງໆຜ່ານລະບົບທະນາຄານ ( Smart Tax ), ປະຈຸບັນດ່ານພາສີສາກົນວັງເຕົ່າ ໄດ້ສໍາເລັດ, ຕິດຕັ້ງ ແລະໄດ້ນໍາໃຊ້ລະບົບຄຸ້ມຄອງພາຫະນະທ່ອງທ່ຽວຢ້ຽມຢາມ, ພາຫະນະຂົນສົ່ງສິນຄ້າ ແລະຕູ້ບັນທຸກສິນຄ້າ (ຕູ້ຄອນເທັນເນີ້) ດ້ວຍລະບົບເອເລັກໂຕຼນິກແບບທັນສະໄໝ ( 53) ຊຶ່ງເລີ່ມປະຕິບັດນໍາໃຊ້ມາແຕ່ວັນ ທີ 15 ຕຸລາ 2021 ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຖືກຕ້ອງ, ຄົບຖ້ວນ ແລະທັນຕາມກໍານົດເວລາທີ່ກົດໝາຍກໍານົດໄວ້.

ສ່ວນແຜນການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດ ໃນສົກປີ 2022 ນັ້ນ, ຄາດຄະເນວ່າດ່ານພາສີສາກົນວັງເຕົ່າຈະໄດ້ຮັບຕົວເລກປະມານ 760 ຕື້ກີບ, ເພື່ອເຮັດໃຫ້ທິດທາງແຜນການໃນ 2 ເດືອນທ້າຍປີ 2021 ແລະທິດທາງແຜນການ ປີ 2022 ບັນລຸຕາມແຜນ ການທີ່ວາງໄວ້ນັ້ນ, ທ່ານ ປອ. ພູຊ່ອງ ສົມຄິດກ່າວວ່າ: ຄະນະໜ່ວຍພັກ-ຄະນະນໍາດ່ານພາສີສາກົນວັງເຕົ່າພວກເຮົາຈະໄດ້ເອົາໃຈໃສ່ບາງບັນຫາຕົ້ນຕໍແມ່ນເພີ່ມທະວີຄວາມເປັນເຈົ້າການໃນການນໍາພາ-ຊີ້ນໍາ ການຈັດຕັ້ງປະຕິບັດວຽກ ງານຮອບດ້ານດ້ວຍຄວາມຮັບຜິດຊອບສູງ; ແບ່ງຄວາມຮັບຜິດຊອບໃຫ້ແຕ່ລະສະຫາຍໃນຄະນະໜ່ວຍພັກ-ຄະນະນໍາດ່ານຕະຫຼອດຮອດພະນັກງານວິຊາການໃຫ້ແທດເໝາະກັບຄວາມຮູ້, ຄວາມສາມາດຂອງແຕ່ລະຄົນ; ເອົາໃຈໃສ່ໃນການຈັດຕັ້ງປະຕິບັດວຽກງານວິຊາສະເພາະທີ່ຖືກມອບໝາຍໃຫ້ມີຜົນສໍາເລັດ ແລະ ເອົາໃຈໃສ່ຕິດຕາມ-ກວດກາສິນຄ້າສົ່ງເສີມການລົງທຶນໃຫ້ຖືກຕ້ອງຕາມການອະນຸຍາດຂອງຂະແໜງການທີ່ກ່ຽວຂ້ອງ; ສືບຕໍ່ເພີ່ມທະວີການຄຸ້ມຄອງ ແລະຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດຕາມຄໍາສັ່ງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 18/ນຍລົງວັນທີ 16 ກັນຍາ 2021, ສືບຕໍ່ປຸກລະດົມບັນດາຫົວໜ່ວຍທຸລະກິດໃຫ້ມາເຄື່ອນໄຫວນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງຜ່ານດ່ານພາສີຊາຍແດນໃຫ້ນັບມື້ຫຼາຍຂຶ້ນບົນພື້ນຖານຖືກຕ້ອງຕາມລະບຽບກົດໝາຍຂອງພາສີແລະກົດ ໝາຍຂອງຂະແໜງການອື່ນທີ່ກ່ຽວຂ້ອງສອດຄ່ອງຕາມຄໍາສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 12/ນຍ, ລົງວັນ ທີ 16/10/2019 ວ່າດ້ວຍການອໍານວຍຄວາມສະດວກແກ່ການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງ, ການຜ່ານແດນ ແລະການເຄື່ອນຍ້າຍສິນຄ້າຢູ່ ສປປ ລາວ, ເອົາໃຈໃສ່ຄຸ້ມຄອງ, ຊຸກຍູ້ສົ່ງເສີມ ແລະ ອໍານວຍຄວາມສະດວກຕໍ່ບັນດາຫົວໜ່ວຍທຸລະກິດໃນການນໍາເຂົ້າ-ສົ່ງອອກສິນຄ້າ, ເຄື່ອງຂອງເພື່ອເປັນເງື່ອນໄຂໃນການມອບພັນທະເຂົ້າງົບປະມານຢູ່ດ່ານພາສີໃຫ້ເພີ່ມຂຶ້ນໂດຍສອດຄ່ອງຕາມຄໍາແນະນໍາ ແລະແຈ້ງການຂອງກະຊວງການເງິນສະບັບເລກທີ 4490; 4491, ລົງວັນ ທີ 14 ກັນຍາ 2021, ທັງນີ້ກໍ່ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດບັນລຸຕາມແຜນການທີ່ວາງໄວ້.