ສະ​ໜາມ​​ກິ​ລາ​ນໍ້າ​ກ້ອນ​ທີ່​ສາ​ມາດ “ດື່ມ​ໄດ້”

ສະ​ໜາມ​ກິ​ລາ​ໃນ​ຮົ່ມ​ແຫ່ງ​ຊາດ​ເປັນ​ໜຶ່ງ​ໃນ 3 ສະ​ໜາມ​ກິ​ລາ​ຫຼັກ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ປັກ​ກິ່ງ​ປີ 2008 ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ປີ 2022 ຈະ​ຈັດ​ການ​ແຂ່ງ​ຂັນ​​ລາຍ​ການ​ແຂ່ງ​ຂັນກິ​ລາ​ເທິງ​ນໍ້າ​ກ້ອນ​ເພດ​ຊາຍ​ແລະ​​ເພດ​ຍິງ​ສ່ວນ​ໜຶ່ງພ້ອມ​ທັງການ​ແຂ່ງ​ຂັນ​ກິ​ລາ​ເທິງ​ນໍ້າ​ກ້ອນຄົນ​ພິ​ການ​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຄົນ​ພິ​ການ​ປັກ​ກິ່ງ, ສະ​ໜາມ​ກິ​ລາ​ແຫ່ງ​ນີ້ສົມ​ເປັນ “ສະ​ໜາມ​ກິ​ລາທີ່​ຮັບ​ໃຊ້​ງານ​ກິ​ລາ​ໂອ​ລິມ​ປິກ​ສອງ​ຄັ້ງ”.

ຈາກ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ເປັນ​ຕົ້ນ​ໄປ, ສະ​ໜາມແຂ່ງ​ຂັນ​​ກິ​ລາ​ເທິງ​ນໍ້າກ້ອນ​ໄດ້​ດັດ​ແປງຈາກ​ສະ​ໜາມກວ້າງ 30 X 60 ແມັດ ​ເປັນຂະ​ໜາດ 26 X 60 ແມັດ. ນີ້​ກໍ​ໝາຍ​ຄວາມ​ວ່າ​ເນື້ອ​ທີ່​ນໍ້າ​ກ້ອມ​ນ້ອຍກວ່າ​ງານ​ໂອ​ລິ​ມ​ປິກ​ທຸກ​ຄັ້ງ​ທີ່​ຜ່ານ​ມາ. ເຖິງ​ຈະ​ນ້ອຍກວ່າ​ກໍ​ຕາມ, ແຕ່​ຄຸນ​ນະ​ພາບ​ຂອງ​ໜ້າ​ນໍ້າ​ກ້ອມ​ພັດ​ມີ​ຄຸນ​ນະ​ພາບ​ສູງກວ່າ​ແຕ່​ກ່ອນຫຼາຍ. ​ຍ້ອນ​ວ່າວັດ​ຖຸ​ດິບ​ທີ່​ນຳ​ໃຊ້​ມີ​ຄຸນ​ນະ​ພາບ​​ເຊັ່ນ: ນໍ້າ. ​ນໍ້າ​ທີ່​ໃຊ້​ໃນການ​ຜະ​ລິດ​ນໍ້າ​ກ້ອນໄດ້​ຜ່ານ​ການ​ກັ່ນ​ຕອງຫຼາຍ​ເທື່ອ, ບໍ່​ພຽງ​ແຕ່​ໄດ້​ຕາມ​ມາດ​ຕະ​ຖານ​ທີ່​ສາ​ມາດ​ດື່ມ​ໄດ້ເທົ່າ​ນັ້ນ, ​ຍັງ​ສູງກວ່າ​ມາດ​ຕະ​ຖານ​ນໍ້າດື່ມ​ອີກ​ດ້ວຍ.