ຣັດເຊຍ ຈະສົ່ງອອກວັກແຊງປ້ອງກັນໂຄວິດແບບສີດໃສ່ດັງ

ລັດຖະບານຣັດເຊຍມີແຜນການຈະສົ່ງອອກວັກແຊງປ້ອງກັນພະຍາດໂຄວິດ-19 ແບບສີດໃສ່ດັງໃຫ້ກັບປະເທດອື່ນໆໃນປີ 2022.

ຕາມຂ່າວຕ່າງປະເທດລາຍງານວ່າ: ຣັດເຊຍມີແຜນການທີ່ຈະສົ່ງອອກວັກແຊງສະປຸດນິກ (Sputnik) ທີ່ໃຊ້ປ້ອງກັນໂຄວິດ-19 ແບບສີດໃສ່ດັງເຂົ້າໄປເປັນຂອງທາດແຫຼວໃຫ້ກັບປະເທດອື່ນໆ ໃນປີໜ້າຫຼັງຈາກ ທ່ານ ວາລາດີ ເມຍປູຕິນ ປະທານາທິບໍດີຂອງຣັດເຊຍ ໃຊ້ວັກແຊງປະເພດນີ້ໃນການກະຕຸ້ນພູມຕ້ານທານໃນຮ່າງກາຍ, ສຳລັບວັກແຊງແບບສີດໃສ່ດັບບໃໝ່ທີ່ພັດທະນາຂຶ້ນນີ້ຈະມີລັກສະນະສີດໃສ່ດັງຈຳນວນ 2 ໂດສ.

ຂະນະນີ້ຄະນະຜູ້ຊ່ຽວຊານຈາກອົງການອະນາໄມໂລກຈະເດີນທາງມາເຖິງຣັດເຊຍໃນເດືອນທັນວາເພື່ອກວດສອບວັກແຊງດັ່ງກ່າວຢ່າງລະອຽດຊຶ່ງອາດຈະໄດ້ຮັບອະນຸຍາດຈາກອົງການອະນາໄມໂລກໃນໄວ້ນີ້.