ສະຫຼຸບການປະຕິບັດແຜນງົບປະມານ 10 ເດືອນ

ເມື່ອອາທິດຜ່ານມາທີ່ກະຊວງການເງິນໄດ້ຈັດກອງປະຊຸມເຜີຍແຜ່ເອກະສານວາລະແຫ່ງຊາດກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ພ້ອມທັງສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານ ແຫ່ງລັດ 10 ເດືອນ ແລະຄາດຄະເນການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 2 ເດືອນທ້າຍປີ 2021 ຂອງແຂວງຈຳປາສັກ ແລະແຂວງສະຫວັນນະເຂດ (ຜ່ານລະບົບວີດີໂອທາງໄກ), ໂດຍການເປັນປະທານຂອງທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ, ມີການນຳຂັ້ນແຂວງທັງສອງແຂວງ, ມີຕາງໜ້າບັນດາກົມທີ່ກ່ຽວຂ້ອງ, ມີຫົວໜ້າຮອງຫົວໜ້າພະແນກການເງິນແຂວງ ແລະ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

ຈຸດປະສົງກໍເພື່ອເຜີຍແຜ່ເອກະສານວາລະແຫ່ງຊາດ, ຄຳສັ່ງຂອງນາຍົກລັດຖະມົນຕີ ເລກທີ 18/ນຍ, ເລກທີ 20/ນຍ, ຄໍາແນະນໍາ ແລະແຈ້ງການຂອງກະຊວງການເງິນ ເລກທີ 5320/ກງ, ໃນການຈັດຕັ້ງປະຕິບັດວາລະແຫ່ງຊາດທີ່ຕິດພັນກັບຂະແໜງການເງິນ, ພ້ອມນັ້ນໃນກອງປະຊຸມຫົວໜ້າພະແນກການເງິນແຂວງສະຫວັນນະເຂດ ແລະແຂວງຈຳປາສັກຍັງໄດ້ລາຍງານສະຫຼຸບຕີລາຄາການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ 10 ເດືອນ, ຄາດຄະເນການຈັດຕັ້ງປະຕິບັດແຜນງົບປະມານ 2 ເດືອນ ທ້າຍປີ 2021.

ພ້ອມນັ້ນ, ກົມສ່ວຍສາອາກອນ, ກົມພາສີ, ກົມຄຸ້ມຄອງຊັບສິນຂອງລັດ, ກົມງົບປະມານແຫ່ງລັດ, ຄັງເງິນແຫ່ງຊາດຍັງໄດ້ເຜີຍແຜ່ເອກະສານທີ່ຕິດພັນກັບການຜັນຂະຫຍາຍວາລະແຫ່ງຊາດຂອງບັນດາກົມໃນນັ້ນມີຂົງເຂດວຽກງານສ່ວຍສາອາກອນ, ຂົງເຂດວຽກງານພາສີ, ຂົງເຂດວຽກງານຊັບສິນ, ວຽກງານງົບປະມານ, ວຽກງານຄັງເງິນນຳອີກດ້ວຍ

ຂ່າວ: ກະຊວງການເງິນ