ຟີລິບປິນ ຂຶ້ນທະບຽນສຸກເສີນວັກແຊງໂນວາແວກ

ຄະນະກຳມະການອາຫານ ແລະຢາຂອງຟີລິບປິນໄດ້ຂຶ້ນທະບຽນເປັນກໍລະນີສຸກເສີນສຳລັບວັກແຊງປ້ອງກັນພະຍາດໂຄວິດ-19 ທີ່ພັດທະນາດ້ວຍເຕັກໂນໂລຊີ ໂປຕິນຊັບຢູນິດຂອງບໍລິສັດໂນວາແວກ ຈາກອາເມລິກາ.

ຕາມຂ່າວຕ່າງປະເທດລາຍງານວ່າໂດຍສະຖາບັນ ເຊຣຸ່ມ ແຫ່ງອິນເດຍ (ເອສໄອໄອ), ຜູ້ຜະລິດວັກແຊງລາຍໃຫຍ່ສຸດຂອງໂລກຈະເປັນຜູ້ຜະລິດວັກແຊງໃຫ້ແກ່ໂນວາແວກ ແລະຈຳໜ່າຍໂດຍໃສ່ຊື່ທາງການຄ້າໂນວາແວກ. ຟີລິບປິນ ນັບເປັນປະເທດທີສອງຂອງໂລກຊຶ່ງໃຫ້ການຮັບຮອງເພື່ອໃຊ້ງານເປັນກໍລະນີສຸກເສີນກັບວັກແຊງໂຄວິດ-19 ຂອງໂນວາແວກຖັດຈາກອິນໂດເນເຊຍທີ່ຂຶ້ນທະບຽນເມື່ອຕົ້ນເດືອນນີ້, ສຳລັບວັກແຊງປ້ອງກັນໂຄວິດ-19 ທີ່ໂນວາແວກພັດທະນານັ້ນໃຫ້ປະສິດທິຜົນໃນພາບລວມ 90,4% ໂດຍສາມາດປ້ອງກັນພະຍາດໂຄວິດ-19 ກາຍພັນໄດ້ຫຼາຍສາຍພັນ. 

ໃນຂະນະທີ່ຫຼຸດອັດຕາການຕິດເຊື້ອໃຫ້ກຸ່ມສ່ຽງພົບວ່າວັກແຊງຂອງໂນວາແວກສາມາດຫຼຸດປ້ອງກັນໄດ້ 91% ແລະເພີ່ມປະສິດທິພາບເປັນ 100% ໃນການປ້ອງກັນ ອາການປານກາງ ແລະຮຸນແຮງແຕ່ຫຼຸດລົງເຫຼືອປະລິມານ 70%.