ຄະນະພັກ ຄຈສພ ທາບທາມບຸກຄະລາກອນສະໄໝທີ IX ຮອບທີ I

ຂ່າວ : ຄອນຄຳ

  ເພື່ອສືບຕໍ່ຈັດຕັ້ງປະຕິບັດຄຳສັ່ງຂອງຄະນະເລຂາທິການສູນກາງພັກວ່າດ້ວຍການກະກຽມດຳເນີນກອງປະຊຸມໃຫຍ່ອົງຄະນະພັກກະຊວງ-ອົງການແຂວງ- ນະຄອນຫຼວງ,ອົງຄະນະພັກເມືອງ-ນະຄອນແລະຮາກຖານພັກທົ່ວປະເທດໂດຍສະເພາະແມ່ນອົງຄະນະພັກທີ່ຍັງບໍ່ທັນໄດ້ດຳເນີນກອງປະຊຸມໃຫຍ່ຂັ້ນຂອງຕົນສຳເລັດ; ໃນວັນທີ 22 ພະຈິກ 2021 ຄະນະຈັດຕັ້ງສູນກາງພັກ (ຄຈສພ) ໄດ້ຈັດກອງປະຊຸມທາບທາມບຸກຄະລາກອນຄະນະພັກ ຄຈສພ ສະໄໝທີ IX ຮອບທີ I ທີ່ສະໂມສອນຫ້ອງວ່າການສູນກາງພັກພາຍໃຕ້ການເປັນປະທານຂອງສະຫາຍນາງສີໄສລືເດດມູນສອນກໍາມະການກົມການເມືອງສູນກາງພັກເລຂາທິການສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະຈັດຕັ້ງສູນກາງພັກ, ມີຄະນະພັກ ຄຈສພ, ຄະນະໜ່ວຍພັກ ແລະສະມາຊິກພັກທົ່ວອົງຄະນະພັກ ຄຈສພ ເຂົ້າຮ່ວມຢ່າງພ້ອມພຽງ.

   ກອງປະຊຸມໄດ້ຜ່ານຮ່າງລາຍງານການເມືອງສະຫຼຸບຕີລາຄາການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງຜ່ານມາ, ຜ່ານຮ່າງແຜນພັດທະນາວຽກງານຈັດຕັ້ງ, ກໍ່ສ້າງພັກ-ພະນັກງານໃນ 5 ປີຕໍ່ໜ້າ ແລະຜ່ານຮ່າງບົດສຳຫຼວດການນຳພາລວມຂອງຄະນະພັກ ຄຈສພ ພື່ອພ້ອມກັນປະກອບຄຳເຫັນໃສ່ຮ່າງເອກະສານດັ່ງກ່າວໃຫ້ມີເນື້ອໃນສອດຄ່ອງຄົບຖ້ວນຕາມຄວາມເປັນຈິງ ແລະສາມາດຈັດຕັ້ງປະຕິບັດໄດ້ຕາມທ່າ ແຮງບົ່ມຊ້ອນຂອງອົງຄະນະພັກ, ພ້ອມນີ້ກໍ່ໄດ້ດຳເນີນການທາບທາມບຸກຄະລາກອນຮອບທີ I ເພື່ອອອກສະໝັກຮັບເລືອກຕັ້ງເຂົ້າໃນຄະນະພັກ ຄຈສພ ສະໄໝທີ IX.

  ກອງປະຊຸມຮຽກຮ້ອງມາຍັງບັນດາສະຫາຍສະມາຊິກພັກທົ່ວອົງຄະນະພັກ ຄຈສພ ຍົກສູງຄວາມຮັບຜິດຊອບໃນການຄັດເລືອກບຸກຄະລາກອນອອກສະໝັກຮັບເລືອກຕັ້ງ ແລະປະກອບຄຳເຫັນໃສ່ເອກະສານສຳຄັນຂອງກອງປະຊຸມຕີລາຄາຢ່າງພາວະວິໄສຮັບປະກັນຄວາມຖືກຕ້ອງສອດຄ່ອງກັບຄວາມເປັນຈິງ,ເອົາໃຈໃສ່ດ້ານໂຄງປະກອບບຸກຄະລາກອນຕ້ອງຮັບປະກັນ 3 ຮຸ່ນ: ຮຸ່ນອາວຸໂສ, ຮຸ່ນກາງ ແລະຮຸ່ນໜຸ່ມ, ມີຜູ້ເກົ່າ, ຜູ້ໃໝ່, ເຜົ່າ ແລະເພດຍິງຕາມຈຳນວນທີ່ເໝາະສົມ, ກຳແໜ້ ລະຄຳນຶງເຖິງມາດຕະຖານເງື່ອນໄຂ ແລະໂຄງປະກອບໃຫ້ຖືກຕ້ອງຕາມນິຕິກຳທີ່ກຳນົດໄວ້.