ສິ່ງດີໆທີ່ຄົນມັກກິນໝາກແອັບເປີ່ນຄວນຮູ້

ໝາກແອັບເປິ່ນ ອຸດົມດ້ວຍວິຕາມິນ, ເກືອແຮ່ ແລະສານອາຫານທີ່ມີປະໂຫຍດອີກຫຼາຍຊະນິດທັງວິຕາມິນເອ, ບີ1, ບີ2, ບີ6, ໄບໂອຕິນ, ກົດໂຟລິກ, ກົດແພນໂທເທີນິກ, ເກືອແຮ່ ແລະອື່ນໆອີກຫຼາຍຢ່າງ, ຍັງມີກົດອິນຊີອີກ 2 ຊະນິດຄືກົດມາລິກ ແລະກົດທາທາຣິກທີ່ຊ່ວຍໃນການຍ່ອຍອາຫານຈຳພວກໂປຣຕີນ ແລະໄຂມັນ.

ເປືອກ ແລະເນື້ອຂອງໝາກແອັບເປິ່ນເປັນເສັ້ນໃຍອາຫານທີ່ມີຊື່ວ່າ “ເພັກຕິນ” ທີ່ມີຄຸນສົມບັດພອງໂຕໄດ້ງ່າຍຊ່ວຍເຮັດໃຫ້ອະໄວຍະວະໃນທາງເດີນອາຫານມີການເຮັດວຽກເປັນປົກກະຕິ, ເພີ່ມປະສິດທິພາບໃນການຂັບຖ່າຍເຊິ່ງເປັນການຊ່ວຍປ້ອງກັນມະເຮັງລຳໄສ້ໃຫຍ່ໄດ້ ແລະຍັງຊ່ວຍຈັບຄໍລາເຈນບໍ່ໃຫ້ດູດຊຶມເຂົ້າສູ່ຮ່າງກາຍ, ປ້ອງກັນພະຍາດຫົວໃຈ ແລະຄວາມດັນເລືອດສູງ. ນອກນັ້ນໝາກແອັບເປິ່ນຍັງໃຫ້ພະລັງງານຕໍ່າ,ພະລັງງານຂອງແອັບເປິ່ນຄືນໍ້າຕານຟຣັກໂທສເຊິ່ງເປັນນໍ້າຕານທີ່ປ່ຽນຮູບເປັນພະລັງງານຊ້າໃນຮ່າງກາຍຊ່ວຍໃຫ້ບໍ່ຮູ້ສຶກຢາກອາຫານ, ອິ່ມດົນ, ເຮັດໃຫ້ລະດັບນໍ້າຕານໃນເລືອດບໍ່ຫຼາຍຈຶ່ງເໝາະສົມກັບຄົນທີ່ເປັນເບົາຫວານ.