ກອງທັບປົດປ່ອຍປະຊາຊົນຈີນ ຊ່ວຍກອງທັບປະຊາຊົນລາວ ກັນໂຄວິດ

  ໃນວັນທີ 23 ພະຈິກ 2021 ກອງທັບປົດປ່ອຍປະຊາຊົນຈີນໄດ້ນຳເອົາອຸປະກອນການແພດເພື່ອປ້ອງກັນພະຍາດໂຄວິດ-19 ມາມອບໃຫ້ແກ່ກອງທັບປະຊາຊົນລາວຕາງໜ້າເຊັນມອບໂດຍທ່ານ ພັນເອກ ພິເສດລີປິງ ທີ່ປຶກສາທູດປ້ອງກັນຊາດ ສປ ຈີນປະຈໍ ສປປ ລາວ ແລະ ເຊັນຮັບໂດຍ ທ່ານ ພົນຕີວົງຄໍາ ພົມມະກອນ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫົວໜ້າຄະນະສະເພາະກິດເພື່ອປ້ອງກັນຄວບຄຸມ  ແລະແກ້ໄຂການລະບາດພະຍາດໂຄວິດ-19 ກະຊວງປ້ອງກັນປະເທດ, ໂດຍມີທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນ ຕີກະຊວງປ້ອງກັນປະເທດ, ທ່ານ ຈຽງ ຈ້າຍ ຕົງ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປ ຈີນ ປະຈໍາ ສປປ ລາວ ເຂົ້າຮ່ວມເປັນສັກຂີພິຍານ.

ອຸປະກອນການແພດທີ່ນຳມາມອບໃຫ້ໃນຄັ້ງນີ້, ະກອບມີເຄື່ອງກວດຫາຊື້ອພະຍາດໂຄວິດ-19 ຈໍານວນ 403.200 ຊຸດ, ຊຸດເກັບກວດເອົາຕົວຢ່າງ 30.000 ຊຸດ, ກັບໃສ່ຕົວຢ່າງ 30.000 ກັບ, ເຄື່ອງແຍກດີເອັນເອ 5 ຊຸດ, ເຄື່ອງກວດ PCR  5 ຊຸດ, ນໍ້າຢາກວດຫາເຊື້ອພະຍາດໂຄວິດ-19 ຈໍານວນ 30.000 ຊຸດ, ເຄື່ອງຊ່ວຍຫາຍ ໃຈ 15 ເຄື່ອງ, ເຄື່ອງດູດຂີ້ກະເທິ 15 ເຄື່ອງ, ເຄື່ອງຕິດຕາມຄົນເຈັບໜັກ 10 ເຄື່ອງ, ເຄື່ອງແທກຄື້ນໄຟຟ້າຫົວໃຈ 10 ເຄື່ອງ, ເຄື່ອງວັດແທກອົກຊີປາຍມື 20 ເຄື່ອງ, ຕູ້ເກັບວັກຊີນຂະໜາດ 650 ລິດ 5 ຕູ້, ຂະໜາດ 390 ລິດ 10 ຕູ້ ແລະຕູ້ເກັບວັກແຊງຂະໜາດ 65 ລິດ 30 ຕູ້.

  ໃນໄລຍະຜ່ານມາ ສປ ຈີນ ໄດ້ໃຫ້ການຊ່ວຍເຫຼືອວັກແຊງຕ້ານພະຍາດໂຄວິດ-19 ໃຫ້ແກ່ ສປປ ລາວຈໍານວນ  6.200.000 ໂດສ, ໃນນັ້ນກອງທັບປະຊາຊົນຈີນ ໄດ້ໃຫ້ການຊ່ວຍເຫຼືອວັກແຊງດັ່ງກ່າວ, ໃຫ້ແກ່ກອງທັບປະຊາຊົນລາວ 700.000 ໂດສ, ຊຶ່ງເປັນການຊ່ວຍເຫຼືອທີ່ລໍ້າຄ່າ, ສະແດງໃຫ້ເຫັນເຖິງມູນເຊື້ອແຫ່ງການພົວພັນຮ່ວມມືຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງກອງທັບປົດປ່ອຍປະຊາຊົນຈີນ ແລະ ກອງທັບປະຊາຊົນລາວທີ່ມີມາແຕ່ດົນນານໂດຍສະເພາະໄລຍະເຮັດການປະຕິວັດຕໍ່ສູ້ປົດປ່ອຍປະເທດຊາດກອງທັບປົດປ່ອຍປະຊາຊົນຈີນກໍ່ໄດ້ໃຫ້ການຊ່ວຍເຫຼືອດ້ານວັດຖຸ, ອຸປະກອນຕ່າງໆ ເປັນຈໍານວນຫຼວງຫຼາຍປະກອບສ່ວນເຮັດໃຫ້ກອງທັບປະຊາຊົນລາວເຮັດໄດ້ສໍາເລັດໜ້າທີ່ຢ່າງສະຫງ່າງາມ.